ເມືອງຄູນຄຳ ເຊິ່ງເປັນເມືອງໃໝ່ຂອງແຂວງຄຳມ່ວນ ສ້າງຕັ້ງຂື້ນໃນວັນທີ 22 ກໍລະກົດ 2011. ເມືອງຄູນຄຳ ມີປະຊາກອນ 18.954 ຄົນ, ຍິງ 9.562 ຄົນ ມີສອງເຜົ່າຄື:ລາວລຸ່ມ ແລະ ມະກອງ, ມີ 37 ບ້ານ, 3.501 ຄອບຄົວ, ແບ່ງອອກເປັນ 3 ກຸ່ມບ້ານພັດທະນາ ໂດຍກຸ່ມບ້ານຄູນຄຳມີ 17 ບ້ານ,ມີພົນລະເມືອງ 9.530 ຄົນ. ກຸ່ມບ້ານກູບມີ 10 ບ້ານ,ມີພົນລະເມືອງ 3.891 ຄົນ. ກຸ່ມບ້ານທ່ານາ ມີ 8 ບ້ານ,ພົນລະເມືອງ 3.488 ຄົນ ແລະ ມີ 2 ບ້ານໃຫຍ່ຂື້ນກັບເມືອງຄື ບ້ານກອງລໍ ແລະ ບ້ານນາກາງ. ເນື້ອທີ່ທັງໝົດ 995,6 ກິໂລຕາແມັດ. ສຳນັກງານປົກຄອງເມືອງຕັ້ງຢູ່ບ້ານຄູນຄຳ ລະຫວ່າງ 3 ແຍກທາງໄປຖ້ຳກອງລໍ ເສັ້ນທາງເລກ 8A ຫ່າງຈາກສຳນັກງານປົກຄອງເມືອງຫີນບູນ ໄປທາງທິດຕາເວັນອອກສ່ຽງເໜືອ 132 ກິໂລແມັດ ແລະ ຫ່າງຈາກສຳນັກງານປົກຄອງແຂວງ 170 ກິໂລແມັດ, ມີຊາຍແດນຕິດກັບເມືອງປາກກະດິງ ແລະ ເມືອງຄຳເກີດ ແຂວງບໍລິຄຳໄຊ ຍາວ 70 ກິໂລແມັດ. ໄດ້ຖືກກຳນົດເປັນເມືອງປະເພດ 2 ໃນການຜະລິດກະສິກຳ-ປ່າໄມ້ ແລະ ອີງໃສ່ 3 ທ່າແຮງຄື: ທ່າແຮງດ້ານການຜະລິດກະສິກຳ-ປ່າໄມ້, ອຸດສາຫະກຳ-ພະລັງງານໄຟຟ້າ ແລະ ການບໍລິການ. ມີເນື້ອທີ່ການຜະລິດທັງໝົດ 6.127 ເຮັກຕາ, ນາແຊງ 48 ເຮັກຕາ, ສວນ 60 ເຮັກຕາ, ສາມາດຜະລິດເຂົ້າປີໜຶ່ງ 12,222 ໂຕນ ສະເລ່ຍໃສ່ຫົວຄົນ 640 ກິໂລຕໍ່ຄົນຕໍ່ປີ, ຍັງມີເນື້ອທີ່ສາມາດຂະຫຍາຍນາໄດ້ 9-10 ພັນເຮັກຕາ. ສີນຄ້າທີ່ສຳຄັນມີການປູກເຂົ້າ, ຢາສູບ, ຜັກ ແລະ ສັດລ້ຽງຕ່າງໆ. ປະຈຸບັນ ເມືອງຄູນຄຳ ມີຕະຫຼາດຖາວອນ 1 ແຫ່ງ ແລະ ຕະຫຼາດຊຸມຊົນ 2 ແຫ່ງ, ມີເນື້ອທີ່ປ່າສະຫງວນນ້ຳກະດິງ, ນ້ຳເທີນນາກາຍ, ພູຫີນປູນ, ພູໜາມໜໍ່ 84.433 ເຮັກຕາ, ມີໂຮງງານຜະລິດກະແສໄຟຟ້ານ້ຳເທີນຫີນບູນ 1 ແຫ່ງ, ໂຮງງານປຸງແຕ່ງໄມ້ 1 ແຫ່ງ, ໂຮງງານນ້ຳດື່ມ 2 ແຫ່ງ, ໂຮງງານນ້ຳກ້ອນ 2 ແຫ່ງ ແລະ ໂຮງສີເຂົ້າ 100 ແຫ່ງ.