ເມືອງຄຳເກີດ ເປັນເມືອງໜຶ່ງທີ່ກຳລັງມີການພັດທະນາໃນຫຼາຍດ້ານ ເຊິ່ງປະຊາຊົນໃນເມືອງຄຳເກີດປະກອບມີຫຼາຍຊົນເຜົ່າ ເມືອງຄຳເກີດ: ຫຼາຍຄົນຍອມຮັບວ່າ: ມີການພັດທະນາໄວທີ່ສຸດ ລະບົບການຄົມມະນາຄົມກໍ່ມີຄວາມສະດວກແລະວອງໄວ ອັນທີ່ເອີ້ນວ່າໂສມໜ້າໃໝ່ຂອງຊາວພູດອຍເມືອງຄຳເກີດຫຼັກຊາວ ເຖິງແມ່ນ່ວາ: ການພັດທະນາຈະຂະຫຍາຍຕົວຫຼາຍປານໃດກໍ່ຕາມແຕ່ ຂ້ອຍເອງໄດ້ຮັບຟັງຈາກເພື່ອນຫຼາຍຄົນວ່າ:ລະບົບສະຫວັດດີການການເບິ່ງແຍງດານຊີວິດການເປັນຢູ່ຂອງພະນັກງານອັນເອີ້ນວ່າພະນັກງານຂອງ ລັດມີລັກສະນະຊັກຊ້າ ໂດຍສະເພາະແມ່ນພະນັກງານຄູ ເງິນເດືອນທີ່ເອີ້ນວ່ານະໂຍບາຍຈາກລັດແມ່ນຊັກຊ້າທີ່ສຸດຈົນເປັນປະເພນີ. ຕາມແຜນງົບປະມານແມ່ນງວດ3ເດືອນ ແຕ່ການເບີກຈ່າຍແມ່ນ3ເດືອນຈ່າຍພຽງເດືອນດຽວມັນແມ່ນອີ່ຫຼີບໍ?ເຫຼືອນັ້ນໄປໄວ້ໃສ? ເພື່ອນຂ້ອຍຄົນໜຶ່ງເປັນຄູສອນຢູ່ເຂດຫ່າງໄກສອກຫຼີກຫຼືເອີ້ນວ່າ:ເຂດທຸລະກັນດານ ເວລາມາສົ່ງຂໍ້ມູນຕ່າງໆ ລາວຕ້ອງໄດ້ຊື້ນ້ຳມັນຫຼາຍລິດໃສ່ລົດເວບຈີນອີ່ຮ້າງຂອງລາວ ບາງເທື່ຶອມາຮັບເງິນເດືອນໃຫ້ອ້າຍນ້ອງ ພໍມາເຖິງຫ້ອງການບາງຄັ້ງຫົວໜ້າການເງິນບອກວ່າ: ເງິນຢູ່ທະນາຄານໝົດທະນາຄານບໍ່ມີເງິນ. ຮ່າໆໆໆໆໆໆ ຂ້ອຍຈັ່ງແມ່ນຢາກຫົວເປັນພາສາເຜົ່າເມີ້ຍຂອງແຂວງບໍລິຄຳໄຊໃຫ້ດັງໆຈັກບາດ. ໃຜເປັນການເງິນຈັ່ງແມ່ນຊ່າງຕົວະເດັກນ້ອຍເນາະ ຫຼາຍຄົນເຮັດວຽກຫວັງຈະໄດ້ຮັບເງິນທຸກເດືອນ ແຕ່ສິ້ນເດືອນກໍ່ຄອງຈ້ອຍຈົນເດືອນໃຫມ່ເຂົ້າມາກໍ່ຈ້ອຍອີກ ບາງຄັ້ງເວລາສຸກເສີນ ພະນັກງານຄູຕ້ອງສົມມຸດວ່າໜ້າຕົນເອງ ເປັນກຳແພງເມືອງຫຼືໜ້າຕາບເຫຼັກໄປກູ້ຢືມເງິນຈາກປະຊາຊົນຖ້າບໍ່ດັ່ງນັ້ນກໍ່ຕ້ອງ ຕາຍຊື່ໆກໍ່ເລີຍຊອກຫາວິທີເອົາໂຕເອງລອດໄວ້ກ່ອນ ມີໃຜຮູ້ບໍວ່າເງິນດືອນຄູເມືອງຄຳເກີດຊັກຊ້າແມ່ນຍ້ອນຫຍັງກັນແທ້ ເຂົາບໍຄິດຢາກອາຍເມືອງທີ່ຫຼ້າຫຼັງກວ່າບໍ ຖ້າເປັນແນວນີ້ຜູ້ບໍລິຫານຫ້ອງການຄວນ ພິຈາລະຈາຕົນເອງຄືນໃໝ່ສາເດີຂ້ອຍວ່າ...........