ເຜົ່າກະຕູ
ແມ່ແບບ:ປະຫວັດຄວາມເປັນມາ ແລະ ຊື່ເອີ້ນເຜົ່າກະຕູ
ກົກເຄົ້າເຫງົ້າກໍ ຂອງຊົນເຜົ່າກະຕູ ແມ່ນມາຈາກກະຕູຢ່ວນ, ອາຕວກ ຟາກສາຍພູຫລວງ ເບື້ອງຫວຽດນາມ, ຫວຽດນາມ ເອີ້ນເຂົາເຈົ້າວ່າ “ໂບຕອກກະຕູ” ເມື່ອຖືກການຕັດ ແບ່ງດິນແດນກະຕູ ຖືກດຳລົງຊີວິດ ບ່ອນເດີມຈຳນວນໜຶ່ງ, ຈຳນວນໜຶ່ງມີການຫຍັບຍ້າຍ ດຳລົງຊີວິດເກັບຜັກປ່າ, ຫາໝາກໄມ້ທຳມະຊາດ ຕາມຍອດຫ້ວຍຮ່ອມພູ, ຕັ້ງຕູບປຸກຖຽງ ຢູ່ອາໄສຕາມໄຮ່, ສວນເຂດອາເຣິງ-ອາບານ ພາກຕາເວັນອອກ ສາຍພູຫລວງຫ່າງໄກ ບ້ານບໍ່ຢາກກັບຄືນ.
ແນວຄິດຢາກເປັນເຈົ້າຖິ່ນ ເຈົ້າຖານການຕັ້ງຊື່ບ້ານ ຈຶ່ງເອົາຕາມຜູ້ກົກເຫລົ່າ, ຊື່ເຜົ່າ ຫລື ກຸ່ມພາສາຕາມ ຊື່ພູຜາຫ້ວຍນ້ຳຜັກ ປ່າໝາກໄມ້ສຽງສັດຮ້ອງ ແລະ ສິ່ງບັງເອີນອື່ນໆ ເປັນຊື່ຮຽກເຜົ່າ ຫລື ກຸ່ມພາສາຕະກຸນ ຂອງຕົນຕາມ ທຳມະຊາດຄື: ຫ້ວຍ ຕຣິ້ວ, ດາກກັງ ແລະ ຫ້ວຍຣາກແງ່ ຫລື ສຽງນົກກົກຮ້ອງ( ນົກອາເຣົາ ແລະ ກຶນ ກຶວ! ກຶນກຶວ), ສຽງຈັກຈັ່ນຮ້ອງ (ແວ່!ແວ່). ການຫຍັບຍ້າຍ ຈາກບ່ອນເກົ່າໄປບ່ອນໃໝ່ ຍ່ອມມີການສູນເສຍຊັບ ແລະ ຊີວິດເມື່ອຫິວໂຫຍ ເຈັບປວດລົ້ມຕາຍຖືວ່າ ປ່າເຂັດດິນຂວາງ, ເມື່ອແນວນັ້ນເກີດ ມີການບະຜີ ເພື່ອຊູກຳລັງໃຈ ຜູ້ເຈັບປ່ວຍແຕ່ບໍ່ທັນສິ້ນສຸດ ຈາກຄວາມຢາກມີຊີວິດຕໍ່ໄປ ຕ້ອງປະຮ້າງບ່ອນເກົ່າ ຍົກຍ້າຍຫຍັບວຽນໄປ- ມາເຂດເຄີຍທຳມາຫາກິນ ເຖິງເຂດອາເຣິງ ອາບາລ ປະນາງ ອາ ບວລ ອາຕຽດຈະກົງ, ປັດຈຸບັນເອີ້ນວ່າ ກະຕູອາສານຈາກອາບວລ ຈະກົງໄປຕັ້ງຖິ່ນຖານ ບ້ານໃຫຍ່ເຂດພູຕາງອາລາງ ເກີດມີຄວາມເອີ້ນກັນວ່າ ກະຕູຕາງ, ກະຕູຕຣິ້ວ ແລະ ດາກກັງ ກໍຍ້ອນການອົບພະຍົບ ຈາກກະຕູອາເຣິງ, ອາລັງພາກຫວຽດນາມ ມາປີ ຄສ 1830, ຍ້ອນອຶດຫິວລົ້ມຕາຍ ຕ້ອງຍ້າຍຖິ່ນຖານ ບ້ານເຮືອນມາເຂດຫ້ວຍຕຣິ້ວ ເມືອງດາກຈຶງ ປັດຈຸບັນ, ສ່ວນກະຕູດາກກັງ ໄດ້ແຍກຈາກບ້ານຕຣິ້ວ ຍ້າຍຢູ່ຫ້ວຍກັງ ເລີຍເອີ້ນວ່າ ດາກກັງຕະຫລອດ ປັດຈຸບັນ.
ທາງດ້ານວັດທະນະທຳ- ສັງຄົມ ແລະ ດ້ານເສດຖະກິດ ຊົນເຜົ່າກະຕູ ປະກອບມີແຊງ ແລະ ກຸ່ມພາສາຄື: ແຊງຕຣິ້ວ ແລະ ດາກກັງ, ກຸ່ມພາສາເຄີຍເອີ້ນວ່າ: ກະຕູອາສານໂດ, ກະຕູຕາງ ຫລື ປຣັລເວລ, ກະຕະນົກ ຫລື ຣາກແງ່(ເອີ້ນວ່າ ກະຕູອາໂນ), ກະຕູແວ ຫລື ອາຫວາງແສງ, ກະຕູປັ້ນໝໍ້ ຫລື ກະຕູແຣງ, ກະຕູເປືອງອາຕອກ.
ກະຕູຣາກແງ່ (ກະຕູນົກ) ກໍມາຈາກອາບາລປະນາງ, ປະນອນຫຍັບຍ້າຍ ຕາມລຳລະແງ່ເລີຍເອີ້ນກັນວ່າ ກະຕູຣາກແງ່ (ກະຕູນົກອາເຣົາ ແລະ ກຶນກຶວ) ກະຕູອາຫວາງແສງ (ກະຕູແວ່) ກ່ອນນີ້ຫລາຍພັນປີ ເຂົາເຈົ້າດຳລົງຊີວິດ ຢູ່ຝັ່ງທະເລເຫວ່ອາເລື້ອຍຕາມນິທານ ເຜົ່າກະຕູເລົ່າຕໍ່ກັນມາວ່າ ລະງີທະເລຖ້ວມໂລກ, ເຜົ່າກະຕູເປືອງ ທີ່ດຳລົງຊີວິດຫາປາ ໂດຍເຮືອມົນໝໍ້ຂາງ 10 ຫູໄດ້ຟູຫຍັບຫາຝັ່ງ ຟູສູງເຖິງຮ່ອມ ຍອດຫ້ວຍໂຕລ, ອາຊາບມາຝັ່ງນີ້ ນ້ຳບົກລົງເຮືອ ກໍໄດ້ຄ້າງໂຄກ ຈຳນວນຄົນ ໃນເຮືອດັ່ງກ່າວໄດ້ເລີ່ມຕັ້ງຕົ້ນຕັ້ງຕົວ ໃນການປຸກສ້າງເຮືອນບ້ານ ແລະ ທຳມາຫາກິນ ຢູ່ຟາກພູຫລວງເບື້ອງນີ້.
ຫລາຍສະຕະວັດ ເຖິງປັດຈຸບັນ ສະພາບການຫຍັບຍ້າຍບ້ານ ແລະ ພົນລະເມືອງ ເຜົ່າກະຕູຕາງ (ປຣັລ ເວລ) ແລະ ກະຕູອື່ນໆ ໄດ້ຢູ່ສະຫລັບສັບ ຊ້ອນກັບເຜົ່າອື່ນຄື: ເມືອງເລົ່າງາມ, ເມືອງສາລະວັນ; ເມືອງປາກຊ່ອງ, ບາຈຽງ, ປາກເຊ ແຂວງຈຳປາສັກ; ເມືອງທ່າແຕງ ແລະ ລະມາມມແຂວງເຊກອງ.