ເຕັກໂນໂລຊີຂໍ້ມູນຂ່າວສານ

ເຕັກໂນໂລຊີຂໍ້ມູນຂ່າວສານ (Information Technology) ຫລື ໄອທີ (IT) ແມ່ນຫມາຍເຖິງ ການຄົ້ນຄວ້າ, ການອອກແບບ, ການພັດທະນາ, ການຈັດສ້າງ, ການຈັດການ ກັບລະບົບຂໍ້ມູນຂ່າວສານ ໂດຍນໍາໃຊ້ຄອມພິວເຕີ. ເພື່ອເຮັດໃຫ້ຂໍ້ມູນໄດ້ມີການນຳໃຊ້ແລະຈັດເກັບຢ່າງເປັນລະບົບ ພ້ອມກັນນີ້ກໍ່ໃຫ້ມີປະສິດທິພາບຄຸນນະພາບໂດຍສະເພາະຄວາມສະດວກແລະວ່ອງໄວ

ເຕັກໂນໂລຊີຂໍ້ມູນຂ່າວສານ ໂດຍທົ່ວໄປຈະລວມເອົາການສື່ສານ ແລະ ເອີ້ນລວມວ່າ ເຕັກໂນໂລຊີຂໍ້ມູນຂ່າວສານແລະການສື່ສານ (Information and Communication Technology) ຫລື ໄອຊີທີ (ICT). ຊຶ່ງແມ່ນການເຮັດໃຫ້ລະບົບຂໍ້ມູນຂ່າວສານທີ່ໄດ້ນຳໃຊ້ລະບົບເຄື່ອງຄອມພິວເຕີເຂົ້າມານັ້ນໄດ້ມີການແລກປ່ຽນສືສານກັນຢ່າງເປັນລະບົບແລະມາດຕະຖານຂອງລະບົບແລະຂໍ້ມູນ