ນ້ຳເຊບັ້ງໄຟ ຍາວ 239 ກມ,ກຳເນີດຈາກສາຍພູຫຼວງ ເຂດເມືອງບົວລະພາ,ແລ້ວປ່ອງໃສ່ນ້ຳຂອງຢູ່ທາງໃຕ້ ຂອງເມືອງໜອງບົກ ແຂວງຄຳມ່ວນ.ເຊບັ້ງໄຟ ມີສາຂາທີ່ສຳຄັນ ແມ່ນເຊນ້ອຍ,ໄຫຼຜ່ານເຂດພູມສັນຖານຫີນປູນ ຂອງແຂວງຄຳມ່ວນ ແລະ ສະຫວັນນະເຂດ ເຊິ່ງເປັນຍ່ານທີ່ເປັນອຸປະສັກໃນການເດີນເຮືອ ແຕ່ສາມາດສ້າງເຂື່ອນໄຟຟ້ານ້ຳຕົກໄດ້.