ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວົງສ໌

(ປ່ຽນເສັ້ນທາງມາຈາກ ເຈົ້າມະຫາຊີວິດສີສະຫວ່າງວົງ)

ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວົງສ໌ (ຄຳເຄົ້າ: ພຣະບາທສົມເດັຈພຣະເຈົ້າມຫາຊີວິຕສຣີສວ່າງວົງສ໌) ຊົງເປັນພຣະມະຫາກະສັດອົງທີ 12 ແຫ່ງຣາຊອານາຈັກລ້ານຊ້າງຫຼວງພຣະບາງ ແລະ ພຣະມຫາກສັຕຣິຍ໌ພຣະອົງຄ໌ແຮກ ແຫ່ງພຣະຣາຊອານາຈັກລາວ ສເດັຈພຣະຣາຊສົມພົບ ທີ່ນຄຣຫຼວງພຣະບາງ ເມື່ອວັນທີ 14 ກໍຣະກົດ ຄ.ສ 1885 ຊົງເປັນພຣະຣາຊໂອຣົສ ໃນ ພຣະເຈົ້າສັກກະຣິນ ແລະ ພຣະນາງທອງສີ

ພຣະບາດສົມເດັດພຣະເຈົ້າມະຫາສີວິທາ ລ້ານຊ້າງຮົ່ມຂາວ ພຣະຣາຊອານາຈັກລາວ ບໍຣົມມະເຊດຖາ ຂັດຕິຍະສຸຣິຍະວໍຣະມັນ ພຣະມະຫາສີສວ່າງວໍຣະມັນ (ຄຳເຄົ້າ: ພຣະບາທສົມເດັຈພຣະເຈົ້າມຫາສຣີວິທາ ລ້ານຊ້າງຮົ່ມຂາວ ພຣະຣາຊອານາຈັກລາວ ບໍຣົມເຊສຖາ ຂັຕິຍສຸຣິຍວໍຣມັນ ພຣະມຫາສຣີສວ່າງວໍຣມັນ; ອັງກິດ: Samdach Brhat Chao Maha Sri Vitha Lan Xang Hom Khao Phra Rajanachakra Lao Parama Sidha Khattiya Suriya Varman Brhat Maha Sri Savangsa Varman) ຫຼື ພຣະເຈົ້າມະຫາຊີວິດສີສວ່າງວົງສ໌ ເຈົ້າມະຫາຊີວິດສີສວ່າງວົງສ໌ ສະເດັດຂຶ້ນຄອງຣາຊສົມບັດ ເປັນພຣະມະຫາກະສັດແຫ່ງຣາຊອານາຈັກລ້ານຊ້າງຫຼວງພຣະບາງ ເມື່ອວັນທີ 15 ເມສາ ຄ.ສ 1904 ເມື່ອປະເທດລາວໄດ້ຮັບເອກກະຣາດ ຈາກຝຣັ່ງ ພຣະອົງຈິ່ງຊົງເປັນພຣະມະຫາກະສັດພຣະອົງທຳອິດ ແຫ່ງຣາຊອານາຈັກລາວ ເຈົ້າມະຫາຊີວິດສີສວ່າງວົງ ສະເດັດສວັນຄົດ ເມື່ອວັນທີ 29 ຕຸລາ ຄ.ສ 1959.