ເງິນຕາ
ເງິນຕາແມ່ນ ຊື່ລວມ ຂອງ ເງິນທີ່ໝູນວຽນຢູ່ ໃນປະເທດໃດໜຶ່ງ ເຊິ່ງ ຈະຖືກຮັບຮອງຄຸນຄ່າ ໂດຍ ປະເທດນັ້ນໆ ແລະ ສາມາດໃຊ້ເປັນຫົວໜ່ວຍແລກປ່ຽນໄດ້. ໃນເງິນຕາ ນອກຈາກເງິນສົດແລ້ວ ຍັງມີ ເງິນຝາກໃນທະນາຄານຕ່າງໆ, ບັດສັນຍາໃຊ້ໜີ້ ແລະອື່ນໆອີກ.
ເຄື່ອງໝາຍເງິນຕາແກ້ໄຂ
ໂດຍທົ່ວໄປ ເຄື່ອງໝາຍ ຂອງ ເງິນຕາແຕ່ລະປະເທດ ຈະສະແດງໂດຍ 3 ໂດຍໜັງສື ໃນ ISO 4217 ແຕ່ ບັນດາເຄື່ອງໝາຍພິເສດ ດັ່ງລຸ່ມນີ້ ກໍ່ໄດ້ຖືກໃຊ້ໂດຍແຜ່ຫຼາຍ ເຊັ່ນດຽວກັນ.
- ¥ - ເງິນເຢັນຍີ່ປຸ່ນ
- € - ເງິນເອີໂຣສະຫະພາບເອີຣົບ
- $ - ເງິນໂດລາສະຫະລັດອາເມລິກາ
- £ - ເງິນປອນອັງກິດ
- ₣ - ເງິນຟຣັງຝຣັ່ງ
- ₩ - ເງິນວອງເກົາຫຼີ
- ₫ - ເງິນດົງຫວຽດນາມ
- ฿ - ເງິນບາດໄທ