ເຄື່ອງນຸ່ງຫົ່ມ

ເຄື່ອງນຸ່ງຫົ່ມ ຫຼື ເຄື່ອງແຕ່ງກາຍ ຫຼື ເສື້ອຜ້າ ຫຼື ສົ້ງເສື້ອ ຫຼືບາງຄັ້ງເອີ້ນສັ້ນ ໆ ວ່າ ເຄື່ອງ ແມ່ນສິ່ງຂອງທີ່ມະນຸດສວມໃສ່ເພື່ອປົກປ້ອງຮ່າງກາຍຈາກສະພາວະອາກາດ ສະພາບແວດລ້ອມ ຄວາມປອດໄພ ຄວາມສະດວກສະບາຍ ຄວາມສຸພາບ ແລະເພື່ອສະທ້ອນເຖິງ ສັງຄົມ ສາສະໜາ ວັດທະນະທຳ ລວມເຖິງ ລົດສະນິຍົມສະເພາະໂຕບຸກຄົນນຳ. ເຄື່ອງນຸ່ງຫົ່ມບາງຊະນິດອາດອອກແບບໃຫ້ສວມໃສ່ສະເພາະເພດ ແຕ່ບໍ່ນັບກໍລະນີການແຕ່ງໂຕຂ້າມເພດ.

ເດັກແດງສວມໃສ່ເຄື່ອງນຸ່ງກັນອາກາດໜາວ

ເຄື່ອງນຸ່ງຫົ່ມທີ່ສວມໃສ່ເພື່ອຕອບສະໜອງຄວາມຕ້ອງການພື້ນຖານ ສວມໃສ່ໄວ້ເພື່ອປ້ອງກັນຮ່າງກາຍບໍ່ໃຫ້ໄດ້ຮັບຄວາມອັນຕະລາຍຈາກສິ່ງແວດລ້ອມຢ່າງອາກາດ ແສງແດດທີ່ຮຸນແຮງ ຄວາມໜາວສຸດຂົ້ວ ຝົນ ກັນມະແລງ ສານເຄມີ ອາວຸດ ແລະອັນຕະລາຍຢ່າງອື່ນ.

ມະນຸດຍັງປະດິດເຄື່ອງນຸ່ງຫົ່ມເພື່ອໃຊ້ໃນການແກ້ໄຂບັນຫາ ທີ່ກ່ຽວຂ້ອງກັບອຸປະກອນຕ່າງ ໆ ການໃຊ້ເຮັດວຽກ ເຊັ່ນ ຊຸດອະວະກາດ, ຊຸດເກາະ, ຊຸດລອຍນ້ຳ, ຊຸດດຳນ້ຳ, ຊຸດກັນເຜິ້ງ, ເສື້ອໜັງຂັບລົດຈັກ ເປັນຕົ້ນ ຜູ້ຄົນຍັງປະດິດປະດັບສິ່ງຕ່າງ ໆ ໃນຮ່າງກາຍ ຢ່າງ ໝວກ ກໍ່ອາດຈະເອີ້ນວ່າເຄື່ອງແຕ່ງກາຍ.

ເບິ່ງຕື່ມ ດັດແກ້