ສ່ວນປະກອບ ດັດແກ້

  • ເຂົ້າໜຽວ,
  • ກະທິ,
  • ເກືອ,
  • ນ້ຳຕານ,
  • ເຜືອກ,
  • ໄມ້ໄຜ່,
  • ໃບຕອງ

ວິທີເຮັດ ດັດແກ້

- ນຳໄມ້ໄຜ່ມາຕັດເປັນຂໍ້ພໍດີແລ້ວໃຊ້ໃບຕອງອັດປາກໄມ້ໄຜ່ໄວ້ເພື່ອບໍ່ໃຫ້ລົມເຂົ້າບໍ່ດັ່ງນັ້ນເຈ້ຍຂອງໄມ້ໄຜ່ຈະບໍ່ຕິດເຂົ້າຫຼາມດີ.

- ນຳເຂົ້າໜຽວທີ່ໝ່າໄວ້ປະມານ 3 ຊົ່ວໂມງ ເອົາໃສ່ຊາມແລ້ວເອົາກະທິ, ເກືອໜ້ອຍໜຶ່ງ, ນ້ຳຕານ, ເຜືອກທີ່ຊອຍເປັນຕ່ອນນ້ອຍໆພໍດີ ຄົນໃຫ້ເຂົ້າກັນ.

- ນຳເອົາສ່ວນປະກອບທີ່ປະສົມແລ້ວນັ້ນຄ່ອຍໆຕັກລົງໄມ້ໄຜ່ໃຫ້ເກືອບເຕັມບັ້ງໄມ້ໄຜ່ແລ້ວເອົາໃບຕອງອັດປາກໄມ້ໄຜ່ໄວ້ຈາກນັ້ນນຳໄປຂາງໃສ່ໄຟຈົນເຂົ້າຫຼາມສຸກດີ.