ເຂົ້າປຸ້ນ ແມ່ນອາຫານພື້ນບ້ານຂອງຊາວລາວເຊິ່ງມີມາແຕ່ດົນນານແລ້ວ, ເຂົ້າປຸ້ນແມ່ນຫນຶ່ງໃນອາຫານທີ່ສຳຄັນຫລາຍກໍ່ວ່າໄດ້ເພາະຢູ່ໃນງານບຸນຕ່າງໆເຊັ່ນ: ງານດອງ, ງານບຸນກອງບວດ ແລະ ງານປະເພນີອື່ນໆ. ເຂົ້າປຸ້ນ ຈະມີສ່ວນປະກອບຢູ່ 4 ສ່ວນໃຫ່ຍຄື : ເສັ້ນເຂົ້າປຸ້ນ, ນໍ້າເຂົ້າປຸ້ນ ຫລື ນໍ້າແກງເຂົ້າປຸ້ນ, ເຫຍື່ອເຂົ້າປຸ້ນ, ຜັກຕ່າງໆເພື່ອກິນກັບເຂົ້າປຸ້ນ



1 ເສັ້ນເຂົ້າປຸ້ນ: ດັດແກ້

1. ເສັ້ນເຂົ້າປຸ້ນແປ້ງ


2. ເສັ້ນເຂົ້າປຸ້ນເຂົ້າ



2 ນໍ້າເຂົ້າປຸ້ນ ຫລື ນໍ້າແກງເຂົ້າປຸ້ນ ດັດແກ້

ສາມາດເຮັດດ້ວຍເນື້ອປາເກືອບທຸກສະນິດໄດ້


ສ່ວນປະກອບຂອງນໍ້າເຂົ້າປຸ້ນ

- ປານິນ

- ປາແດກ

- ລູກຊີ້ນ

- ຕ່ອນເລື້ອດ

- ຂີງ

- ຄ່າ

- ຫົວສີໄຄ

- ນໍ້າຫນ້າເຂົ້າປຸ້ນ

- ເກືອ

- ແປ້ງນົວ

- ນໍ້າຕານ

- ນໍ້າຫມາກພ້າວສົດ

- ...............................


ວິທີເຮັດ


3 ເຫຍື່ອເຂົ້າປຸ້ນ ດັດແກ້

ສ່ວນປະກອບຂອງສື່: ເຫື່ຍອເຂົ້າປຸ້ນ

- ຜັກກະລໍ່າ : ຊອຍເປັນເສັ້ນບາງໆດ້ວຍມີດສອງຄົມ ແລ້ວນຳມາແຊ່ນໍ້າສະອາດປະໄວ້ 5 ຫາ 10 ນາທີເພື່ອບໍ່ໃຫ້ມີກີ່ນເຫມັນ. ຈາກນັ້ນກໍ່ລ້າງໃຫ້ສະອາດແລ້ວປະໃຫ້ມັນສະເດັດນໍ້າ

- ຫມາກປີກ້ວຍ : ກຽມຊາມທີ່ມີນໍ້າ ແລະ ໃຫ້ເອົາເກືອໃສ່ 1 ບ່ວງກ່ອນທີ່ຈະຊອຍ, ເພາະເກືອສາມາດຊ່ວຍໃຫ້ຢາງຫມາກປີບໍ່ດຳຕິດມື, ຊາມ ຫລື ມີດສອງຄົມ ທັງເຮັດໃຫ້ເຫຍື່ອຫມາກປີທີ່ຊອຍແລ້ວບໍ່ດຳ

- ຜັກບົ້ງ : ນຳເອົາຜັກບົ້ງທີ່ຍັງບໍ່ທັນໄດ້ລວກມາເດັດເອົາໃບແກ່ອອກ ແລ້ວຊອຍເປັນຕ່ອນນ້ອຍໆ, ລ້າງໃຫ້ສະອາດແລ້ວປະໃຫ້ມັນສະເດັດນໍ້າ

- ຖົ່ວງອກ : ລ້າງໃຫ້ສະອາດເພື່ອດັບກິ່ນທີ່ມີໃນຖົ່ວງອກ, ປະໃຫ້ມັນສະເດັດນໍ້າ

ແລະ ຜັກອື່ນໆຕາມຕ້ອງການ



4 ຜັກຕ່າງໆເພື່ອກິນກັບເຂົ້າປຸ້ນ. ດັດແກ້

- ຫມາກຖົ່ວຍາວ

- ຫອມລາບ, ຫອມມົນ, ຫອມກ້ານກໍ່າ

- ຜັກສະຫລັດ

- ຫມາກເຜັດດິບ

- ກະປິ

ແລະ ຜັກອື່ນໆຕາມມັກ