ອຸຕະມະ ຈຸນລະມະນີ

ທ່ານ ອຸຕະມະ ຈຸລາມະນີ, ສິນລະປິນແຫ່ງຊາດ, ນັກປະຕິວັດອາວຸໂສ ທີ່ມີນໍ້າໃຈຮັກຊາດ ແລະ ປະຊາຊົນລາວບັນດາເຜົ່າຢ່າງດູດດື່ມ, ແລະ ເປັນຜູ້ປະພັນທຳນອງ ເພັງອໍາມະຕະ ຄື: ເພັງ ດອງຈໍາປາ “ຈໍາປາເມືອງລາວ”, ທ່ານ ອຸຕະມະ ຈຸລາມະນີ ເຄີຍດໍາລົງຕໍາແໜ່ງທີ່ສໍາຄັນຫຼາຍຢ່າງໃນສະໄໝການປະຕິວັດຊາດປະຊາທິປະໄຕ ແລະ ພາຍຫຼັງທີ່ປະເທດລາວ ໄດ້ສະຖາປະຊາເປັນ ສາທາລະນະລັດ ປະຊາຊົນປະໄຕ ປະຊາຊົນລາວ ເຊັ່ນ: ຮອງລັດຖະມົນຕີຜູ້ທີ່ໜື່ງ (ຜູ້ປະຈໍາການ) ກະຊວງສຶກສາທິການ ແລະ ທັມມະການ (ໃນສະໄໝນັ້ນ ທ່ານ ພູມີ ວົງວິຈິດ ເປັນລັດຖະມົນຕີວ່າການ), ອະດີດຮອງຫົວໜ້າຄະນະໂຄສະນາອົມຮົມ, ຖະແຫຼງຂ່າວ ແລະ ວັດທະນະທໍາສູນກາງພັກ (ຄອວ)ຢູ່ເຂດປົດປ່ອຍ.