ອຸດົມ ຊົງແສງ

ນັກສະແດງຕະຫຼົກໄທ

ອຸດົມ ຊົງແສງ ຫຼື ພໍ່ດົມ ຊວນຊື່ນ ແມ່ນນັກສະແດງຕະຫຼົກຊາວໄທ ໃນຄະນະຊວນຊື່ນ ມີຜົນງານສະແດງລະຄອນຫຼາຍຕໍ່ຫຼາຍເລື່ອງ ເຂົາມີພັນລະຍາທັງໝົດ 4 ຄົນ ບຸດ 15 ຄົນ ເຊິ່ງຖືວ່າເປັນນັກສະແດງຕະຫຼົກທີ່ມີພັນລະຍາຫຼາຍທີ່ສຸດໃນວົງການຕະຫຼົກໄທ

ດົມ ຊວນຊື່ນ
ຊື່ເກີດອຸດົມ ຊົງແສງ
ຊື່ຫຼີ້ນດົມ
ເກີດ 20 ມິຖຸນາ ຄ.ສ. 1935
ອຸດົມ ຊົງແສງ
ອຳເພີບ້ານໂປ່ງ ຈັງຫວັດລາຊະບຸລີ ປະເທດໄທ
ຄູ່ສົມລົດ 4 ຄົນ
ບຸດ ນົບພະດົນ ຊົງແສງ, ແສງດາວ ຊົງແສງ,ຜະດຸງ ຊົງແສງ
ອາຊີບ ນັກສະແດງຕະຫຼົກ

ປະຫວັດ ດັດແກ້

ອຸດົມ ຊົງແສງ ເກີດທີ່ອຳເພີບ້ານໂປ່ງ ຈັງຫວັດລາຊະບຸລີ ຄອບຄົວມີອາຊີບເປັນລິເກ ເຂົາຈຶ່ງຖືກດຶງເຂົ້າສູ່ທຸລະກິດແລະສິລະປະຂະແໜງນີ້ຢ່າງຫຼີກລ່ຽງບໍ່ໄດ້ ເຂົາຊອບເລື່ອງດົນຕີ ຈຶ່ງສາມາດຫຼີ້ນເຄື່ອງດົນຕີໄດ້ທຸກຊິ້ນ ແຕ່ໃຈຈິງເຂົາຢາກເປັນນັກດົນຕີສາກົນຫຼາຍກວ່າ ເພາະເຫັນວ່າເທ່ດີ ເຂົາຈຶ່ງບໍ່ຄ່ອຍມັກ ເມື່ອຕ້ອງນຳມາຫັດຮ້ອງຮຳລິເກ ແລະກໍມັກຈະຫຼົບໜີການເຝິກຊ້ອມຢູ່ເປັນປະຈຳ ແຕ່ດວງຂອງເຂົາຜູກພັນກັບເລື່ອງລິເກຢ່າງຊ່ອຍບໍ່ໄດ້ ຈົນໃນທີ່ສຸດ ກໍຕ້ອງເຂົ້າມາຮັບບົດພະເອກລິເກຈົນໄດ້ ເມື່ອພະເອກລິເກໃນຄະນະຂາດເຂົາຈຶ່ງຖືກນຳໂຕຂຶ້ນຮັບບົດພະເອກແທນຢ່າງກະທັນຫັນ ແຕ່ດ້ວຍໄຫວພຣິບ ການຮູ້ຈັງຫວະດົນຕີ ແລະປະຕິພານທີ່ມີຢູ່ເຫຼືອລົ້ນ ກໍເຮັດໃຫ້ເຂົາສາມາດສະແດງຈົນຜ່ານພົ້ນໄປໄດ້ດ້ວຍດີ ຫຼັງຈາກນັ້ນ ກໍຈຶ່ງໄດ້ເຮັ່ງຫັດລິເກຢ່າງເປັນກິດຈະລັກສະນະ ໂດຍລິເກຄະນະທຳອິດທີ່ເຂົາຮັບບົດເປັນພະເອກກໍຄືຄະນະສິນສົ່ງເສີມ

ເຊິ່ງປະສົບຄວາມສຳເລັດໃນລະດັບທີ່ນ່າພໍໃຈຢ່າງຍິ່ງ ກ່ອນຈະແຍກອອກມາຕັ້ງຄະນະລິເກອຸດົມສິນແລະໄດ້ສະແດງລິເກອອກລາຍການວິທະຍຸໃນນາມຄະນະ ອຸດົມ - ແວວດາວ ເຊິ່ງເປັນນ້ອງສາວ ແລະກໍປະສົບຄວາມສຳເລັດຢ່າງຫຼາຍທີ່ຈັນທະບຸລີ ຫລັງຈາກທີ່ສະແດງໄປໄດ້ແຄ່ 7 ມື້

ໃນລະຫວ່າງທີ່ເປັນນັກສະແດງລິເກຄວາມທີ່ຊື່ນຊອບເລື່ອງດົນຕີທັ້ງໄທແລະສາກົນຈຶ່ງສາມາດຫຼີ້ນເຄື່ອງດົນຕີທີ່ໃຊ້ໃນການສະແດງລິເກໄດ້ທຸກຊິ້ນ ແລະມີຄວາມສົນໃຈໃນແຊກໂຊໂຟນ ຈຶ່ງໄດ້ຊື້ມາເຝິກຫຼີ້ນດ້ວຍຕົນເອງ ຕໍ່ມາພໍ່ດົມຈຶ່ງໄດ້ຄິດວິທີການດຶງຜູ້ຊົມໃຫ້ເຂົ້າມາເບິ່ງລິເກດ້ວຍການຫຼີ້ນດົນຕີສາກົນໃນຊ່ວງຫົວຄ່ຳກ່ອນການສະແດງ ຄະນະລິເກຂອງພໍ່ດົມຈຶ່ງມີທັ້ງແອັກຄໍດຽນ ກີຕ້າ ເບສ ແລະກອງຊຸດ ເຄື່ອງດົນຕີເຫຼົ່ານີ້ກໍຖືກນຳໄປຫຼີ້ນຮວມກັບເຄື່ອງດົນຕີລິເກ ນັບເປັນຄະນະລິເກຄະນະທຳອິດຂອງເມືອງໄທຈົນເປັນຕົ້ນແບບໃຫ້ກັບຄະນະລິເກໃນຍຸກປັດຈຸບັນ

ຂະນະອາຍຸໄດ້ 30 ປີ ຫລັງຈາກທີ່ໄດ້ຍິນຄົນເບິ່ງບົ່ນໃຫ້ຟັງເລື່ອງອາຍຸຫຼາຍເກີນທີ່ຈະເປັນພະເອກ ພໍ່ດົມກໍຕັດສິນໃຈລ້າງມືຈາກການເປັນພະເອກລິເກແລະຫນີເຂົ້າກຸງເທບພ້ອມກັບແຊກໂຊໂຟນຄູ່ໃຈເຂົ້າຮ່ວມວົງດົນຕີລູກທຸ່ງຂອງປະຈວບ ຈຳປາທອງ ສັງທອງ ສີໃສ ຊາຕີ ສີຊົນ ເພີນ ພົມແດນ ນັກຮ້ອງລູກທຸ່ງຊື່ດັງໃນຍຸກນັ້ນ ຢູ່ໃນຕຳແໜ່ງເຄື່ອງເປົ່າ ພ້ອມກັບໃຫ້ນົບພະດົນ ຊົງແສງ (ຈິ້ມ) ລູກຊາຍເຂົ້າຮ່ວມວົງອີກຄົນໃນຕຳແໜ່ງມືກອງ ໃນລະຫວ່າງພໍ່ດົມແລະຈິ້ມໄດ້ເລິ່ມຫັນມາສະແດງຕະຫລົກແທນຕະຫລົກໃນຄະນະທີ່ຫຍຸດພັກ ໂດຍໄດ້ຄ່າຕົວເຖິງຄືນລະ 500 ບາດ ຫຼີ້ນຕະຫລົກຢູ່ຮາວ 1 ປີ ຈົນກະທັ່ງວົງດົນຕີຂອງເພີນ ພົມແດນໄດ້ຍຸບໄປ

ໃນປີ ຄ.ສ. 1982 ຂະນະອາຍຸໄດ້ 47 ປີ ພໍ່ດົມໄດ້ຮວບຮວມສະມັກພັກພວກກໍ່ຕັ້ງຄະນະຕະຫລົກຄະນະຊວນຊົມຂຶ້ນໃນຮູບແບບຕະຫລົກຄອບຄົວແຕ່ບໍ່ໄດ້ຮັບຄວາມນິຍົມຫຼາຍນັກຈຶ່ງໄດ້ປ່ຽນຊື່ເປັນຊວນຊື່ນ ເຮັດໃຫ້ເລິ່ມມີຊື່ສຽງຂຶ້ນມາໂດຍຮັບງານສະແດງຕະຫລົກຕາມທີ່ຕ່າງ ໆ ລວມໄປເຖິງກໍ່ຕັ້ງບໍລິສັດຮັບຈັດງານສະແດງ ໂຊ ແລະຜະລິດລາຍການໂທລະທັດອອກມາຫຼາຍ ໃນເວລາຕໍ່ມາດ້ວຍອາຍຸທີ່ຫຼາຍຂຶ້ນພໍ່ດົມຈຶ່ງຍົກຄະນະໃຫ້ ຈິ້ມ ຊວນຊື່ນ ເປັນຜູ້ດູແລແທນແຕ່ພໍ່ດົມກໍຍັງຮ່ວມສະແດງຕະຫລົກກັບຊາວຄະນະຢູ່ສະເໝີຈົນກະທັ່ງຈິ້ມຍຸບຄະນະຊວນຊື່ນໄປໃນທີ່ສຸດ

ນອກຈາກນີ້ ພໍ່ດົມຍັງເປັນນັກແຕ່ງເພງເຊິ່ງໄດ້ຮັບຄຳແນະນຳມາຈາກ ພອນ ພິລົມ ໃນຊ່ວງທີ່ໄປຫຼີ້ນລິເກນຳກັນດົນ 2 ປີ ພໍ່ດົມໄດ້ປະພັນເພງໄວ້ຫຼາຍບົດເພງໃຫ້ກັບນັກຮ້ອງຊື່ດັງຫຼາຍທ່ານ ອາທິ ຄຳພີ ແສງທອງ ຍອດຮັກ ສະລັກໃຈ ເອກກະໄຊ ສີວິໄຊ ແລະບົດເພງທີ່ສ້າງຊື່ສຽງໃຫ້ກັບພໍ່ດົມຫຼາຍທີ່ສຸດຄືເພງ ພິດຮັກພິດສະນຸໂລກ ເດີມພໍ່ດົມຕັ້ງໃຈແຕ່ງເອົາໃວ້ໃຫ້ຈິ້ມຕອນອາຍຸ 14 ປີ ພາຍຫລັງໄດ້ຖືກນຳໄປເປັນເພງປະກອບຮູບເງົາເລື່ອງ ຄົນປີມະ ຂັບຮ້ອງໂດຍ ສີຫນຸ່ມ ເຊີນຍິ້ມ ເປັນຜູ້ຂັບຮ້ອງຄົນທຳອິດ ຕໍ່ມາ ສັນຕິ ດວງສະຫວ່າງ ແລະ ຫນູ ມິເຕີ້ ໄດ້ນຳເພງນີ້ໄປຂັບຮ້ອງໃໝ່

ເດືອນມິຖຸນາ ຄ.ສ. 2018 ພໍ່ດົມໄດ້ຕວດພົບວ່າຕົວເອງເປັນໂຮກມະເລັງຕັບໃນລະຍະທີ່ 3 ກະທັ່ງພໍ່ດົມໄດເສຍຊີວິດລົງທີ່ໂຮງພະຍາບານພະນັ່ງເກົ້າເມື່ອວັນຈັນທີ່ 24 ທັນວາ ຄ.ສ. 2018 ດ້ວຍໄວ 83 ປີ 7 ເດືອນ 4 ມື້

ผลงาน ດັດແກ້

ภาพยนตร์ ດັດແກ້

พ.ศ. ละคร รับบท
2545 ผีหัวขาด ชาวบ้าน (รับเชิญ)
2546 องค์บาก ตาเหมือน (รับเชิญ)
หลบผี ผีไม่หลบ ดม
ดึก ดำ ดึ๋ย ตาของสวย
คนปีมะ
2547 บอดี้การ์ดหน้าเหลี่ยม ดม (เอเลียต) (รับเชิญ)
โหมโรง ช่างซ่อมเครื่องดนตรีไทย
โกร๋น ก๊วน กวน ผี ตาเก่ง
มนต์รักร้อยล้าน ผู้ใหญ่เทพ
2548 พยัคฆ์ร้ายส่ายหน้า บอม คนบ้าชอบทำระเบิด
2549 โหน่ง เท่ง นักเลงภูเขาทอง นายแดง (พ่อของบุญเท่ง)
โกยเถอะโยม สัปเหร่อจัน
แสบสนิท ศิษย์ส่ายหน้า
2551 บ้านผีเปิบ ลุงดูด
2552 บุปผาราตรี 3.1 ลูกกรอกตัวพ่อ
บุปผาราตรี 3.2 ลูกกรอกตัวพ่อ
2553 8E88 แฟนลั้ลลา เจ้าพ่อดม
มือปืนดาวพระเสาร์ เปิ้ล อาก้า
2554 จั๊กกะแหล๋น ป๋าชา
ใหม่กะหม่ำ โดนกะโดน พ่อของใหม่
เหลือแหล่ ลุงดม
หมาแก่ อันตราย เปิ้ล อาก้า
ขอบคุณที่รักกัน เตี่ย
2557 ตุ๊กแกรักแป้งมาก ลุงโอ่ง
2559 หลวงพี่แจ๊ส 4G พ่อดม (พ่อของหลวงพี่แจ๊ส) (รับเชิญ)

ละครโทรทัศน์ และซิตคอม ດັດແກ້

พ.ศ. ละคร รับบท
2545 คนส่งกรรม เฒ่าสุก
2546 สัญญาเมื่อสายัณห์
2548 ชิชา สาวน้อยมหัศจรรย์
2550 ผู้กองเจ้าเสน่ห์ (ตอน ตัวประกัน)
2551 รักต้องซ่อม (ตอน รักติดปีก)
2552 เป็นต่อ ลุงของพี่กอล์ฟ (ตอน ผ้าเหลืองร้อน)
บ่วงร้ายพ่ายรัก มัคทายก
เทพธิดาปลาร้า
2553 วงษ์คำเหลา เดอะซีรีส์ ท่านปู่ทอง
วายุภัคมนตรา ท่านเจ้าที่
2554 รักไม่มีวันตาย ลุงมหา
2555 แก้วกลางดง
นางสิงห์สะบัดช่อ สัปเหร่อคง
ก้นครัวตัวแสบ ยม
2556 คุณชายรัชชานนท์ พรานเกิ้น
มาเฟียตาหวาน
2557 ธิดาแดนซ์ จ่า
ยอดชายนายตุ๊กตุ๊ก ลุงแช่ม
2558 ลิเกหมัดสั่ง มัคทายก
2 รัก 2 วิญญาณ คนขับแท็กซี่
เจ้านาง พ่อครู
มนต์รักเพลงผีบอก
2559 สัญญาเมื่อสายัณห์ ตาชุปสี่คิ้ว (ครูสอนเพลงลูกทุ่ง)
ระเบิดเถิดเทิงแดนเซอร์ทะลวงไส้ (ตอน พ่อไม่เข้าใจแหนม)
ละครเทิดพระเกียรติ ชุด ใต้ร่มพระบารมี
เรื่อง เพลงแห่งแสงตะวัน
ลุงต่าย
2560 หล่อล่าผี ปู่ดม
ว่าความตามรัก นับตังค์ สงวนสิน (ปู่นับตังค์) (รับเชิญ)
ราชนาวีที่รัก ลุงโขง
2561 รักปรุงรส ปู่สิงห์

รายการโทรทัศน์ ດັດແກ້

ผลงานอื่นๆ ດັດແກ້