ອີໂລຕິກກະ(ພາສາອັງກິດແມ່ນ erotica)

ແມ່ນບົດຂຽນຫຼືບົດປະພັນທີ່ເຮັດຂຶ້ນມາເພື່ອຄວາມສຸນທີທາງເພດ.ຫຼືອາດຈະເອີ້ນວ່າໜັງສືໂປ້ກໍ່ພໍໄດ້ແຕ່ການໂປ້ຂອງອີໂຣຕິກກະນັ້ນຈະເນັ້ນການໂປ້ດ້ວຍຕົວໜັງສືເທົ່ານັ້ນ.ບົດຂຽນຫຼືບົດປະພັນແນວນີ້ຈະເນັ້ນສ້າງແລະກະຕຸ້ນອາລົມໃຫ້ຜູ້ອ່ານເກີດຄວາມຕ້ອງການທາງເພດເປັນຫຼັກສ່ວນເນື້ອຫາຢ່າງອື່ນເປັນສໍາຮອງດັ່ງນັ້ນບົດຂຽນຫຼືບົດປະພັນແນວນີ້ຈຶ່ງບໍ່ຖືກອະນຸຍາດໃຫ້ເຜີຍແຜ່ໃນບາງປະເທດເພາະພວກເຂົາເຊື່ອວ່າຈະເຮັດໃຫ້ປະເພນີແລະວັດທະນະທໍາອັນດີງາມຂອງພວກເຂົາເສື່ອມລົງ.ແຕ່ໃນບາງປະເທດທີ່ມີວັດທະນະທໍາແລະປະເພນີທີ່ດີງາມເຊັ່ນປະເທດຍີ່ປຸ່ນກັບເປັນທີ່ຍອມຮັບກັນຢ່າງແພ່ຫຼາຍ,ພວກນັກຂຽນນັກປະພັນທີ່ປະເທດຍີ່ປຸ່ນນັ້ນສາມາດຂຽນໜັງສືໃຫ້ໂປ້ເທົ່າໃດກໍ່ໄດ້ຕາມທີ່ພວກເຂົາຕ້ອງການ.ໂດຍທີ່ບໍ່ມີຜົນກະທົບຫຍັງກັບປະເພນີແລະວັດທະນະທໍາຂອງປະເທດເລີຍ.ທ່ານສາມາດເຫັນຄວາມເປັນຍີ່ປຸ່ນໄດ້ເກືອບທົ່ວທຸກຫົນທຸກແຫ່ງ.ບຸນຫຍັງເຄີຍຈັດຕອນໃດກໍ່ຍັງຈັດກັນເໝືອນເດີມທຸກປີ,ສັງເກດວ່າຄະດີຂົ່ມຂືນແລະອັດຕາການຖືພາກ່ອນໄວອັນຄວນຂອງປະເທດຍີ່ປຸ່ນແມ່ນມີໜ້ອຍຫຼາຍຖ້າທຽບໃສ່ບາງປະເທດທີ່ສັ່ງຫ້າມເຜີຍແຜ່ໜັງສືປະເພດນີ້.