ເມືອງອາດສະພອນ ຫ່າງຈາກເທສະບານແຂວງສະຫວັນນະເຂດ ໄປທາງທິດຕາເວັນອອກໄລຍະທາງ 95 ຫລັກກິໂລແມັດ ມືອງ ອາດສະພອນ ເປັນເມືອງໜຶ່ງ ໃນ ຈຳນວນ 15 ເມືອງ ຂອງ ແຂວງ ສະຫວັນນະເຂດ, ສ້າງຕັ້ງຂຶ້ນ ໃນ ປີ 1993. ເມືອງ​ ອາດ​ສະ​ພອນ​ ເຄີຍ​ ເປັນ ພາກສ່ວນ ​​​​ຂອງ ​ເມືອງ ອາດສະພັງທອງ, ເມືອງ ອາດສະພອນ ຕັ້ງຢູ່ຫ່າງຈາກ ເທດສະບານແຂວງ ໄປທາງທິດຕາເວັນອອກ ສ່ຽງ ເໜືອປະມານ95 ກິໂລແມັດ, ທິດເໜືອຕິດກັບເມືອງໄຊບົວທອງແລະເມືອງເຊບັ້ງໄຟ, ແຂວງ ຄຳມ່ວນ. ທິດຕາເວັນອອກຕິດກັບເມືອງວິລະບູລີ, ທິດໃຕ້ແລະທິດຕາເວັນອອກສ່ຽງ ໃຕ້ຕິດກັບເມືອງອາດສະພັງທອງແລະເມືອງພະລານໄຊ, ທິດຕາເວັນ ຕົກຕິດກັບເມືອງອຸ ທຸມພອນແລະເມືອງໄຊບູລີ. ເມືອງອາດສະພອນມີເນື້ອທີ່ທັງໝົດ1,496.5 ຕາລາງກິ ໂລແມັດ, ເນື້ອທີ່ທົ່ງພຽງກວມເຖິງ80% ແລະ20% ແມ່ນເນື້ອທີ່ພູຜາປ່າດົງແລະປ່າໂຄກ.

ເມືອງອາດສະພອນປະກອບ​ມີ56 ບ້ານແລະ​ແບ່ງອອກ​ເປັນ12 ກຸ່ມ​ບ້ານ, ມີ8,060 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ51,775 ຄົນ, ຍິງ25,701 ຄົນ, ປະກອບດ້ວຍ2 ເຜົ່າໃຫຍ່ຄື: ເຜົ່າຜູ້ໄທ75% ແລະເຜົ່າລາວເທິງ25%. ປະຊາຊົນດຳລົງຊີວິດດ້ວຍການ ເຮັດນາເປັນຕົ້ນຕໍແລະລ້ຽງສັດ, ປູກພືດສຳຮອງຕ່າງໆ, ການ​​​​ຫັດຖະກຳເປັນອາຊີບສຳ ຮອງ. ມີ​ພຽງ​ 26 ບ້ານ​ທີ່ມີ​ໄ​​ຟຟ້າ​ໃຊ້ແລະ95% ຂອງຈຳນວນ​ຄອບຄົວທັງ​​ໝົດທີ່ໄດ້ນໍາໃຊ້​​​​​ນ້ຳ​ສະອາດ​.

ແຫຼ່ງຂໍ້ມູນອື່ນ ດັດແກ້

ຂໍ້ມູນຈາກ: normai[dead link], 2/11/2018.