ຄືລັກຄວາມຈິງອັນປະເສີດ 4 ປະການ

ສົມເດັດພຣະສັມມາສັມພຸດທະເຈົ້າ ຊົ່ງຕັດສະຮູ້ອະນຸສັມມາສັມໂພທິຍານ ແລະ ໃດ້ຄົ້ນພົບຫຼັກຄວາມຈິງອັນປະເສີດ 4 ປະການ ຫຼື ອະລິຍະສັດ 4 ເຊິ່ງເປັນຫຼັກທັມ ຫຼື ຫຼັກຄວາມຈິງແຫ່ງການພົ້ນທຸກທັງປວງ

ອະລິຍະສັດທັງ 4 ປຣະກອບດ້ວຍ

1. ທຸກ: ຄືຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈ ເປັນສະພາບຂອງຄວາມລໍາບາກທັງທາງກາຍແລະທາງໃຈ ທັງຮັກ ໂລບ ໂກດ ຫຼົງ ຄວາມເສົ້າໂສກເສຍໃຈທັງປວງ ເປັນຕົ້ນ

2. ສະມຸໄທ: ຄືສາເຫດແຫ່ງທຸກນັ້ນ ເຊິ່ງຄວາມທຸກທັງປວງມັກເກີດຈາກຄວາມບໍ່ຮູ້ ຄວາມບໍ່ເຂົ້າໃຈໃນໂລກ ຄວາມອ່ອນປະສົມການໃນຊີວິດ ເຊິ່ງຄວາມບໍ່ຮູ້ເລົ່ານີ້ ເອີ້ນວ່າ ອະວິຊາ ແລະ ເປັນສາເຫດແຫ່ງທຸກທັງປວງ

3. ນິໂຣດ: ຄືຄວາມບໍ່ມີທຸກ ເຊິ່ງກໍ່ໝາຍເຖິງການເຂົ້າໃຈໃນ ສະມຸໄທ ຄວາມເຂົ້າໃຈສາເຫດແຫ່ງທຸກ ຄວາມເສົ້າມົວໝອງທັງປວງ

4. ຫມັກ: ຄືຫົນທາງແຫ່ງການດັບທຸກ ເຊິ່ງພະພຸດທະອົງຕຣັດໄວ້ວ່າ ຫມັກມີອົງ8 ຫຼືວິທີ່ການດັບທຸກທັງປວງນັ້ນ ມີຢູ່8ປະການນັ້ນເອງ