ຫີເປັນຄໍາຫຍາບທີ່ໃຊ້ອ້າງເຖິງອະໄວຍະວະເພດຂອງຜູ້ຍິງຫຼືສັດຕົວເມຍ.ໃນບາງກໍລະນີກໍ່ອາດຈະມີການໃຊ້ຄໍາອື່ນເພື່ອຫຼີກລ້ຽງເຊັ່ນ:"ຫອຍ","ປິ","ຊ່ອງຄອດ","ໝໍ້"... ໂດຍທົ່ວໄປແລ້ວຄໍາວ່າຫີແມ່ນຈະໝາຍເຖິງສະເພາະສ່ວນທີ່ເປັນພາຍນອກຂອງອະໄວຍະວະສືບພັນເພດຍິງຈະບໍ່ລວມເຖິງປາກມົດລູກຫຼືມົດລູກ. ລັກຊະນະທົ່ວໄປຂອງຫີຜູ້ຍິງນັ້ນຈະປະກອບດ້ວຍເນີນຫີ,ໜັງປົກແຕດ,ແຕດ,ຮີມຫີດ້ານນອກ,ຮີມຫີດ້ານໃນ,ຊ່ອງຄອດ. ຫີສາມາດຕີ່ອອກໄດ້ລວງຮອບປະມານຫົກຫາເຈັດຈຸດຫ້າຊັງຕີແມັດແລະມີຄວາມເລິກປະມານເກົ້າຊັງຕີແມັດ.ແຕ່ເຖິງຢ່າງໃດກໍ່ຕາມໃນເວລາມີເພດສໍາພັນຫຼືເວລາເກີດລູກນັ້ນຫີກໍ່ສາມາດຕີ່ໄດ້ກວ້າງແລະເລິກກວ່ານັ້ນອີກກໍ່ໄດ້.