ຫມັກ8ປະກອບດ້ວຍ

1. ສັມມາທິຖິ: ຄືປັນຍາເຫັນຊອບ(ຄືຄວາມເຂົ້າໃຈຖືກຕ້ອງ)

2. ສັມມາສັງກັບປະ: ຄືຄວາມໃຝໃຈຖືກຕ້ອງ(ຄືຄຳຣິຊອບ)

3. ສັມມາວາຈາ: ຄືການເວົ້າຈາຖືກຕ້ອງ(ຄືເຈຍລະຈາຊອບ)

4. ສັມມາກັມມັນຕະ: ຄືການກະທຳຖືກຕ້ອງ(ຄືການປະພຶດດີງາມ)

5. ສັມມາອະຊີວະ: ຄືການດຳລົງຊີບຖືກຕ້ອງ(ຄືການທຳມາຫາກິນຢ່າງສຸດຈະລິດ)

6. ສັມມາວາຍະມະ: ຄືຄວາມພາກພຽນຖືກຕ້ອງ(ຄືຄວາມອຸດສາຫະພະຍາຍາມ)

7. ສັມມາສະຕິ: ຄືການລະລືກປະຈໍາໃຈຖືກຕ້ອງ(ຄືການບໍ່ປ່ອຍໃຫ້ເກີດຄວາມພັ້ງເພີ)

8. ສັມມາສະມາທິ: ຄືການຕັ້ງໃຈຫມັ້ນຖືກຕ້ອງ(ຄືການຝືກຈິດໃຫ້ຕັ້ງຫມັ້ນ)

ການປະຕິບັດທັມທຸກຂັ້ນຕອນ ລວມລົງໃນຫມັກອັນປະກອບດ້ວຍອົງ8ນີ້ ເມຶ່ອລວບລວມເຂົ້າກັນແລ້ວເຫຼຶອພຽງ3ຄື: ສິນ-ສະມາຖິ ແລະ ປັນຍາ ສະຫຼຸບສັ້ນໆກໍ່ຄື:

ການປະຕິບັດທັມ(ສິນ-ສະມາຖິ-ປັນຍາ) ກໍ່ຄືການເດີນຕາມຫມັກ

-   ສັມມາທິຖິ(ປັນຍາ): ຄືຄວາມເຂົ້າໃຈຖືກຕ້ອງ ຍ້ອມຕ້ອງການໃຊ້ໃນກິດການທົ່ວໄປທຸກປະເພດ ທັງທາງໂລກແລະທາງທັມ ແຕ່ສຳລັບຝ່າຍທັມຊັ້ນສູງອັນກ່ຽວກັບການເຫັນທຸກຫຼືອາສາວະ ເຊິ່ງຈັດເປັນການເຫັນອະລິຍະສັດນັ້ນ ຍ້ອມຕ້ອງການເຝິກຝົນຢ່າງຈິງຈັງເປັນພິເສດ ຄວາມເຂົ້າໃຈຖືກຕ້ອງ ຄືຕ້ອງເຂົ້າໃຈຢ່າງທົ່ວເຖິງວ່າ ທຸກນັ້ນເປັນແນວໃດ ຢ່າງຫຍາບໆ ທີ່ປະກົດຊັດເຈນເປັນແນວໃດ ຢ່າງລະອຽດທີ່ແອບແຝງເປັນແນວໃດ ເຫດເຮັດໃຫ້ເກີດທຸກເປັນແນວໃດ ຄວາມດັບສະນິດຂອງທຸກມີພາວະແນວໃດ ມີລຳດັບຢ່າງໃດ  ທາງໃຫ້ເຖິງຄວາມດັບທຸກຄືຫຍັງ ໄປໃຫ້ເຖິງໃດ້ແນວໃດ ສັມມາທິຖິ ມີທັງທີ່ເປັນ ໂລກິຍະຄືຂອງບຸກຄົນ ຕ້ອງຂົນຂວາຍປະຕິບັດກ້າວໜ້າຢູ່ ແລະ ສັມມາທິຖິ ທີ່ເປັນ ໂລກກຸດຕະຣະ ຄືຂອງພຣະອະລິຍະບຸກຄົນຕົ້ນໆ ສ່ວຍຂອງພຣະອະຣະຫັນນັ້ນ ເອີນວ່າ ວິຊາໄປ ແລະ ບໍ່ເອີນວ່າອົງແຫ່ງຫມັກ ເພາະເພີນເຖີງທີ່ສຸດແລ້ວ

-   ສັມມາສັງກັບປະ(ປັນຍາ): ຄືຄວາມໃຝໃຈຖືກຕ້ອງ ຄືຄວາມໃຝໃຈຖືກຕ້ອງ ຄືຄິດຫາທາງອອກໄປຈາກທຸກຕາມກົດແຫ່ງເຫດຜົນທີ່ເຫັນຊອບມາແລ້ວ ຂໍສັມມາທິຖິນັ້ນເອງ ເລີ້ມຕັ້ງແຕ່ການໃຝໃຈທີ່ນ້ອບນ້ອມໄປໃນການອອກບວດ ການບໍ່ເພ່ງຮ້າຍ ການບໍ່ເຮັດທຸກໃຫ້ແກ່ຜູ້ອື່ນແມກະທັ້ງຄວາມເພີ ລວມທັງຄວາມໃຝໃຈຖືກຕ້ອງທຸກໆຢ່າງທີ່ເປັນໄປເພຶ່ອຄວາມລຸດພົ້ນຈາກສິ່ງທີ່ມະນຸດບໍ່ປະສົງ

-   ສັມມາວາຈາ(ສິນ): ຄືການເວົ້າຈາຖື້ກຕ້ອງ ບໍ່ເປັນໂທດຕໍຕົນເອງແລະຜູ້ອື່ນ

-   ສັມມາກັມມັນຕະ(ສິນ): ຄືການດໍາລົງຊີບຖື້ກຕ້ອງ ບໍ່ເປັນໂທດຕໍຕົນເອງແລະຜູ້ອື່ນ

-   ສັມມາວາຍາມະ(ສະມາຖິ): ຄືຄວາມພາກພຽນຖືກຕ້ອງເປັນສ່ວນຂອງໃຈທີ່ບາກບັ້ນໃນອັນທີ່ຈະກ້າວໜັ້າບໍ່ຖອຍຫຼັງຈາກທາງດຳເນີນຕາມຫມັກ ເຖິງກັບທີ່ການອະທິຖານຢ່າງແຮງກ້າ

-   ສັມມາສະຕິ(ສະມາຖິ): ຄືການລະລືກປະຈໍາໃຈຖືກຕ້ອງ ລະລືກແຕ່ໃນສິ່ງທີ່ເກື້ອໜຸນແກ່ປັນຍາທີ່ຈະແທງທະລຸອະວິຊາທີ່ຄອບງຳຕົນຢູ່ໃຫ້ຊິນໄປ

-   ສັມມາສະມາທິ(ສະມາຖິ): ຄືການຕັ້ງໃຈຫມັ້ນຖືກຕ້ອງໃດ້ແກ່ສະມາຖິ ເປັນຂອງຈຳເປັນໃນກິດຈະການທຸກຢ່າງ ສຳລັບໃນທີ່ນີ້ເປັນອາການຂອງໃຈທີ່ລວມກຳລັງເປັນຈຸດດຽວ ກ້າແຂງພໍທີ່ຈະໃຫ້ເກີດປັນຍາທຳການແທງຕະລອດອະວິຊາໃດ້ ແລະ ຍັງເປັນການພັກພ່ອນຂອງໃຈເຊິ່ງເປັນຄືການຝົນໃຫ້ແຫຼມຄົມຢູ່ສະເໝີດ້ວຍ ໆໆໆ

ອົງຫມັກ ບາງອົງ ເປັນສ່ວນຫຍາບແລະສະສົມຂື້ນໃນຕົວເຮົາໃດ້ໂດຍງ່າຍຄື ສັມມາວາຈາ ສັມມາກັມມັນຕະ ສັມມາອະຊີວະ ສາມອົງນີຖືກອົບຮົບໃຫ້ສຳເລັດເປັນ ວິຣັດເຈດສີກ ຈຳພວກກຸສົນ ເຈດສີກເປັນເຊື້ອນອນນິງຢູ່ໃນສັນດານ ຕຽມພ້ອມທີ່ຈະມາປະສົມຈິດຄາວດຽວກັນຫມັກອົງອື່ນ ໆ ເມື່ອໃດ້ໂອການອັນເຫມາະ ແມ່ນແຕ່ອົງຫມັກທີ່ຍ້າກໆ ເຊັ່ນ: ສັມມາທິຖິ-ສະຕິ-ສະມາຖິ ກໍຄືກັນ ໃດ້ເຝິກອົບຮົມມາເທົ່າໃດກໍ່ເຂົ້າໄປນອນເນຶ່ອງຕິດຢູ່ໃນສັນດານ ເປັນກຸສົນເຈດສີກ ຢູ່ຢ່າງດຽວກັນ ລໍຄອຍກັນຈົນກ່ວາຈະຄົບທຸກອົງແລະມີສັດສ່ວນພໍດີກັນກໍ່ປະຊຸມກັນເປັນອະຣິຍະຫມັກຂື້ນ ຕັດກິເລດ ຫຼື ສັນໂຢດໃຫ້ຫມົດໄປໃດ້ຄາວໜຶ່ງຕາມກຳລັງຫຼືຊັ້ນຂອງຕົນ ອາການສະສົມກຳລັງແຫງອົງຫມັກນີ້ ຮ້ອງວ່າ //ການອົບຮົບເຮັດໃຫ້ຫຼາຍ// ສຳມາທິຖິເປັນຕົວນຳ ເກີດຂື້ນອ່ອນໆກ່ອນ ເກີດຂື້ນເທົ່າໃດກໍ່ຈູງອົງອື່ນໆໃຫ້ເກີດຂື້ນຕາມ ສ່ວນອົງທີ່ເກີດຂື້ນນັ້ນ ກັບຊ່ວຍສະມາທິຖິໃຫ້ຄົມກ້າຂື້ນໄປອີກ ສັມມາທິຖິນັ້ນກໍ່ຈູງອົງນັ້ນໆ ໃຫ້ກ້າຂື້ນອີກແລະສົ່ງເສີມຊັກຈູງກັນໄປອີກທຳນອງນີ້ຈົນກ່ວາຈະເຖິງຂີດທີ່ພຽງພໍແລະສາມະຄີພ້ອມກັນໃດ້ຄົບອົງ ການເຝິກອົບຮົບເຮັດໃຫ້ຫຼາຍຢູ່ສະເໝີນີ້ເອງຄືໄລຍະແຫງການປະຕິບັດທັມຫຍິງຫຼາຍກໍ່ຫຍິງໄວ ຫຍິງອະທິຖານໃຈການກໍ່ຫຍິງແຮງ ຫຍິງທີ່ ວິເວກ ກໍ່ຫຍິງສຸກຂຸມເລີກເຊິ່ງ ຫຍິງຊຳນານກໍ່ຫຍິງຄົມກ້າ