ສົນທະນາ:ກາບກອນ

ກາຍະນະຄອນ ໍ່ໍ່ໍ່================= ກະວີທັມມະ ໂດຍ: ຊ.ວົງໂສພາ

ຍັງມີເມືອງໃຫຍ່ກວ້າງ..........ຮຽກຊື່ກາຍາ ມີພະຍາຈິດຕະຣາຊາ..........ນັ່ງປອງເປັນເຈົ້າ ໃນນັ້ນມີກົກເຫງົ້າ..............ລູງຕາປູ່ໃຫຍ່ ສາມຄົນຖວ້ນກ່າວໄວ້..........ເປັນເຈົ້າຢູ່ນະຄອນ

ລູງໜຶ່ງຊື່ສະທອ້ນ..............ນາມວ່າໂລພາ ລູງສອງຊື່ໂທສາ................ເພື່ອນເກີສະຫາຍແກ້ມ ລູງສາມແຖມນາມລ້ຳ...........ໂມຫະໜັກໜ່ວງ ສາມລູງຄວງຄູ່ຝັ້ນ..............ເຝືອກ້ຽວກ່ອມພະຍາ

ຈິຕຕະຣາຊຜູ້ອອ່ນນ້ອຍ.........ຈິ່ງຄອຍພ່ຳຕາມໃຈ ສາມລູງຈາແນວໃດ..............ຫອບຫາບໍ່ມີຄ້ານ ພະຍາຈິຕຕາເລີຍລ້ານ..........ລືມຄອງເຮັດຕາມສັ່ງ ບໍ່ຟັງໜ້າຟັງຫລັງ................ກາຍາພັງແຕກມ້າງ ນະຄອນສິ້ນມຸ່ນທະລາຍ

ເມື່ອໃດກາຍເກັ່ງກ້າ.............ອຳນາດໃຫຍ່ມີພະຍາ ຄືຈິຕຕະຣາຊາ.....................ບໍ່ເອ່ນອຽງອຳຢ້ານ ປາບສາມລູງໃຫ້ສູນສິ້ນ..........ສີລທັມຈິ່ງໝັ້ນທ່ຽງ ຣາຊາພົ້ນອອກໄດ້.................ນະຄອນເຄົ້າຢູ່ເຢັນ

ພະຍາປຸນປຽບໄດ້..................ໃຈຢູ່ໃນກາຍ ກາຍຄົນຄືນະຄອນ..................ກ້ວາງວາໜາຄືບ ລົມຫາຍໃຈທຽມເຂົ້າ................ທັງມວນທາດສີ່ ຂັນຫ້າມີພ່ຳພ້ອມ...................ມີໄດ້ຊື່ວ່າຄົນ

ໂລພະ ໂທສະ ໂມຫະ ບັງມາກລົ້ນ.........ພະຍາເໜົ່ານູມໃນ ຢາກຫລີກໄກຕ້ອງຝຶກຝົນ..............ບໍ່ຫວ່ງວົນວຽນກ້ຽວ ໃຈຢູ່ເໜືອບໍ່ໝົກໝົ້ນ...................ສາມໂຕຂ້ອງກ່ຽວ ຈິຕຕະຣາຊແກ່ກ້າ...................ສົມຊັ້ນຊື່ພະຍາ ດີແລ້ວ.

Return to "ກາບກອນ" page.