ສູນສິລະປະຊີບແມ່ເຮືອນ

ສູນສິລະປະຊີບແມ່ເຮືອນ: ຕັ້ງຢູ່ລຽບຖະໜົນສາຍໄປອົງການໄປສະນີ ຢູ່ຂ້າງຖະໜົນຝັ່ງຊ້າຍມື ເປີດ ວັນຈັນ-ວັນສຸກ ເວລາ 08.00-12.00 ໂມງ ແລະ 13.00-16.00 ໂມງ ສູນສິລະປະຊີບແມ່ເຮືອນ ເປັນສູນລວມງານຝີມືຂອງແມ່ນ້ຳແຂວງເຊກອງ ມີງານປະດິດລວດລາຍປານີດຫລາຍຊະນິດ ແຕ່ທີ່ເດັ່ນທີ່ສຸດຄືຜ້າທໍ ເປັນສິນຄ້າສົ່ງອອກທີ່ສຳຄັນຂອງແຂວງ ແລະ ປະເທດລາວ. ມີລັກສະນະເປັນງານບ້ານເຄິ່ງອຸດສາຫະກຳຂະໜາດນ້ອຍ ທີ່ໄດ້ຮັບການສະໜັບສະໜູນ ຈາກອົງກອນສົ່ງເສີມໃຫ້ສະຕີເມືອງລາວ ມີອາຊີບ ແລະ ສ້າງລາຍຮັບ ໃຫ້ກັບຄອບຄົວ ໂດຍຜ້າທໍບ່ອນນີ້ຈະໃຊ້ໃຍປໍ້ ແລະ ໃຍຝ້າຍເປັນວັດສະດຸ ສີທີ່ຍ້ອມມາຈາກທຳມະຊາດມີຢູ່ 5 ສີຫລັກຄື: ດຳ, ສົ້ມ, ແດງ, ເຫລືອງ ແລະ ນ້ຳເງີນ. ລວດລາຍມີທັງລາຍດອກໄມ້ ຮູບສັດ ເຊັ່ນ: ພະຍານາກ, ມັງກອນ, ສີງໃຫຍ່, ຊ້າງ, ປາ, ນົກ ແລະ ຮູບຊົງເລຂາຄະນິດ ສ່ວນໃຫຍ່ຈະຕ່ຳອອກມາເປັນສິ້ນ, ຜ້ານຸ່ງຂອງຜູ້ຍິງ ຜ້າຄຸມບ່າ ແລະ ຜ້າແພສະພາຍຂອງຜູ້ຍິງ ໃນອະນາຄົດກຳລັງມີການພັດທະນາໃຫ້ແມ່ນ້ຳຕ່ຳແຜ່ນບູຮານ, ຜ້າປະດັບຝາ, ຜ້າປູໂຕະ, ປູຕຽງ ແລະ ເຄື່ອງນອນຕ່າງໆ ອອກຈຳໜ່າຍ.