ສິນຫ້າໝາຍເຖິງຂໍ້ປະຕິບັດຫ້າຂໍ້ທີ່ພະພຸດທະເຈົ້າບັນຍັດຂຶ້ນມາເພື່ອໃຫ້ຜູ້ຄົນຝຶກຝົນຕົນເອງ,ສິນຫ້າເປັນເຄື່ອງມືທີ່ໃຊ້ໃນການຝຶກຝົນຜູ້ທີ່ຄວນແກ່ການຝຶກຝົນ,ສິນຫ້າເປັນຫຼັກການປະພຶດດີຂັ້ນພື້ນຖານທີ່ສຸດຂອງສາດສະໜານີ້,ຫາກໃຜປະຕິບັດສິນຫ້າໄດ້ຄົບຖ້ວນຄົນຜູ້ນັ້ນຈະຖືກຍົກຍ້ອງວ່າເປັນຄົນດີ.

ສິນຫ້າມີເນື້ອໃນດັ່ງນີ້:

1.ຫ້າມຂ້າບໍ່ວ່າຈະເປັນຄົນຫຼືສັດ:ເພາະການຂ້ານັ້ນເປັນການພາກຊີວິດໄປຈາກພວກເຂົາເຊິ່ງເທົ່າກັບເປັນພາກທຸກສິ່ງທຸກຢ່າງໄປຈາກເຂົາເພາະຜູ້ຕາຍຍ່ອມບໍ່ສາມາດໃຊ້ຊົມໃຊ້ຊັບສິ່ງຂອງໃດທີ່ພວກເຂົາພຽນພະຍາຍາມຫາມາໄດ້ໂດຍຍາກ,ຖ້າເປັນການຂ້າຄົນຜິດທັງສິນທໍາແລະກົດໝາຍ;ມີຄົນຖາມວ່າຖ້າບໍ່ຂ້າສັດແລ້ວຈະໄດ້ກິນສັດດ້ວຍວິທີໃດແກ້ວ່າຖ້າຈົນມັນຕາຍໄປເອງແລ້ວຈຶ່ງນໍາມາກິນ.ແລ້ວຊ່ວງທີ່ສັດບໍ່ຕາຍຈະກິນຫຍັງແກ້ວ່າກິນຖົ່ວກິນງາກໍ່ສາມາດໃຫ້ໂປຼຕິນໄດ້ເໝືອນກັນ.ຖ້າຈົນສັດຕາຍແລ້ວຈຶ່ງກິນມັນຈະຖ່ວງທັນຕໍ່ຄວາມຕ້ອງການຢູ່ຫຼືແກ້ວ່າບໍ່ຖ່ວງທັນແນ່ນອນດັ່ງນັ້ນຄົນເຮົາຈຶ່ງຄວນຮຽນກິນອີ່ຫຍັງຫຼາຍໆຢ່າງໄວ້ເພື່ອຈະໄດ້ມີອັນກິນເວລາສັດບໍ່ມີເນື້ອສັດກິນ.

2.ຫ້າມເອົາຂອງທີ່ເຈົ້າຂອງເຂົາບໍ່ໄດ້ໃຫ້(ແຕ່ຖ້າຮູ້ວ່າບໍ່ມີເຈົ້າຂອງສາມາດເອົາໄດ້):ເພາະຂອງສິ່ງໃດທີ່ເຂົາບໍ່ໃຫ້ສະແດງວ່າພວກເຂົາຍັງຕ້ອງການໃຊ້ຢູ່ຖ້າເຮົາໄປລັກເອົາຂອງເຂົາເສຍເວລາເຂົາຕ້ອງການໃຊ້ກໍ່ຈະບໍ່ມີໃຫ້ໃຊ້,ຈະເຮັດໃຫ້ເຈົ້າຂອງຊັບເກີດຄວາມຫຍຸ້ງຍາກ.ການລັກເອົາຂອງຄົນອື່ນນັ້ນຜິດທັງສິນທໍາແລະຜິດທັງກົດໝາຍ.

3.ຫ້າມປະພຶດຜິດທາງເພດ:ໝາຍຄວາມວ່າຫ້າມເສບເມຖຸນທໍາກັບຜູ້ທີ່ເຂົາມີຄູ່ຢູ່ແລ້ວ,ເພາະຈະເຮັດໃຫ້ຄູ່ຂອງພວກເຂົາທຸກໃຈແລະຈະເປັນບາບເປັນກໍາແກ່ເຮົາ,ແຕ່ຖ້າຄູ່ຂອງພວກເຂົາອະນຸຍາດແລ້ວກໍ່ສາມາດເສບໄດ້,ດັ່ງປາກົດໃນສະໄໝພຸດທະການທີ່ເສດຖີທັງຫຼາຍຈະມີເມຍສິບຄົນແດ່ຊາວຄົນແດ່ສາມສິບຄົນແດ່,ແລະເສດຖີພວກນັ້ນບາງຄົນກໍ່ເປັນຜູ້ເຂົ້າເຖິງກະແສທໍາຂອງພະພຸດທະເຈົ້າອີກດ້ວຍນັ້ນກໍ່ເພາະເມຍຫຼວງຂອງພວກເຂົາອະນຸຍາດແລ້ວ.ໃນຍຸກປະຈຸບັນແມ້ວ່າການມີເມຍຫຼືຜົວຫຼາຍຄົນຈະບໍ່ຜິດສິນທໍາແຕ່ມັນກໍ່ຜິດກົດໝາຍຄອບຄົວ,ດັ່ງນັ້ນໃຜທີ່ຢາກມີຜົວຫຼືມີເມຍຫຼາຍຄົນກໍ່ຕ້ອງພິຈາລະນາຄວາມເໝາະສົມຂອງສະພາບສັງຄົມເຂົ້າໄປດ້ວຍ.

4.ຫ້າມເວົ້າຂີ້ຕົວະ:ການຫ້າມເວົ້າທີ່ຕົວະໃນທີ່ນີ້ແມ່ນຫ້າມການຕົວະທີ່ຈະເຮັດໃຫ້ຄົນອື່ນເດືອດຮ້ອນແລະໂກດແຄ້ນໃນພາຍຫຼັງທີ່ຮູ້ວ່າຕົວເອງຖືກຕົວະ,ຖ້າການຕົວະນັ້ນເຮັດໃຫ້ຜູ້ຖືກຕົວະບໍ່ເດືອດຮ້ອນແລະມີຄວາມດີໃຈໃນພາຍຫຼັງແມ່ນບໍ່ບາບ.

5.ຫ້າມດື່ມນໍ້າເມົາ:ໃນທີ່ນີ້ໝາຍຄວາມວ່າຫ້າມດື່ມນໍ້າເມົາເພື່ອຄວາມບັນເທີງ,ຖ້າຫາກດື່ມເພື່ອເປັນຢາພະພຸດທະເຈົ້າອະນຸຍາດໃຫ້ດື່ມໄດ້ແຕ່ຕ້ອງບໍ່ເກີນໜຶ່ງຄໍາຫຼືປະມານໜຶ່ງຂໍ້ມືເມື່ອເທເຫຼົ້າລົງຈອກ.

ມີຄູບາອາຈານຫຼາຍຄົນມັກກ່າວວ່າສິນຫ້ານີ້ເປັນຂໍ້ປະຕິບັດທີ່ມີມາກ່ອນພຸດທະສາດສະໜາຂໍ້ນີ້ແກ້ວ່າບໍ່ເປັນຄວາມຈິງເພາະກ່ອນພຸດທະສາດສະໜານັ້ນຈະມີພິທີບູຊາຍັນເຕັມໄປໝົດທົ່ວທຸກຫົນທຸກແຫ່ງ(ການບູຊາຍັນແມ່ນການເອົາສັດຫຼືຄົນມາຂ້າເພື່ອບູຊາເທບພະເຈົ້າ),ຖ້າພວກເຂົາຫ້າມຂ້າສະແດງວ່າພວກເຂົາຈະຕ້ອງຫ້າມການບູຊາຍັນໄປດ້ວຍ,ແມ້ແຕ່ສະໄໝພຸດທະການມາຈົນເຖິງປະຈຸບັນການບູຊາຍັນຕາມລັດຖິຄວາມເຊື່ອເດີມກໍ່ຍັງຄົງມີຢູ່ບໍ່ສູນສິ້ນ,ຫຼັກຖານທີສອງແມ່ນພະພຸດທະເຈົ້າກ່າວວ່າສິນຫ້າເປັນຄຸນສົມບັດພື້ນຖານຂອງຜູ້ເຂົ້າເຖິງກະແສທໍາໃນພຸດທະສາດສະໜາເທົ່ານັ້ນ.ດັ່ງນັ້ນກ່ອນພຸດທະສາດສະໜາຈະເກີດຈະມີຄຸນສົມບັດພື້ນຖານຂອງຜູ້ເຂົ້າເຖິງສະແສທໍາຂອງສາດສະໜາພຸດເກີດຂຶ້ນກ່ອນບໍ່ໄດ້ເດັດຂາດ.

ຄຳອາຣາດທະນາສິນ 5

ສາທຸ ອຸກາສະ! ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັດຖາຍະ ຕິສະຣະເນນະ ສະຫະ ປັນຈະສິລານິ ຍາຈາມະ. ທຸກຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັດຖາຍະ ຕິສະຣະເນນະ ສະຫະ ປັນຈະສິລານິ ຍາຈາມະ. ຕະຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັດຖາຍະ ຕິສະຣະເນນະ ສະຫະ ປັນຈະສິລານິ ຍາຈາມະ. (ຖ້າຜູ້ດຽວ ໃຫ້ປ່ຽນ "ມະຍັງ" ເປັນ "ອະຫັງ", ປ່ຽນ "ຍາຈາມະ" ເປັນ "ຍາຈາມິ", ຄຳອາຣາດທະນາສິນ 8 ກໍ່ ປ່ຽນເໝືອນກັນ ຕ່າງແຕ່ວ່າ "ປັນຈະ" ເປັນ "ອັດຖະ" ເທົ່ານັ້ນ.

1. I undertake the training rule to abstain from taking life. Pāṇātipātā veramaṇī sikkhāpadaṃ samādiyāmi. ຂ້າພະເຈົ້າຂໍສະມາທານເອົາຂໍ້ປະຕິບັດ ເພື່ອງົດເວັ້ນຈາກການທຳລາຍຊີວິດ. ປານາຕິປາຕາ ເວຣະມະນີ ສິກຂາປະທັງ ສະມາທິຢາມິ.

2. I undertake the training rule to abstain from taking what is not given. Adinnādānā veramaṇī sikkhāpadaṃ samādiyāmi. ຂ້າພະເຈົ້າຂໍສະມາທານເອົາຂໍ້ປະຕິບັດ ເພື່ອງົດເວັ້ນຈາກການບໍ່ເອົາສິ່ງຂອງທີ່ເຂົາບໍ່ໃຫ້. ອະທິນນາທານາ ເວຣະມະນີ ສິກຂາປະທັງ ສະມາທິຢາມິ.

3. I undertake the training rule to abstain from sexual misconduct. Kāmesu micchācāra veramaṇī sikkhāpadaṃ samādiyāmi. ຂ້າພະເຈົ້າຂໍສະມາທານເອົາຂໍ້ປະຕິບັດ ເພື່ອງົດເວັ້ນຈາກການບໍ່ປະພຶດຜິດໃນກາມ. ກາເມສຸ ມິດສາຈາຣາ ເວຣະມະນີ ສິກຂາປະທັງ ສະມາທິຢາມິ.

4. I undertake the training rule to abstain from false speech. Musāvāda veramaṇī sikkhāpadaṃ samādiyāmi. ຂ້າພະເຈົ້າຂໍສະມາທານເອົາຂໍ້ປະຕິບັດ ເພື່ອງົດເວັ້ນຈາກການເວົ້າຕົວະ. ມຸສາວາທາ ເວຣະມະນີ ສິກຂາປະທັງ ສະມາທິຢາມິ.

5. I undertake the training rule to abstain from fermented drink that causes heedlessness. Surā-meraya-majja-pamādaṭṭhānā veramaṇī sikkhāpadaṃ samādiyāmi. ຂ້າພະເຈົ້າຂໍສະມາທານເອົາຂໍ້ປະຕິບັດ ເພື່ອງົດເວັ້ນຈາກການດື່ມສິ່ງມຶນເມົາອັນກໍ່ໃຫ້ເກີດຄວາມຜະໝາດ. ສຸຣາເມຣະຍະ ມັຊຊະ ປະມາທັດຖານາ ເວຣະມະນີ ສິກຂາປະທັງ ສະມາທິຢາມິ.