ສຳນັກນາຍົກລັດຖະມົນຕີ (ປະເທດລາວ)

ສຳນັກງານນາຍົກລັດຖະມົນຕີ (ຄຳເຄົ້າ: ສຳນັກງານນາຍົກຣັຖມົນຕຣີ) ພາລະບົດບາດຂອງສຳນັກງານນາຍົກລັດຖະມົນຕີສຳນັກງານນາຍົກລັດຖະມົນຕີ​ ແມ່ນ​ອົງ​ການ​ຈັດ​ຕັ້ງ​ໃນ​ໂຄງ​ປະກອບ​ກົງຈັກ​ຂອງ​ລັດ ຖະບານ, ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານ, ​ເປັນ​ຜູ້ປະສານ​ງານ ​ແລະຄົ້ນ ຄວ້າສະຫລຸບ​ສັງ​ລວມ ບັນຫາ​ຕ່າງໆ ກ່ຽວກັບການ​ປະຕິບັດໜ້າທີ່​ວຽກ​ງານຂອງລັດຖະບານ; ຄົ້ນຄວ້າ ​ແລະສ້າງ​ເງື່ອນ​ໄຂ​ອຳນວຍ​ ຄວາມ​ສະດວກ​​ ໃນການ​ປະຕິບັດ​ວຽກ​ງານ​ຂອງລັດຖະ ບານ, ນາຍົກ​ລັດຖະມົນຕີ​ ແລະອົງການ​ອື່ນໆ​ທີ່​ຂຶ້ນ ກັບ​ລັດຖະບານ.

ໂຄງປະກອບກົງຈັກຂອງສຳນັກງານນາຍົກລັດຖະມົນຕີ

ສຳນັກງານນາຍົກລັດຖະມົນຕີ ປະກອບດ້ວຍຫ້ອງວ່າການສຳນັ ກງານນາຍົກລັດ ຖະມົນຕີ,ຫ້ອງວ່າການລັດຖະບານ, ທະບວງ, ອົງການທີ່​ຂຶ້ນ​ກັບລັດຖະບານ​.

ໂຄງປະກອບບຸ​ກຄະລາ​ກອນຂອງສຳນັກງານນາຍົກລັດຖະມົນຕີ

ສຳນັກງານນາຍົກລັດຖະມົນຕີ ຊຶ່ງຢູ່ພາຍ​ໃຕ້ຄວາມ​ຮັບ​ຜິດ​ຊອບ​ໂດຍ​ກົງ​ຂອງ​ນາຍົກ​ລັດຖະມົນຕີ ມີຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີປະຈຳ​ສຳນັກ​ງານ​ນາຍົກ​ລັດຖະມົນ ຕີ, ​ລັດຖະມົນຕີຊ່ວຍ ປະຈຳ​ ສຳ​ນັກງານນາຍົກລັດຖະມົນຕີ, ຫົວໜ້າ ​ແລະຮອງ​ຫົວໜ້າ ຫ້ອງ​ວ່າ​ການ, ຫົວໜ້າ ແລະຮອງ​ຫົວໜ້າຄະ ນະເລ​ຂາທິການລັດຖະບານ, ຫົວໜ້າ ​ແລະ ຮອງ​ຫົວໜ້າທະບວງ, ຫົວຫນ້າ ​ແລະຮອງ​ຫົວຫນ້າອົງ​ການ ​ທີ່​ຂຶ້ນ​ກັບ​ລັດຖະບານ, ຫົວຫນ້າ ​ແລະຮອງ​ຫົວໜ້າກົມ, ຫົວໜ້າ ​ແລະຮອງ​ຫົວໜ້າ ພະ​ແນ​ກ ​ແລະພະນັກ ງານ​ວິຊາ​ການ​.

ສິດ ແລະໜ້າທີ່ຂອງສຳນັກງານນາຍົກລັດຖະມົນຕີ

ສຳນັກງານນາຍົກລັດຖະມົນຕີມີສິດ ແລະໜ້າທີ່ ດັ່ງນີ້ :

1. ກະ​ກຽມ, ບັນທຶກ ​ແລະ​ແຈ້ງ​ຜົນ​ຂອງ​ກອງ​ປະຊຸມ​ລັດຖະບານ;

2. ສະຫລຸ​ບສັງ​ລວມ, ​ເກັບ​ກຳ​ຂໍ້​ມູນ​ຂ່າວ​ສານທັງ​ພາຍ​ໃນ ​ແລະຕ່າງ​ປະ​ເທດ ເພື່ອ​ລາຍ​ງານ​ໃຫ້​ ແກ່​ລັດຖະບານ ແລະນາ​ຍົກ​ລັດຖະມົນຕີ;

3. ຄົ້ນຄວ້າ ວິ​ໄຈ ບັນຫາ​ຕ່າງໆ ​ແລະສະ​ເໜີ​​ຕໍ່ລັດຖະບານ, ​ນາຍົກ​ລັດຖະມົນຕີ​​ ເພື່ອ​ກຳນົດ ​ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ ​ແລະກົນ​ໄກ​ການ​ຄຸ້ມ​ຄອງ​ເສດຖະກິດ, ວັດ ທະນະທຳ-ສັງຄົມ, ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງ​ປະ​ເທດ, ການ​ປົກ​ປັກ​ ຮັກສາ​ຊັບພະຍາ​ກອນ​ແຫ່ງ​ຊາດ ແລະຄວາມ​ສົມ​ດູ​ນ ຂອງ​ສິ່ງ​ແວດ​ລ້ອມ;

4. ຄຸ້ມ​ຄອງຂົງ​ເຂດວຽກ​ງານຕ່າງໆ​ທີ່​ບໍ່​ຂຶ້ນກັບ​ກະຊວງ ​ແລະ​ອົງ​ການ​ທຽບ​ເທົ່າກະ ຊວງ;

5. ສ້າງ​ເງື່ອນ​ໄຂ ​ແລະອຳນວຍ​ຄວາມ​ສະດວກໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ໃຫ້​ແກ່​ລັດຖະບານ, ນາຍົກ​ລັດຖະມົນຕີ​ ​ແລະບັນດາອົງການ​ທີ່​ສັງກັດ​ສຳນັກ​ງານ​ນາ ຍົກ​ລັດຖະມົນຕີ;

6. ພົວພັນ, ປະສານ​ງານ​ກັບ​​ຫ້ອງ​ວ່າ​ການ​ສູນ​ກາງ​ພັກ, ຫ້ອງ​ວ່າ​ການສະພາ​ແຫ່ງ​ຊາດ, ຫ້ອງ

​ ວ່າ​ການສຳນັກ​ງານ​ປະທານ​ປະ​ເທດ, ບັນດາ​ກະຊວງ, ອົງ​ການ​ທຽບ​ເທົ່າ​ກະຊວງ, ​ແຂ​ວງ​, ນະຄອນ, ​ແນວ​ລາວ​ສ້າງ​ຊາດ ​ແລະອົງ​ການ​ຈັດຕັ້ງມະ ຫາຊົນ​ຂັ້ນສູນ​ກາງ, ເພື່ອ​ຄວາມ​ເປັນ​ ເອກະ​ພາບ​ໃນ​ການ​ອຳ​ນວຍ, ຄວບ​ຄຸມ​ວຽກ​ງານ​ລວມຂອງ​ລັດຖະບານ;

7. ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມການມອບໝາຍຂອງນາຍົກລັດຖະມົນຕີ ແລະ ຕາມທີ່ ໄດ້ກຳນົດໄວ້ໃນລັດຖະທຳ​ມະນູນ ແລະລະບຽບກົດໝາຍ.

ພາລະບົດບາດຂອງລັດຖະມົນຕີປະຈຳ​ສຳນັກ​ງານ​ນາຍົກລັດຖະມົນຕີ

ລັດຖະມົນຕີປະຈຳ​ສຳນັກ​ງານ​ນາຍົກລັດຖະມົນຕີ​ ​ແມ່ນສະມາ​ຊິກລັດຖະບານ, ​​ເປັນ​ເສນາ​ທິການ​ ໃຫ້​ແກ່​ລັດຖະບານ, ຮັບ​ຜິດ​ຊອບ​ວຽກ​ງານ​ໃດໜຶ່ງ ຕາມ​ການ​ມອບໝາຍຂອງ​ນາຍົກ​ລັດຖະມົນຕີ.


ສິດ ແລະໜ້າທີ່ຂອງລັດຖະມົນຕີປະຈຳ​ສຳນັກ​ງານ​ນາຍົກ​ລັດຖະມົນຕີ

ລັດຖະມົນຕີ​ປະຈຳ​ສຳນັກ​ງານ​ນາຍົກ​ລັດຖະມົນຕີມີ ສິດ ແລະໜ້າທີ່​ດັ່ງ​ນີ້ :

1. ນຳເອົາມະຕິຂອງກອງປະຊຸມລັດຖະບານໄປຜັນຂະຫຍາຍ ແລະຈັດຕັ້ງປະຕິບັດໃນຂົງເຂດ ວຽກ​ງານ​ທີ່​ຕົນ​​ຮັບ​ຜິດ​ຊອບ;

2. ຊີ້ນຳ, ຄຸ້ມ​ຄອງ ​ແລະກວດ​ກາການຈັດຕັ້ງປະຕິບັດແຜນການ​ໃນຂົງ​ເຂດວຽກ​ງານ​ທີ່​ຕົນ​​ຮັບ ຜິດ​ຊອບ;

3. ອອກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ​ແລະ​ແຈ້ງ​ການ ແນໃສ່ເພີ່ມທະວີປະສິດທິພາບໃນຂົງ ​ເຂດວຽກ​ງານທີ່​ຕົນ​ຮັບ​ຜິດ​ຊອບ;

4. ​ງົດ​ການ​ປະຕິບັດ, ລົບ​ລ້າງ ຫລື​ຍົກ​ເລີກຂໍ້ຕົກລົງ, ຄຳສັ່ງ​, ຄຳ​ແນະນຳ ​ແລະ ແຈ້ງ​ການ ຂອງອົງການຈັດຕັ້ງຂັ້ນລຸ່ມ ທີ່ຂຶ້ນກັບຂົງ​ເຂດ​ວຽກ​ງານ​ທີ່​ຕົນຮັບ​ຜິດ​ຊອບ ແລະມີສິດສະເໜີ ດັດແປງ ຫລືຍົກ​ເລີກນິຕິ​ກຳຂອງຂະ​ແໜງການອື່ນ ຫລືຂອງ​ແຂວງ, ນະຄອນ ທີ່ຂັດກັບ ລະບຽບຫລັກການຂອງຂົງ​ເຂດ​ວຽກງານ​ທີ່​ຕົນຮັບ​ຜິດ​ຊອບ ຫລືຂັດ​ກັບລະບຽບ​ກົດໝາຍ;

5. ວາງມາດຕະການອັນຈຳເປັນ ເພື່ອປະຕິບັດແຜນການປະຈຳປີ;

6. ສະເໜີຮ່າງກົດໝາຍ, ຮ່າງ​ລັດຖະບັນຍັດ, ຮ່າງ​ລັດຖະດຳລັດ ​ແລະຮ່າງດຳລັດ ກ່ຽວກັບ ຂະແໜງການຂອງຕົນຕໍ່ລັດຖະບານ;

7. ແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕຳແໜ່ງຮອງຫົວໜ້າກົມ; ຫົວໜ້າ ແລະຮອງ​ຫົວ ໜ້າພະແນກ ຂອງ​ກົມ;

8. ພົວພັນ ຮ່ວມ​ມື​, ເຊັນສັນຍາ ​ແລະອະນຸ​ສັນຍາກັບຕ່າງປະເທດ ຕາມການ ມອບໝາຍຂອງ ລັດຖະບານ;

9. ລາອອກຈາກຕຳ​ແໜ່ງ ເມື່ອເຫັນວ່າຕົນບໍ່ສາມາດປະຕິບັດໜ້າທີ່ໄດ້ ຍ້ອນເຫດ ຜົນທາງ ດ້ານສຸຂະພາບ ຫລື ດ້ວຍເຫດຜົນອື່ນໆ;

10. ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມການມອບໝາຍຂອງນາຍົກລັດຖະມົນຕີ ຫລືຕາມທີ່ໄດ້ ກຳນົດໄວ້ໃນລັດຖະທຳ​ມະນູນ ແລະລະບຽບກົດໝາຍ.


ພາລະ​ບົດ​ບາດ​ຂອງ​ລັດຖະມົນຕີ​ຊ່ວຍປະຈຳ​ສຳນັກ​ງານ​ນາຍົກ​ລັດຖະມົນຕີ

ລັດຖະມົນຕີຊ່ວຍປະຈຳ​ສຳນັກ​ງານ​ນາຍົກລັດຖະມົນຕີ​ ມີ​ພາລະ​ບົດ​ບາດ​​ເປັນ​ເສ ນາ​ທິການໃຫ້ ​ແກ່​ລັດຖະບານ ແລະຮັບ​ຜິດ​ຊອບ​ວຽກ​ງານ​ໃດໜຶ່ງຕາມ​ການ​ມອບໝາຍຂອງ​ນາຍົກ​ລັດຖະມົນຕີ ຫລືລັດຖະ ມົນຕີ​ປະຈຳ​ສຳນັກ​ງານ​ນາຍົກ​ລັດຖະມົນຕີ.

ອາຍຸ​ການຂອງ​ລັດຖະມົນຕີ​ຊ່ວຍ ປະຈຳ​ສຳນັກ​ງານ​ນາຍົກ​ລັດຖະມົນຕີເທົ່າ​ກັບ​ອາຍຸ​ການຂອງ​ລັດ ຖະບານ.

ລັດ​ຖະມົນຕີ​ຊ່ວຍປະຈຳ​ສຳນັກ​ງານ​ນາຍົກ​ລັດຖະມົນຕີ ມີ​ສິດ​ລາ​ອອກ​ຈາກ​ຕຳ​ແໜ່ງເມື່ອ​ເຫັນ​ວ່າ ​ ຕົນ​ບໍ່​ສາມາດ​ປະຕິບັດໜ້າທີ່​ໄດ້ ຍ້ອນ​ເຫດຜົນ​ທາງ​ດ້ານ​ສຸ​ຂະ​ພາບ ຫລືດ້ວຍ​ເຫດ ຜົນ​ອື່ນໆ.