ສາວລືມແວ່ນແສນວຸ່ນລະມຸນຮັກ

ສາວລືມແວ່ນແສນວຸ່ນລະມຸນຮັກ (好きな子がめがねを忘れた, The Girl I Like Forgot Her Glasses) ແມ່ນຊຸດມັງງະຍີ່ປຸ່ນທີ່ຂຽນ ແລະ ແຕ້ມໂດຍຟູຈິຈິກະ ໂຄວເມະ. ຕົວເລື່ອງລົງຄັ້ງທຳອິດໃນບັນຊີເອັກຊ(ທະວິດເຕີ)ຂອງຟຸຈິຈິກະເມື່ອເດືອນເມສາປີ2018[1] ກ່ອນຈະຕີພິມລົງໃນວາລະສານກັນກັນໂຈກເກີ ລາຍເດືອນຂອງສະແຄ່ຣ໌ ອີນິກຊ ໃນເດືອນກໍລະກົດໃນປີດຽວກັນ. ຕອນຕ່າງໆທີ່ລົງໄດ້ຮັບການຮວບຮວມເຂົ້າເປັນປື້ມຊຸດມັງງະ, ອີງຕາມເດືອນກໍລະກົດປີ2023, ປັດຈຸບັນມີ11ເຫຼັ້ມ. ສະບັບແອນິເມຊັ້ນໂທລະທັດຖືກຜະລິດໂດຍ ໂກແຮນສ ແລະ ອອກອາກາດຕັ້ງແຕ່ເດືອນກໍລະກົດເຖິງເດືອນກັນຍາປີ2023.

ທັງສະບັບມັງງະ ແລະ ແອນິເມະໄດ້ຮັບຄຳວິພາກວິຈານທີ່ຫຼາກຫຼາຍໂດຍນັກວິຈານ.

ໂຄງເລື່ອງ ດັດແກ້

ໃນຖານະຄົນຂ້າງໂຕະຂອງມິເອະ ໄອ, ໂຄມູຣະ ຄາເອເດະ ມັກຈະໃຫ້ຄວາມສົນໃຈຕໍ່ລາວຕະຫຼອດ. ດ້ວຍສະເນອັນໜ້າຮັກຂອງໄອ, ສິ່ງດຽວທີ່ຄາເອເດະປາດຖະໜາກໍຄືໃຫ້ລາວເບິ່ງລາວດ້ວຍດວງຕາອັນສວຍງານຄູ່ນັ້ນຜ່ານແວ່ນຕາຂອງລາວ. ແຕ່ບໍ່ຈັກມື້ຫຼັງຮູ້ຈັກກັນ, ຄາເອເດະກໍສັງເກດບາງຢ່າງທີ່ຕ່າງໄປ, ໄອ ລາວກຳລັງຍີ່ຕາ ແລະ ແວ່ນຕາຂອງລາວກໍເສຍໄປໃສບໍ່ຮູ້. ເຖິງຢ່າງນັ້ນ, ຄາເອເດະກໍຍັງວ່າໜ້າຮັກ.

ຫຼັງຈາກນັ້ນ, ໄອກໍມີແນວໂນ້ມທີ່ຈະລືມແວ່ນຕາຂອງລາວ. ດ້ວຍເສັ້ນຕາທີ່ສັ້ນສຸດໆ, ລາວປະສົບກັບຄວາມຫຍຸ້ງຍາກໃນການໃຊ້ຊີວິດໝົດມື້. ໂຊກຍັງດີທີ່ຄາເອເດະຄ່ອຍຊ່ວຍເຫຼືອດ້ວຍຄວາມເຕັມໃຈ(ສຸດຍິ່ງ). ເມື່ອໄອເລີ່ມເພິ່ງພາລາວຫຼາຍຂຶ້ນ, ຄວາມຮູ້ສຶກຂອງຄາເອເດະຕໍ່ລາວກໍເລີ່ມຄ່ອຍໆເພີ່ມຫຼາຍ. ໃນຂະນະດຽວກັນ, ເຖິງແມ່ນວ່າໄອຈະມີເສັ້ນຕາອັນຍາກໃນການເບິ່ງເຫັນ, ຄາເອເດະກໍຄ່ອຍໆກາຍເປັນຄົນທີ່ລາວຫວັງຢາກເຫັນຢູ່ສະເໝີ.[2]

  1. "好きな子がめがねを忘れた". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  2. "Suki na Ko ga Megane wo Wasureta". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)