ສານປະຊາຊົນສູງສຸດ

ສານປະຊາຊົນສູງສຸດ (ຄຳເຄົ້າ: ສາລປະຊາຂົນສູງສຸດ) ແມ່ນອົງການພິພາກສາສຸງສຸດຂອງລັດ. ສານປະຊາຊົນສູງສຸດຄຸ້ມຄອງດ້ານບໍລິຫານຕໍ່ສານ ປະຊາຊົນທຸກຂັ້ນ, ສານທະຫານ ແລະ ກວດກາຄຳຕັດສີນຂອງສານດັ່ງກ່າວ.


ຮອງປະທານສານປະຊາຊົນສູງສຸດ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງ ຕາມການສະເໜີຂອງ ປະທານສານປະຊາຊົນສູງສຸດ. ບັນດາຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ, ຮອງປະທານ ແລະ ບັນດາຜູ້ພິພາກສາຂອງສານທະຫານແມ່ນຄະນະປະຈຳສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳ ແໜ່ງຕາມການສະເໜີຂອງສານປະຊາຊົນສູງສຸດ.