ສະເກັດດາວແມ່ນຊື້ນສ່ວນຂອງ

  1. REDIRECT ດາວສະເດັດ

ທີ່ແຕກ ແລະຕົກລົ່ງສູ່ຫນ້າໂລກ ຂຶ່ງສາມາດພົບເຫັນໃນຫລາຍແຫ່ງ. ສະເພາະຢູ່ ສປປລາວ ແມ່ນພົບເຫັ້ນຫລາຍທີ່ສຸດໃນແຂວງສະຫວັນນະເຂດ ຊຶ່ງສາມາດພົບເຫັນທົ່ວໄປຕາມແຄມທາງ,ແຄມນອງສະ ແລະແຄມຄອງຊົນລະປະທານ ທີ່ມີຫີນນແຫ່ລາຍ, ປົກກະຕິສະເກັດດາວໃນຂົງເຂດດັ່ງກ່າວຈະຢູ່ໜ້າໂລກເລິກລົງໄປມານ0,3-3ແມັດ ເພາະດາວສະເດັດດ່ວງດັ່ງກາວຕົກລົງສູ່ໜ້າໂລກໄດ້ຫຼາຍແສນປີ ແລະຖືກປົກຫຸ້ມດ້ວຍຊັນດິນໃຫມ່, ໃນເມື່ອມີການຈົກຫນອງ ສະເກັດດາວຈະຖືກຂຸດຂື້ນມາ ແລະຖ້າຖືກລ້າງດ້ວຍນໍ້າຝົນລາຍປີມັນຈະມີສີສັນຂືນ ເມື່ອຕ້ອງກັບແສງແດດຈະເປັ່ງປະກາຍເປັນສີດຳເຫຼື້ອມຄືແກ້ວສີດຳ.

ດາວສະເດັດມີຈັກຊະນິດ? ຈາກການຄົ້ນຄ້ວາເບິ່ງດາວສະເດັດໂດຍທົ່ວໆໄປ ເພິ່ນໄດ້ຈັດແບ່ງດາວສະເດັດອອກເປັນສາມປະເພດ ໃຫຍ່ໆ ແລະແຕ່ລະປະເພດກໍປະກອບດ້ວຍຫຼາຍຊະນິດດັ່ງນີ້ຄື:

1.ດາວສະເດັດທີ່ເປັນທາດເຫຼັກ Iron-meteorite. ດາວສະເດັດໝວດນີ້ມີສ່ວນປະກອບດ້ວຍ ທາດເຫຼັກ ແລະນິກເກັນຫຼອມປົນກັນຊຶ່ງມີສ່ວນປະກອບຂອງ ກາມາໄຊ Kamacite ແລະ ຕາເອໄນ Taenite ຊຶ່ງເປັນສ່ວນປະກອບທີ່ສຳຄັນ ແລະນອກຈາກນີ້ຍັງຈັດແບ່ງອອກເປັນ ອັນຍ່ອຍໆອີກຫຼາຍຊະນິດ.

2.ດາວສະເດັດທີ່ເປັນຫີນ Stone-meteorite ໝວດນີ້ພົບເຫັນເປັນຈຳນວນຫຼວງຫຼາຍກ່ວາໝວດອື່ນໆ, ມັນມີສ່ວນປະກອບຄ້າຍຄືກັນກັບຫີນໃນໂລກພວກເຮົາຊຶ່ງໂດຍທົ່ວໄປແລ້ວຈັດອອກເປັນ ສອງໝວດເຊັ່ນ: ໝວດຊົນໄດຣ chondrites ແລະໝວດ ອາຊົນໄດຣ achondrites. ໝວດຊົນໄດຣປະກອບດ້ວຍທາດ ວັດຖຸທີ່ເອີ້ນວ່າ ຊົນດຣູນ chondrules ສ່ວນໝວດ ອາຊົນໄດຣ ບໍ່ມີທາດວັດຖຸ ຊົນດຣູນປະກອບຢູ່ນຳ

3.ດາວສະເດັດເປັນຫີນ-ເຫຼັກ Stony-Irons meteorite ດາວສະເດັດໝວດນີ້ ມີສ່ວນປະກອບທີ່ ກ້ຳເກິ່ງກັນ ຂອງທາດເຫຼັກ ແລະນິກແກນລະລາຍເຂົ້າກັນ ແລະມີແຮ່ຊີລີກາ. ຕາມສິ່ງປະກອບ ສ້າງໝວດດັ່ງກ່າວນີ້ ຍັງຈັດແບ່ງອອກເປັນສອງໝວດຍ່ອຍອີກຄື: ໝວດ ປານລາໄຊ Pallasite ຊຶ່ງມີແຮ່ໂອລີວິນເປັນສ່ວນ ປະກອບ ແລະຖືກຫຸ້ມອ້ອມດ້ວຍໂຄງສ້າງຂອງນິກແກນ-ເຫຼັກ. ໝວດ ເມໂຊໄຊເດໄຣ Mesosiderites ປະກອບດ້ວຍແຮ່ ປຼາຊີໂອກຼາດ ແລະແຮ່ ພາຍຣອກເຊັນນີ Plagioclase & pyroxene ເປັນສ່ວນໃຫຍ່.