ສະຕິບ ຈ໊ອບສ໌ Steve Jobs ນຳສະເຫນີໂດຍ: ສ.ຊະນະຈຳປາ ດັດແກ້

I. ປະຫວັດຄວາມເປັນມາຂອງ ສະຕີບ ຈ໊ອບ ດັດແກ້

Steve Jobs ເປັນສຸດຍອດ CEO ຂອງສະຕະວັດທີ 21 ເປັນຢ່າງຍິ່ງ ຫາກເວົ້າເຖີງຊື່ນີ້ ໃນສັງຄົມ ຊາວໄອທີທັງຫລາຍ ຄົງບໍ່ມີໃຜບໍ່ຮູ້ຈັກ ແຕ່ຈະມີຈັກຄົນທີ່ຮູ້ປະຫວັດທີ່ໄປທີ່ມາຂອງຊາຍຜູ້ນີ້: Steve Job ເປັນອີກບຸກຄົນນຶ່ງທີ່ມີປະຫວັດທີ່ໜ້າສົນໃຈ ລວມໄປເຖີງວິທີການເຮັດວຽກ ການໃຊ້ຊີວິດ ແລະທີ່ສຳຄັນແນວຄິດຕ່າງໆຂອງລາວທີ່ເຮັດໃຫ້ຄົນປະທັບໃຈ. ໃນປີ 1955 Steve Jobs ໄດ້ເກີດມາຈາກແມ່ທີ່ຍັງຢູ່ໃນໄວອາຍຸຂອງຄວາມຄະນອງທີ່ຍັງບໍ່ພ້ອມຈະມີລູກ ແຖມຍັງບໍ່ໄດ້ຕ້ອງການທີ່ຈະຮັບຜິດຊອບລາວໃນເວລານັ້ນ ໂດຍທີ່ບໍ່ຮູ້ຕົວເລີຍວ່າຕໍ່ໄປເດັກ ນ້ອຍຄົນນີ້ຈະກາຍເປັນຕຳນານບົດໜຶ່ງຂອງວົງການ ເທັກໂນໂລຢີ Steve Jobs ເຕີບໃຫຍ່ມາກັບພໍ່ແມ່ບຸນທໍາທີ່ຂາຍແຮງງານເພື່ອເບີ່ງແຍງລາວ ເສັ້ນທາງຂອງລາວບໍ່ໄດ້ຫຼູຫລາ ລາວລາອອກຈາກມະຫາ ວິທະຍາໄລຫຼັງເຂົ້າຮຽນໄປໄດ້ພຽງ 6 ເດືອນ ເພາະຫາຄຳຕອບໃຫ້ຕົວເອງບໍ່ໄດ້ວ່າ ການຮຽນມະຫາໄລຈະຊ່ວຍຫຍັງໃນຊີວິດລາວໄດ້. ເຊີ່ງການທີ່ຕັດສິນໃຈຄັ້ງນີ້ເຮັດໃຫ້ລາວລຳບາກບໍ່ນ້ອຍ ລາວຕ້ອງອາໃສນອນໃນຫ້ອງໝູ່ ແລະເກັບກະປ໋ອງໄປແລກເງິນເພື່ອຊື້ອາຫານ ລາວຮັກສາສະພາບການຮຽນໄວ້ດ້ວຍການທີ່ເຂົ້າຮຽນວິຊາໃດກໍ່ໄດ້ທີ່ສົນໃຈໃນເວລາ 18 ເດືອນ ລາວໄດ້ເລືອກຮຽນວິຊາ ສີລະປະການປະດິດແລະອອກແບບຕົວອັກສອນ (Calligraphy) ໂດຍທີ່ຕົວລາວເອງກໍຍັງບໍ່ໄດ້ຮູ້ວ່າຈະນຳໄປໃຊ້ຫຍັງໃນອະນາຄົດ ແຕ່ 10 ປີຫຼັງຈາກນັ້ນ ລາວກັບໝູ່ໄດ້ຄິດຄົ້ນເຄື່ອງຄອມພິວເຕີ Mac ໄດ້ສຳເລັດ ເປັນເຄື່ອງທໍາອິດຂອງໂລກ ແລະກໍ່ຕັ້ງບໍລິສັດ Apple ຂື້ນ ໃນໂຮງລົດ ໃນອາຍຸພຽງ 20 ປີ. ແຕ່ເລື້ອງຍັງບໍ່ຈົບພຽງນີ້ ຕໍ່ຈາກນັ້ນອີກ 10 ປີ Apple ກາຍເປັນບໍລິສັດຍັກໃຫຍ່ ມີພະນັກງານຈຳນວນຫຼາຍ ແຕ່ຫຼັງຈາກທີ່ລາວເພີ່ງເປີດຕົວ Macintosh ເຊີ່ງເປັນປະດິດຕະກຳສ້າງສັນທີ່ດີທີ່ສຸດຂອງລາວໄດ້ພຽງປີດຽວ Steve Jop ກໍຖືກໄລ່ອອກຈາກບໍລິສັດທີ່ເຂົາເປັນຜູ້ກໍ່ຕັ້ງເອງກັບມື ຫຼັງຈາກທີ່ລາວຜິດຖຽງກັບຜູ້ບໍລິຫານທີ່ເຂົາຈ້າງມາດ້ວຍຕົນເອງ ຊື່ ຈອນ ສະກັນລີ (John Sculley) ແລະກຳ ມະການບໍລິຫານທັງໝົດເລືອກທີ່ຈະເຂົ້າຂ້າງຜູ້ບໍລິຫານທີ່ຊື່ ຈອນ ສະກັນລີ. ນັບຈາກເຫດການຄັ້ງນັ້ນ ຊີວິດລາວກໍເໝືອນກັບທຸກຢ່າງມັນພັງທະລາຍລົງມາ ລາວໝົດທຸກຢ່າງຈົມຢູ່ເປັນເວລາ 5 ປີເຕັມ ໃນລະຫວ່າງນັ້ນ Apple ກໍ່ໍຊຸດໂຊມລົງເລື້ອຍໆ ເຖີງແມ່ນວ່າຈະຜ່ານພົ້ນຜູ້ບໍລິຫານໄປຫຼາຍຄົນກໍ່ຕາມ. ແນ່ນອນ ! ຫິມະຂາວຍັງຈະເປັນຈັ່ງໃດ໋ກໍຂາວຄືເກົ່າ ລາວຕັດສິນໃຈລຸກຂື້ນສູ້ອີກຄັ້ງໜຶ່ງ ລາວເລີ້ມຕົ້ນກໍ່ຕັ້ງບໍລິສັດໃໝ່ຊື່ວ່າ Next ແລະ Pixar ລາວພົບຮັກກັບ Laurence ເຊີ່ງຕໍ່ມາເປັນພັນລະຍາຂອງລາວ, Pixar ໄດ້ສ້າງໜັງການຕູນຈາກຄອມພິວເຕີ ເປັນເລື່ອງທຳອິດຂອງໂລກນັ້ນຄື Toy Story ແລະຂະນະນີ້ເປັນສະຕູດິໂອ ຜະລິດການຕູນທີ່ປະສົບຄວາມສຳເລັດຫຼາຍທີ່ສຸດໃນໂລກ ຕໍ່ມາບໍລິສັດ Apple ກໍມາຊື້ ບໍລິສັດ Next ຂອງລາວ. Steve Job ຈິ່ງໄດ້ກັບໄປຍັງບໍລິສັດເກົ່າທີ່ລາວໄດ້ກໍ່ຕັ້ງຂື້ນມາ ລາວໄດ້ໃຊ້ເທັກໂນໂລຢີໃໝ່ໆທີ່ຄິດຄົ້ນຂື້ນພາຍໃນບໍລິສັດ Next ເພື່ອຟື້ນຟູໃຫ້ກັບ Apple ທີ່ຊຸດໂຊມລົງໄປໃຫ້ກັບມາຍິ່ງໃຫຍ່ອີກຄັ້ງ. ແລະເມື່ອລາວມີອາຍຸ 34 ປີແພດພົບວ່າລາວເປັນໂລກມະເລັງໃນຕັບອອ່ນຊະນິດທີ່ຮັກສາບໍ່ໄດ້ ໃນຂະນະທີ່ລາວກຳລັງກຽມຕົວຕາຍຢ່າງຊ້າໆ ຄະນະແພດໄດ້ຄົ້ນພົບວິທີຮັກສາມະເລັງຕັບອອ່ນ ຊະນິດທີ່ພົບໄດ້ຍາກແບບລາວ ດ້ວຍວິທີຜ່າຕັດ ແລະ ລາວໄດ້ເຂົ້າຮັບການຜ່າຕັດແລະຮັກສາ ປາກົດວ່າລາວໄດ້ຫາຍຂາດຈາກໂລກໃນເວລາຕໍ່ມາ ນັ້ນເປັນອີກຄັ້ງໃນຊີວິດທີ່ລາວໃກ້ຄວາມຕາຍທີ່ສຸດ. ແລະມີຂໍ້ຄິດດີໆ ແກ່ຜູ້ອື່ນອີກໜຶ່ງຂໍ້ຄື “ຄວາມຕາຍຄືປະກິດຕະກຳທີ່ດີທີ່ສຸດຂອງຊີວິດ ຄວາມຕາຍຄືສ່ິງທີ່ປ່ຽນແປງຊີວິດ ຄວາມຕາຍກວດລ້າງສິ່ງເກົ່າໆໃຫ້ໝົດໄປເພື່ອເປີດທາງສິ່ງໃໝ່ໆໃນຊີວິດ” ສະຕິບ ຈ໊ອບ ກໍບໍ່ຕ່າງຈາກຄົນທຳມະດາທົ່ວໆໄປ ທີ່ເກີດມາແບບບໍ່ໄດ້ພ້ອມໄປທຸກຢ່າງ ແຕ່ສິ່ງໜຶ່ງທີ່ລາວມີກໍຄື ຄວາມໄຝ່ຝັນ ແລະຄວາມເຊື່ອໝັ້ນໃນຕົວເອງ ລາວມີວິທີໃນການເຮັດວຽກຮ່ວມກັບຄົນສະຫຼາດເພື່ອເຮັດຄວາມຝັນຂອງລາວໃຫ້ເປັນຈິງ ໜຶ່ງສິ່ງທີ່ຕ້ອງເຮັດໃຫ້ໄດ້ກໍຄື ເຊື່ອໝັ້ນໃນຕົວເອງ ເຊື່ອວ່າຕົນເອງເຮັດໄດ້ ເກີດມາເພື່ອຈະປະສົບຜົນສຳເລັດ ແລ້ວຫຼັງທີ່ເຮົາເຊື່ອ ເຮົາກໍຈະພັດທະນາຕົນເອງຕາມຄວາມເຊື່ອນັ້ນ ແລະມີຄວາມມຸ້ງໝັ້ນຢ່າງແຮງກ້າທີ່ຈະປະສົບຜົນສຳເລັດ ນີ້ເປັນພຽງສ່ວນໜຶ່ງທີ່ເຮົາໄດ້ຮຽນຮູ້ຈາກຊາຍຄົນນີ້ ສະຕິບ ຈ໊ອບ Steve Jobs.

II. ພາວະຄວາມເປັນຜູ້ນຳຂອງ Steve Jobs. ດັດແກ້

Walter Isaacson ຜູ້ຂຽນໜັງສືອັດຕະຊີວິປະຫວັດຂອງ Steve Jobs ອັນໂດ່ງດັງ ໜັງສືອັດຕະຊີວະປະຫວັດທີ່ເຂົາຂຽນນີ້ເປັນພຽງເຫຼັ້ມດຽວໃນທ້ອງຕະຫຼາດ ທີ່ໄດ້ຂໍ້ມູນຈາກການສຳພາດ Steve Jobs ໂດຍກົງ ເຫຼັ້ມອື່ນຈະໃຊ້ຂໍ້ມູນຈາກການລວບລວມເອກະສານຫຼືຂໍ້ມູນມືສອງມາຂຽນ ດັ່ງນັ້ນ ຫາກ Isaacson ຈະນໍາເອົາເລື່ອງຂອງ Steve Jobs ມາເລົ່າໃຫ້ຟັງແລ້ວ ເຮົາກໍຄົງຕ້ອງງ່ຽງຫູຟັງຢ່າງຕັ້ງ ໃຈ ເພາະລາວຄືນັກຂຽນທີ່ໄດ້ສຳຜັດກັບ Steve Jobs ໃນຊ້ວງເວລາກ່ອນລາວຈະເສຍຊີວິດ. ລ້າສຸດ ບົດຄວາມຂອງລາວຕີພິມໃນວາລະສານ Harvard Business Review ປະຈຳເດືອນເມສາ 2012 ຊື່ເລື່ອງວ່າ The Real Leadership Lessons of Steve Jobs ໄດ້ສະຫຼຸບບົດຮຽນທີ່ສັງເຄາະມາຈາກການສຳພາດເພື່ອຂຽນໜັງສືອັດຕະຊີວະປະຫວັດ ໂດຍສະເພາະເລື່ອງທີ່ກ່ຽວກັບຄວາມເປັນຜູ້ນໍາຂອງ Steve Jobs ທັງໝົດມີ 14 ປະການດັ່ງຕໍ່ໄປນີ້:

1. ມຸ້ງໝັ້ນທີ່ເປົ້າໝາຍ (Focus) ດັດແກ້

ເມື່ອ Jobs ຫວນກັບຄືນສູ່ Apple ໃນປີ 1997 ຂະນະນັ້ນ Apple ດຳເນີນທຸລະກິດກ່ຽວກັບຄອມພິວເຕີແລະອຸປະກອນຕໍ່ພວງທີ່ຫຼາກຫລາຍ ສະເພາະເຄື່ອງຄອມພິວເຕີ Macintosh ຢ່າງດຽວກໍມີລຸ້ນຍ່ອຍໆ ອອກມາວາງຂາຍເກືອບສິບລຸ້ນ ວັນໜຶ່ງໃນຂະນະທີ່ມີການປະຊຸມວາງແຜນສິນຄ້າ ທຸກຄົນກໍາລັງສະແດງຄວາມເຫັນກ່ຽວກັບສິນຄ້າຂອງ Apple ກັນຢ່າງກວ້າງຂວາງ ແລ້ວ Jobs ກໍຮ້ອງອອກມາກາງທີ່ປະຊຸມວ່າ “ຢຸດ” ແລ້ວຍ່າງອອກໄປຂີດຂຽນເທີງກະດານໄວທ໌ບອດເປັນຕາລາງ 2x2 ແນວຕັ້ງ “ລູກຄ້າທົ່ວໄປ-ມືອາຊີບ” ແນວນອນເປັນ “ອຸປະກອນຕັ້ງໂຕະເຄື່ອນທີ່” ແລ້ວບອກກັບທຸກຄົນວ່າ “ວຽກງານຂອງເຮົາຄື ຕ້ອງມຸ້ງໃຫ້ຄວາມສໍາຄັນກັບສິນຄ້າຫຼັກ 4 ຢ່າງເທົ່ານີ້ ສິນຄ້າອື່ນຕ້ອງຍົກເລີກໄປໃຫ້ໝົດ” ປະໂຫຍກນີ້ເຮັດໃຫ້ທີ່ປະຊຸມງຽບລົງທັນທີ ແຕ່ຢ່າງໃດກໍ່ຕາມ ຈາກການທີ Apple ຫຼຸດລຸ້ນຄອມພິວເຕີລົງພຽງ 4 ລຸ້ນ ໄດ້ຊ່ວຍຊີວິດ Apple ໃຫ້ລອດຕາຍຈາກພາວະລົ້ມລະລາຍ ເຊີ່ງ Jobs ເວົ້າເຖີງເລື່ອງນີ້ໃນພາຍຫຼັັງວ່າ “ການຕັດສິນໃຈວ່າຈະບໍ່ເຮັດຫຍັງມີຄວາມສຳຄັນເທົ່າໆກັບ ການຕັດສິນໃຈວ່າຈະເຮັດຫຍັງ” ກ່ອນທີ່ຈະເຖີງວາລະສຸດທ້າຍຂອງຊີວິດ Larry Page ຜູ້ຮ່ວມກໍ່ຕັ້ງ Google ໄດ້ໄປຢາມ Steve Jobs ກໍໄດ້ໃຫ້ຄຳແນະນຳທີ່ມີຄຸນຄ່າແກ່ Page ນັ້ນຄື “ສິ່ງທີ່ມີຄວາມສຳຄັນທີ່ສຸດ ຄືການມຸ້ງໝັ້ນ ບໍ່ລະສາຍຕາ ເຖີງແມ່ນ Google ຕ້ອງທຸ້ມເທຄວາມສົນໃຈນັ້ນຄືຫຍັງ ແລ້ວຕັດສິີ່ງທີ່ບໍ່ຈຳເປັນທັງໝົດອອກໄປ ບໍ່ເຊັ່ນນັ້ນມັນຈະລາກເຮົາໃຫ້ຕົກຕ່ຳເໝືອນກັບ Microsoft ເຮົາຈະກາຍ ເປັນພຽງຜູ້ຜະລິດສິນຄ້າທັມມະດາ ບໍ່ແມ່ນສິນຄ້າຊັ້ນຍອດ” ແລະ Page ກໍນຳຄຳແນະນຳໄປໃຊ້ ໂດຍໃນເດືອນມັງກອນ 2012 Page ກ່າວແກ່ພະນັກງານວ່າ ເຮົາຈະຕ້ອງທຸ້ມເທ ຄວາມສົນໃຈໄປທີ່ສິນຄ້າພຽງ 2-3 ຢ່າງເຊັ່ນ Android and Google+ ແລ້ວຕ້ອງເຮັດມັນອອກ ມາໃຫ້ເບີ່ງແລ້ວດີທີ່ສຸດ.

2. ຄວາມງ່າຍ (Simplify) ດັດແກ້

Jobs ຮຽນຮູ້ການກະທຳທຸກຢ່າງໃຫ້ງ່າຍ ເມື່ອຕອນທີ່ລາອອກຈາກມະຫາວິທະຍາໄລ ມາເຮັດວຽກເພີ່ມກາງຄືນທີ່ Atari ຕູ້ວິດີໂອເກມຂອງ Atari ບໍ່ມີຄູ່ມືການໃຊ້ງານ ມີພຽງຄໍາອະທິບາຍວິທີໃຊ້ງານສັ້ນໆ ທີ່ງ່າຍແລະບໍ່ຊັບຊ້ອນ ຄຳແນະນຳໃນການຫຼີ້ນເກມ Star Trek ຂອງ Atari ມີພຽງ 2 ຂໍ້ຄື 1. ຢອດຫຼຽນ 2. ຫຼົບສັດປາຫຼາດ,Tony Fadell ຫົວໜ້າທິມພັດທະນາ iPod ເຫຼົ່າໃຫ້ຟັງວ່າຫຼາຍຄັ້ງ ທີ່ທິມງານຕ້ອງຄົບຄິດຢ່າງໜັກ ກ່ຽວກັບການອອກແບບໜ້າຈໍຮັບຄຳສັ່ງ ແຕ່ເມື່ອ Jobs ຕັ້ງຄຳຖາມວ່າ “ທ່ານຄິດວ່າມັນຈຳເປັນຫຼືບໍ່” ທຸກຄົນກໍເຫັນທາງອອກໃນທັນທີ ເຫດການທີ່ສະແດງໃຫ້ເຫັນການບັນລຸເຖີງຄວາມງ່າຍ ຂອງ Jobs ຄື ຄຳແນະນຳທີ່ໃຫ້ກັບທິມອອກແບບວ່າ ໃຫ້ເອົາປຸ່ມເປີດ-ປິດອອກໄປ ຕອນທຳອິດທຸກຄົນ ພາຍໃນທິມເຖີງກັບອື້ງ ແຕ່ເມື່ອພິຈາລະນາຖີ່ຖ້ວນແລ້ວກໍພົບວ່າ ປຸ່ມເປີດ-ປິດນັ້ນບໍ່ຈຳເປັນຕ້ອງມີເລີຍ ເພາະເຄື່ອງຄ່ອຍໆ ຕັດໄຟເອງຢ່າງອັດຕະໂນມັດ ເມື່ອບໍ່ມີການໃຊ້ງານ ແລະຈະເປີດຂື້ນມາໃໝ່ອີກ ຄັ້ງເມື່ອເລີ້ມມີການໃຊ້ງານ. ການເຮັດທຸກຢ່າງໃຫ້ລຽບງ່າຍນັ້ນ ສຳລັບ Jobs ເກີດມາຈາກການພະຍາຍາມເອົາຊະນະ ບໍ່ແມ່ນການຕັດສິ່ງທີ່ສັບຊ້ອນຖິ້ມໄປ Jobs ພົບວ່າເມື່ອໃດທີ່ສາມາດເຂົ້າເຖີງຄວາມງ່າຍໄດ້ຢ່າງເລີກເຊີ່ງແລ້ວ ເຮົາຈະສ້າງສັນສິນຄ້າທີ່ມີຄວາມເປັນມິດກັບຜູ້ໃຊ້ “ການເຮັດໃຫ້ສິ່ງໃດສິ່ງໜຶ່ງມີຄວາມງ່າຍນັ້ນເປັນວຽກທີ່ຍາກຫຼາຍ ແຕ່ສຸດທ້າຍມັກກໍຈະໄດ້ຜົນຕອບແທນທີ່ສວຍງາມ”

3. ຮັບຜິດຊອບຈົນເຖີງປາຍທາງ (Take Responsibility End to End) ດັດແກ້

Jobs ຮູ້ວ່າການສ້າງສິ່ງທີ່ງ່າຍເກີດຂື້ນມາຕ້ອງຜະສົມຜະສານທັງຮາດແວຣ໌ ຊອບແວຣ໌ ແລະອຸປະ ກອນຕໍ່ພວງທັງຫຼາຍໃຫ້ເຂົ້າກັນຢ່າງລຽບນຽນ ຕົວຢ່າງເຊັ່ນ ຫາກຜູ້ໃຊ້ iPod ຕ້ອງການເພີ່ມຫຼືຫຼຸດເພງໃນ iPod ເຂົາຈະຕ້ອງຕໍ່ iPod ເຂົ້າກັບເຄື່ອງ Mac ແລ້ວໃຊ້ໂປແກຣມ iTunes ໃນການຈັດການໄຟຣ໌ເພງຕ່າງໆ ແລະຖ້າຫາກຕ້ອງການສ້າງລາຍການຫຼີ້ນເພງຕໍ່ເນື່ອງ (Playlist) ກໍຈະຕ້ອງເຮັດໃນເຄື່ອງ Mac ດ້ວຍເຊັ່ນກັນ ເຫດຜົນທີ່ Jobs ເຮັດເຊັ່ນນີ້ກໍເພື່ອຫຼຸດຟັງຊັນໃນໂຕເຄື່ອງ iPod ລົງເພື່ອໃຫ້ iPod ມີປຸ່ມກົດບໍ່ເທົ່າໃດປຸ່ມ ຜູ້ໃຊ້ຈິ່ງໃຊ້ງານໄດ້ງ່າຍອີກດ້ວຍດ້ວຍ. Jobs ຈະບໍ່ພໍໃຈຢ່າງຍິ່ງເມື່ອໄດ້ເຫັນຊອບແວຣ໌ Apple ເຮັດວຽກເໜືອເຄື່ອງຫຍີ່ຫໍ້ອື່ນຫຼືມີ Apps ທີ່ບໍ່ໄດ້ຮັບການອະນຸຍາດຈາກ Apple ເຂົ້າໄປສ້າງມົນລະພິດໃຫ້ກັບຄວາມສົມບູນແບບຂອງ Apple store ທີ່ Jobs ເກີດຄວາມຮູ້ສຶກເຊັ່ນນັ້ນກໍເພາະວ່າ Apps ເຫຼົ່ານີ້ຈະເຂົ້າໄປທໍາລາຍປະສົບການທີ່ດີຈາກການໃຊ້ສິນຄ້າ Apple ມີຕົວຢ່າງຫຼາຍຈາກໃນອາດີດທີ່ຜ່ານມາທັງ Microsoft ແລະ Google ໃຊ້ແນວທາງແບບເປີດ ເຊີ່ງອະນຸຍາດໃຫ້ນຳລະບົບປະຕິບັດການແລະໂປແກຣມຕ່າງໆ ໄປໃຊ້ກັບຮາດແວຣ໌ຈາກຜູ້ຜະລິດໃດກໍ່ໄດ້ ແນວຄິດນີ້ອາດເຄີຍເປັນໂມເດລທາງທຸລະກິດທີ່ດີ ແຕ່ບັນຫາເກີດຂື້ນຕາມມາຫຼາຍເຊັ່ນ Virus ເປັນຕົ້ນ. Jobs ເຊື່ອວ່າວິທີນີ້ເປັນການຜະລິດສິນຄ້າທີ່ບໍ່ມີຜົນປະໂຫຍດ ເຂົາເຫັນວ່າ “ຄົນເຮົາມີວຽກງານຢ່າງອື່ນທີ່ຕ້ອງເຮັດຫຼາກຫຼາຍ ຈິ່ງບໍ່ມີເວລາທີ່ຈະມາຄິດວ່າ ຄວນຈະເຊື່ອມເຄື່ອງຄອມພິວເຕີກັບອຸປະກອນຕ່າງໆຢ່າງໃດ” ຜູ້ຜະລິດເອງຈິ່ງຕ້ອງຄິດແທນຜູ້ໃຊ້ໃຫ້ຮອບດ້ານ.

4. ຫາກເດີນຕາມຫຼັງຕ້ອງກ້າວກະໂດດ (When Behind, Leapfrog) ດັດແກ້

ບໍລິສັດທີ່ເປັນສັນຍາລັກຂອງ ນະວັດຕະກຳບໍ່ແມ່ນເປັນພຽງ ບໍລິສັດທີ່ຄິດສິ່ງໃໝ່ໆໄດ້ເປັນທີ່ທໍາອິດ ແຕ່ຍັງຕ້ອງຮູ້ວິທີກ້າວກະໂດດ ເມື່ອຮູ້ວ່າກຳລັງຕາມຫຼັງ ດຽວນີ້ກັບເຄື່ອງ iMac ເຊ່ີ່ງຖືກສ້າງຂື້ນມາເພື່ອໃຫ້ໂດດເດັ່ນ ໃນດ້ານການຈັດການຮູບພາບແລະວິດີໂອ ແຕ່ຢ່າງໃດກໍຕາມ iMac ກັບມີປົ່ມດ້ອຍໃນເລື່ອງການຈັດການເພງເພາະຜູ້ໃຊ້ເຄື່ອງ PCs ສາມາດດາວໂຫລດຊື້ຂາຍແລກປ່ຽນເພງ ແປງໄຟຣ໌ ແລະຂຽນລົງແຜນຊີດີໄດ້ ສ່ວນເຄື່ອງ iMac ມີຊີດີກໍຈິງແຕ່ເຮັດໄດ້ພຽງອ່ານບໍ່ສາມາດຂຽນແຜນຊີດີໄດ້ ເມື່ອ Jobs ເປັນຜູ້ຕາມຫຼັງໃນເກມນີ້ ແທນທີ່ລາວຈະຄິດພຽງຈະອັບເກຣດເຄື່ອງຫຼີ້ນຊີດີ iMac ລາວກັບໃຊ້ວິທີການຜະສົມຜະສານກັນຂອງໂປແກຣມ iTunes ຮ້ານ iTunes Store ແລະ iPod ເຮັດໃຫ້ຜູ້ໃຊ້ສາມາດຊື້ ແບ່ງປັນ ຈັດເກັບແລະຫລີ້ນເພງໄດ້ ສຸດທ້າຍລາວຈິ່ງໄດ້ຮັບລາງວັນ Grammy Award 2012 ໃນຖານະຜູ້ປະຕິວັດອຸດສະຫະກຳດົນຕຣີເຂົ້າສູ່ຍຸກໃໝ່. ເມື່ອ iPod ສ້າງຄວາມສຳເລັດຢ່າງຍິ່ງໃຫຍ່ໄດ້ແລ້ວ Jobs ໃຊ້ເວລາພຽງເລັກນ້ອຍຊື່ນຊົມກັບຄວາມສຳເລັດນີ້ ລາວເລີ້ມຕໍ່ໄປວ່າ ບາງທີອາດຈະເປັນສິ່ງຄຸກຄາມຕໍ່ iPod ແລ້ວພົບວ່າ ສິ່ງໜຶ່ງທີ່ເປັນໄປໄດ້ຄື ຜູ້ຜະລິດໂທລະສັບມືຖືຈະພາກັນເພີ່ມຄວາມສາມາດ ໃນການຫຼີ້ນເພງເຂົ້າໄປໃນເຄື່ອງ ລາວຈິ່ງສານຕໍ່ຄວາມສຳເລັດຂອງຍອດຂາຍ iPod ໄປສູ່ການສ້າງ iPhone “ເຮົາບໍ່ນໍາຄວາມສຳເລັດຂອງເຮົາມາໃຊ້ປັບປຸງຕົນເອງ ຄົນອື່ນກໍຈະນຳໄປໃຊ້” Jobs ກຼ່າວ.

5. ຜົນງານກ່ອນຜົນກຳໄລທີຫຼັງ (Put Products before Profits) ດັດແກ້

ຕົ້ນປີ ຄ.ສ 1980s ຂະນະ Jobs ແລະທິມງານກຳລັງອອກແບບເຄື່ອງ Macintosh ລາວຕັ້ງໃຈໃຫ້ມັນເປັນຜົນງານທີ່ຍິ່ງໃຫຍ່ ບໍ່ມີໃຜທຽບເທົ່າ ຕອນນັ້ນ, ລາວເຮັດໂດຍບໍ່ຄິດເຖີງຄໍາວ່າຕົ້ນທຶນເລີຍແມ່ນແຕ່ເລັກນ້ອຍ ຄັ້ງທຳອິດຂອງການປະຊຸມທິມງານ Macintosh ລາວຂຽນປະໂຫຍກໜຶ່ງລົງກະ ດານໄວບອດ “Don’t compromise” (ບໍ່ມີການປານີປານອມ) ເຮັດໃຫ້Apple ສາມາດສ້າງເຄື່ອງຄອມພິວເຕີ Macintosh ທີ່ມີປະສິດທິພາບໃນການເຮັດວຽກສູງສຸດ ແຕ່ກໍມີລາຄາທີ່ສູງຫຼາຍ Apple ຈິ່ງຕ້ອງພ່າຍແພ້ໃຫ້ແກ່ PCs ເຮັດໃຫ້ Jobs ຕ້ອງຟົ້ງອອກໄປຈາກ Apple ແລະໄດ້ John Sculley ເຂົ້າມາບໍລິຫານແທນ Sculley ເຄີຍເປັນຜູ້ບໍລິຫານລະດັບສູງດ້ານການຕະຫຼາດແລະການຂາຍທີ່ Apple Pepsi ລາວຈິ່ງມຸ້ງໜ້າໄປທີ່ການສ້າງກຳໄລສູງສຸດ ແຕ່ດ້ວຍແນວທາງການບໍລິຫານຂອງ Sculley ເຊັ່ນນີ້ກັບເຮັດໃຫ້ Apply ເລີ່ມຕົກຕ່ຳລົງ ເຊີ່ງພາຍຫຼັງ Jobs ອະທິບາຍສາເຫດຂອງຄວາມຕົກຕໍ່ານີ້ວ່າ ເມື່ອເຮົາສາມາດສ້າງຜົນງານທີ່ຍອດຢ້ຽມຂື້ນມາ ໄດ້ຈັກຢ່າງໜຶ່ງຈາກນັ້ນຝ່າຍຂາຍແລະການຕະຫຼາດຈະມີຄວາມສຳຄັນຂື້ນ ເພາະເປັນຝ່າຍທີ່ສາມາດສ້າງຜົນກຳໄລໃຫ້ກັບບໍລິສັດ ເມື່ອຝ່າຍຂາຍເຂົ້າມາບໍລິຫານ ຝ່າຍຜະລິດກໍຈະໝົດ ຄວາມສຳຄັນລົງ ແລະສິນຄ້າທີ່ເຄີຍຍອດຢ້ຽມກໍຄ່ອຍໆຫາຍໄປໃນທີ່ສຸດ ແລະເຫດການເຊັ່ນດຽວ ກັນນີ້ ກຳລັງເກີດຂື້ນທີ່ Microsoft ເມື່ອ Ballmer ເຂົ້າມາບໍລິຫານ. ເມື່ອ Jobs ກັບມາສູ່ Apple ອີກຄັ້ງ ບົດຮຽນທີ່ຜ່ານມາເຮັດໃຫ້ລາວມີຄວາມຮອບຄອບຫຼາຍຂື້ນ ລາວອະທິບາຍວ່າ “ຂ້ອຍຕ້ອງການສ້າງບໍລິສັດທີ່ຍຶນຍົງ ທຸກຄົນຕ້ອງມີແຮງຈູງໃຈທີ່ຈະສ້າງຜົນງານທີ່ຍິ່ງໃຫຍ່ ສິ່ງອື່ນນອກໄປຈາກນີ້ມີຄວາມສຳຄັນຮອງລົງໄປ ແນ່ນອນວ່າຜົນກໍາໄລເປັນສິ່ງທີ່ດີເພາະມັນສາມາດສ້າງຜົນງານທ່ີດີໄດ້ ແຕ່ສິ່ງຈູງໃຈຕ້ອງເປັນຜົນງານ ບໍ່ແມ່ນຜົນກຳໄລ ” Sculley ໄດ້ພິກຜັນ ລໍາດັບຄວາມສໍາຄັນຂອງສິ່ງນີ້ ໂດຍມຸ້ງໄປທີ່ຕົວເງິນຫຼາຍກວ່າ ຄວາມແຕກຕ່າງ ອາດຈະເຫັນໄດ້ບໍ່ຊັດເຈນຫຼາຍ ແຕ່ສຸດທ້າຍມັນຈະປາກົດໃນທຸກສິ່ງຂອງບໍລິສັດ ເຊັ່ນ: ການ ຄັດເລືອກພະນັກງານ, ການເລືອນຕຳແໜ່ງແລະຫົວຂໍ້ໃນການປະຊຸມ.

6. ຢ່າຕົກເປັນທາດການປະຊຸມກຸ່ມຍ່ອຍ (Focus Group) ດັດແກ້

ເມື່ອຄັ້ງທຳອິດທີ່ Jobs ປະຊຸມທິມງານ Macintosh ສະມາຊິກໃນທິມຄົນໜຶ່ງສະເໜີວ່າ ເຮົາຄວນທຳການວິໃຈຕະຫຼາດເພື່ອຈະໄດ້ຮູ້ວ່າ ລູກຄ້າຕ້ອງການຫຍັງ Jobs ຕອບວ່າ “ບໍ່ແມ່ນເພາະວ່າລູກຄ້າບໍ່ຮູ້ວ່າລາວຕ້ອງການຫຍັງ ຈົນກວ່າເຮົາໄດ້ນຳສະເໜີສິ່ງນັ້ນອອກມາ” ເຄີຍຍົກຄໍາເວົ້າຂອງ Henry Ford ທີ່ກ່າວວ່າ “ຖ້າເຮົາຖາມລູກຄ້າວ່າ ເຂົາຕ້ອງການຫຍັງ ເຂົາກໍຈະຕອບວ່າ ເຂົາຕ້ອງການມ້າທີ່ແລ່ນໄວທີ່ສຸດ” ການເອົາໃຈໃສ່ກັບສິ່ງທີ່ລູກຄ້າຕ້ອງການມີຄວາມແຕກຕ່າງຢ່າງຫຼວງຫລາຍ ກັບການຖ້າຖາມລູກຄ້າຢູ່ຕະຫຼອດເວລາວ່າເຂົາຕ້ອງການຫຍັງ ການທີ່ຈະເຂົ້າໃຈລູກຄ້າໄດ້ຕ້ອງມີຄວາມສາມາດໃສການຢັ່ງຮູ້ ແລະສັນຊາດຕະຍານໃນການຮັບຮູ້ ຄວາມຕ້ອງການທີ່ຍັງບໍ່ກໍ່ຕົວເປັນຮູບເປັນຮ່າງ ເໝືອນກັບການອ່ານສິ່ງທີ່ຍັງບໍ່ໄດ້ຂຽນລົງໄປໃນເຈັ້ຍ ອອກມາໃຫ້ໄດ້ ແທນທີ່ Jobs ຈະເພີ່ງການວິໃຈຕະຫຼາດລາວກັບໃຊ້ວິທີການຂອງລາວເອງ ຄືການຢັ່ງຮູ້ຄວາມຕ້ອງການຂອງລູກຄ້າ ເປັນການໃຊ້ຄວາມຮູ້ທີ່ຕ້ອງຢູ່ບົນພື້ນຖານຂອງສະຕິປັນຍາ ເຊີ່ງໄດ້ມາຈາກປະສົບການທີ່ສັ່ງສົມມາໃນອະດີດ. ດັ່ງນັ້ນ, ການໃຊ້ Focus Group ຂອງ Jobs ຈົດໝາຍເຖີງ One-person focus group ຫຼືລາວໃຊ້ຕົວເອງໃນການເຮັດ Focus ລາວໃຊ້ການຄິດວ່າ ສິນຄ້າແບບໃດທີ່ລາວແລະເພື່ອນໆ ຕ້ອງການມາເປັນຂໍ້ມູນໃນການອອກແບບ ເຊັ່ນໃນປີ 2000 ມີເຄື່ອງຫຼີ້ນເພງແບບພົກພາໃນທ້ອງຕະ ຫຼາດຢ່າງຫຼວງຫຼາຍ ແລະຫຼາຍລຸ້ນ ແຕ່ Jobs ຮູ້ສຶກວ່າມັນບໍ່ດີພໍສໍາລັບເຂົາແມ່ນແຕ່ລຸ້ນດຽວ ເພາະໃນຖານະນັກຟັງເພງ ລາວຕ້ອງການເຄື່ອງທີ່ບັນຈຸເພງໄດ້ຫຼາຍແລະໃສ່ມັນໄວ້ໃນຖົງເສືື້ອໄດ້ ແລະຈິ່ງເປັນ iPod ທີ່ຜູ້ໃຊ້ຕ່າງກໍຊື່ນຊົມໃນຄວາມສວຍງາມ ແລະໃຊ້ງານງ່າຍຂື້ນໄດ້ນັ້ນ ເພາະ Jobs ອອກແບບ iPod ໂດຍຄິດວ່າ ເມື່ອເຮົາກໍາລັງເຮັດສິ່ງໃດກໍ່ຕາມ ໃຫ້ກັບຕົວເຮົາເອງຫຼື ແມ່ນແຕ່ຄອບຄົວ ຫຼືໝູ່ເພື່ອນຂອງເຮົາໃຊ້ ເຮົາກໍຈະບໍ່ເຮັດໃຫ້ເຂົາຜິດຫວັງ

7. ຄວາມເຊື່ອສ້າງຄວາມຈິງ (Bend reality) ດັດແກ້

ຊື່ສຽງຂອງ Jobs ປະການໜຶ່ງຄືຄວາມສາມາດໃນການຜັກດັນໃຫ້ຄົນເຮັດສິ່ງທີ່ເປັນໄປບໍ່ໄດ້ ເພື່ອນ ໆຂອງລາວເອີ້ນມັນວ່າ “ພະລັງບິດເບືອນຄວາມເປັນຈິງ” (Reality Distortion Fied: RDF)” ຄໍານີ້ໄດ້ມາຈາກໜັງເລື່ອງ Star Trek ຕອນສັດປະຫຼາດໃຊ້ການສະກົດຈິດໃຫ້ເກີດຄວາມເຊື່ອໝັ້ນ ເມື່ອມີຄວາມເຊື່ອໝັ້ນແລ້ວສິ່ງນັ້ນກໍຈະກາຍເປັນຈິງໃນທີ່ສຸດ ຕົວຢ່າງເຊັ່ນ ວັນໜຶ່ງ Jobs ຍ່າງເຂົ້າໄປໃນຫ້ອງເຮັດວຽກຂອງ Larry Kenyon ວິສະວະກຳລະບົບປະຕິບັດການຂອງ Macintosh ແລະຈົ່ມວ່າມັນໃຊ້ເວລາໃນການເປີດເຄື່ອງດົນເກີນໄປ Kenyon ເລີ້ມອະທິບາຍວ່າເປັນຫຍັງຈິ່ງບໍ່ສາມາດຫຼຸດເວ ລາໃນການເປີດເຄື່ອງໄດ້ ແຕ່ Jobs ຕັດບົດແລ້ວກ່າວວ່າ “ຖ້າການເຮັດສິ່ງນີ້ສາມາດຊ່ວຍຊີວິດຄົນໄດ້ ທ່ານຈະຫາວິທີຫຼຸດເວລາໃນການເປີດເຄື່ອງລົງ 10 ວິນາທີ ຫຼືບໍ່” Kenyon ຕອບວ່າອາດເຮັດໄດ້ ແລ້ວ Jobs ກໍຍ່າງໄປທີ່ກະດານເລີ້ມຂຽນສະແດງໃຫ້ເຫັນວ່າ ຖ້າຄົນໃຊ້ Mac 5 ລ້ານຄົນໃຊ້ເວລາໃນການເປີດເຄື່ອງຫຼຸດລົງ 10 ວິນາທີຕໍ່ວັນ ລວມໆກັນແລ້ວຄິດເປັນເວລາ 300 ລ້ານຊົ່ວໂມງຕໍ່ປີ ເຊີ່ງທຽບໄດ້ກັບການຊ່ວຍຊີວິດຄົນເຖີງ 100 ຊີວິດຄົນ/ປີ ຫຼັງຈາກນັ້ນອີກບໍ່ເທົ່າໃດອາທິດ Kenyon ກໍເຮັດໃຫ້ເຄື່ອງ Macintosh ສາມາດເປີດໄດ້ໄວຂື້ນ 28 ວິນາທີ. ຄົນທີ່ຮູ້ຈັກ Jobs ຈະເບີ່ງວ່າ RDF ເປັນການໃຊ້ຄໍາເວົ້າກົດດັນແລະລໍ້ຫຼອກ ແຕ່ຄົນທີ່ເຄີຍເຮັດວຽກກັບ Jobs ຍອມຮັບວ່າລັກສະນະສ່ວນຕົວຂອງ Jobs (ມັກຍົ້ວຍຸໃຫ້ຂຸ່ນເຄື່ອງ) ເຮັດໃຫ້ພະນັກງານສ້າງຜົນງານທີ່ເໜືອທຳມະດາອອກມາໄດ້ Debi Coleman ສະມາຊິກຂອງທິມສ້າງ Mac ເຊີ່ງເຄີຍໄດ້ຮັບລາງວັນພະນັກງານທີອົດທົນຕໍ່ Jobs ໄດ້ດີທີ່ສຸດໃນໜຶ່ງປີທີ່ເອີ້ນມັນວ່າ “ການບິດເບືອນທີ່ຊ່ວຍເຕີມເຕັມ (Self-fulfillment distortion) ” ລາວສະຫຼຸບວ່າ “ທ່ານເຮັດສິ່ງທີ່ເປັນໄປບໍ່ໄດ້ເພາະທ່ານບໍ່ເຄີຍຄິດວ່າມັນເປັນໄປບໍ່ໄດ້”

8. ສ້າງພາບລັກ (Impute) ດັດແກ້

Mike Markkula ທີ່ປຶກສາຄົນທຳອິດຂອງ Jobs ຂຽນຂໍ້ຄວາມເຖີງລາວເມື່ອປີ 1979 ທີ່ກ່າວເຖີງຫຼັກ 3 ປະການໄດ້ແກ່: ຄວາມເຂົ້າອົກເຂົ້າໃຈ (Empathy) ມຸ້ງໝັ້ນທີ່ເປົ້າໝາຍ (Focus) ແລະຄຳສຸດທ້າຍທີ່ຟັງແລ້ວບໍ່ດີຄື ພາບລັກ (Impute) ເຊີ່ງຕໍ່ມາກາຍເປັນຫຼັກການທີ່ສໍາຄັນອັນໜຶ່ງ ຂອງ Jobs ລາວຮູ້ວ່າຄົນທັງຫຼາຍເກີດຄວາມຄິດເຫັນກ່ຽວກັບສິນຄ້າ ຫຼື ບໍລິສັດຈາກການນໍາສະເໜີແລະບັນຈຸພັນໃນປີ 1984 ເມື່ອ Macintosh ກຳລັງກຽມສົ່ງມອບ Jobs ເກີດຄວາມຮູ້ສຶກຄ້າງຄາໃຈກ່ຽວກັບສີ ແລະແບບຂອງກ່ອງ ແລະເຊັ່ນເຄີຍເຂົາສັ່ງໃຫ້ຢຸດແລະສັ່ງໃຫ້ອອກແບບແລ້ວອອກແບບອີກ ເພື່ອໃຫ້ກ່ອງທີ່ຫໍ່ຫຸ້ມ iPod ແລະ iPhone ເບີ່ງດີທີ່ສຸດ ລາວແລະ Ive ເຊື່ອວ່າການແກະກ່ອງເປັນເໝືອນພິທີກຳໃນການເຂົ້າເຖີງສິນຄ້າ “ເຮົາຈິ່ງຕ້ອງກຳນົດໂທນວ່າ ຜູ້ບໍລິໂພກຈະຮັບປະສົບການຂອງຕົວສິນຄ້າ ເມື່ອເຈົ້າເປີດກ່ອງ iPhone ຫຼື iPad ຢ່າງໃດ” Jobs ກ່າວ. ບາງຄັ້ງ Jobs ໃຊ້ການອອກແບບຕົວເຄື່ອງເພື່ອ (ສື່) ເຊີ່ງສັນຍາລັກຫຼາຍກວ່າປະໂຫຍດໃຊ້ສອຍ ເຊັ່ນ ຂະນະກຳລັງສ້າງສັນເຄື່ອງ iMac ລຸ້ນໃໝ່ Ive ໄດ້ອອກແບບມືຈັບອັນນ້ອຍໆໃຫ້ຢູ່ເທີງຕົວເຄື່ອງ ເປັນຮູບແບບສັນຍາລັກຫຼາຍກວ່າປະໂຫຍດໃຊ້ງານ ເພາະຄົງບໍ່ມີໃຜຕ້ອງການຖືເຄື່ອງຄອມ ພິວເຕີຕັ້ງໂຕະໄປໃສມາໃສ Jobs ແລະ Ive ເຫັນວ່າມີຄົນຈໍານວນຫຼາຍທີ່ຍັງຍ້ານຄອມພິວເຕີ ຖ້າຫາກວ່າ iMac ລຸ້ນໃໝ່ມີມືຈັບກໍຈະເບີ່ງເປັນມິດກັບຜູ້ໃຊ້ຫຼາຍຂື້ນ ມືຈັບຈິ່ງເປັນສັນຍານໃຫ້ແຕະຕ້ອງ iMac ໄດ້ໃນຕອນທຳອິດ ຝ່າຍທຳອິດບໍ່ເຫັນນຳ ເນື່ອງຈາກຈະເຮັດໃຫ້ມີຕົ້ນທຶນເພີ່ມຂື້ນ ແຕ່ Jobs ປະກາດຂ່າວວ່າ “ບໍ່ ເຮົາຈະເຮັດຢ່າງນີ້” ແລະລາວກໍບໍ່ເຄີຍແມ່ນແຕ່ຈະອະທິບາຍວ່າເປັນຫຍັງຈິ່ງຕ້ອງມີ.

9. ຜັກດັນສູ່ຄວາມສົມບູນແບບ (Push for Perfection) ດັດແກ້

ເກືອບທຸກຄັ້ງລະຫວ່າງການພັດທະນາຜະລິດຕະພັນ Jobs ຈະສັ່ງຢຸດແລ້ວຍ່າງກັບໄປທີ່ກະດານ ແລ້ວຂີດຂຽນບ່າງຢ່າງລົງໄປ ເພາະຮູ້ສຶກວ່າຍັງບໍ່ສົມບູນແບບດີພໍ ເຊັ່ນຕອນທີ່ກຳລັງຈະເປີດຮ້ານ Apple stores ລາວກັບ Ron Johnson ຜູ້ຊ່ຽວຊານດ້ານການອອກແບບຕັດສິນໃຈເລື່ອນເວລາເປີດອອກໄປ 2-3 ເດືອນ ເພື່ອວາງຜັງຂອງຮ້ານໃຫ້ເປັນໄປຕາມກິດຈະກໍາຂອງລູກຄ້າ ແທນຜັງເດີມທີ່ວາງຕາມ ຊະນິດຂອງຂອງສິນຄ້າຫຼືຕອນທີ່ iPad ໃກ້ຈະສໍາເລັດເປັນຮູບເປັນຮ່າງ Jobs ເບີ່ງໄປທີ່ເຄື່ອງຕົ້ນແບບເກີດຄວາມຮູ້ສຶກບໍ່ພໍໃຈ ເພາະມັນບໍ່ໃຫ້ຄວາມຮູ້ສຶກສະບາຍໆ ແລະເປັນມິດ ຜູ້ໃຊ້ບໍ່ສາມາດຖືມັນໄດ້ໂດຍມືດຽວ ເຂົາຈິ່ງຕັດສິນໃຈອອກແບບຝາຂອງ iPad ໃຫ້ຂອງເຄື່ອງມີໂຄ້ງກະດົກຂື້ນເລັກນ້ອຍ ເພື່ອໃຫ້ຜູ້ໃຊ້ຈັບມັນໄດ້ງ່າຍ ການປ່ຽນແປງແບບຂອງ Jobs ເຮັດໃຫ້ວິສາວະກອນຕ້ອງອອກແບບຊ່ອງເຊື່ອມຕໍ່ແລະປຸ່ມກົດໃໝ່ ໃຫ້ບາງຂື້ນແລະຝາດ້ານຫຼັງໂຄ້ງຈາກຂອບໄປກົງກັບເຄື່ອງ ສົ່ງຜົນໃຫ້ຢືດເວລາການຜະລິດອອກໄປຈົນກວ່າການປ່ຽນແປງແບບຈະສຳເລັດ. ຄວາມເປັນຄົນສົມບູນແບບຂອງ Jobs ຄວບຄຸມໄປທຸກສິ່ງແມ່ນກະທັ້ງສ່ວນທີ່ເບີ່ງບໍ່ເຫັນ ໃນຕອນຍັງນ້ອຍລາວເຄີຍພໍ່ຊ່ວຍສ້າງຮົ້ວສະໜາມຫຍ້າຫຼັງບ້ານ ລາວຖືກສອນໃຫ້ເອົາໃຈໃສ່ຮົ້ວທັງດ້ານໜ້າແລະດ້ານຫຼັງເທົ່າໆກັນ “ບໍ່ມີໃຜເຫັນດອກ” Jobs ເວົ້າ, ພໍ່ລາວຕອບວ່າ “ແຕ່ເຮົາຮູ້ຊ່າງໄມ້ທີ່ດີຈະເລືອກໃຊ້ໄມ້ທີ່ດີ ແມ່ກະທັ້ງດ້ານຫຼັງຂອງຕູ້ທີ່ຫັນເຂົ້າຝາຜະໜັງບ້ານແລະເຮົາກໍຈະເຮັດຢ່າງດຽວກັນນັ້ນກັບດ້ານຫຼັງຂອງຮົ້ວ” ພໍ່ລາວອະທິບາຍຄັ້ງໜຶ່ງ ໃນຄະນະທີກໍາລັງດູແລການຜະລິດ Apple II ແລະ Macintosh ນັ້ນ Jobs ໄດ້ນຳບົດຮຽນນີ້ມາໃຊ້ກັບແຜງວົງຈອນໃນຕົວເຄື່ອງ Jobs ຕີກັບງານໄປໃຫ້ວິຊາວະກອນໂດຍໃຫ້ຊິບວາງຮຽງເປັນແຖວສວຍງາມ “ບໍ່ມີໃຜສົນໃນເບີ່ງວົງຈອນແນ່ນອນ“ ພະນັກ ງານຄົນໜື່ງທັກທ້ວງ Jobs ຕອບໄປຄືກັບທີ່ພໍ່ເຂົາຕອບ “ຂ້ອຍຕ້ອງການໃຫ້ມັນດີທີ່ສຸດທັງພາຍໃນ ແລະ ພາຍນອກ ຊ່າງໄມ້ທີ່ຫຍີງໃຫຍ່ຈະບໍ່ແມ່ນໄມ້ມີລາຄາຖືກໆ ມາເຮັດຝາດ້ານຫຼັງຂອງຕູ້ ເຖີ່ງວ່າມັນຈະເປັນສ່ວນທີ່ເບິ່ງບໍ່ເຫັນ“ ແລະ ເມື່ອແຜນວົງຈອນອອກແບບຮຽບຮ້ອຍ ເຂົາໃຫ້ວິຊາວະກອນແລະສະມາຊິກທີມ Macintosh ລົງຊື່ແລະສະລັກໄວ້ໃນຕົວເຄື່ອງ.

10. ອົດທົນຕໍ່ພະນັກງານທີ່ໂດດເດັ່ນເທົ່ານັ້ນ (Tolerate only ”A” Player) ດັດແກ້

Jobs ມີຊື່ສຽງຫຼາຍໃນເລື່ອງທີ່ເປັນຄົນໃຈຮ້ອນ ສຸນສຽວ ກ້າວລ້າວກັບຄົນອ້ອມຂ້າງ ແຕ່ການປະຕິບັດຕໍ່ຄົນອ້ອມຂ້າງແບບນີ້ມາຈາກຄວາມຕ້ອງການສິ່ງທີ່ສົມບູນແບບ ແລະ ດີທີ່ສຸດ ນີ້ເປັນວິທີການທີເຂົາເຮັດເພື່ອປ້ອງກັນບໍ່ໃຫ້ເກີດສິ່ງທີ່ເຂົາເອີ້ນວ່າ “Bozo explosion (ການແພ່ພັນຂອງພວກບໍ່ເປັນ ຕາເອົາ)” ເພາະຜູ້ບໍລິຫານໃຈດີຈົນມີແຕ່ຄົນທີ່ມີຜົນງານແບບທໍາມະດາໆ ເຮັດວຽກສະບາຍໆໄປວັນໆ ”ຂ້ອຍບໍ່ຄິດວ່ານີ້ເປັນການກະທຳທີ່ຮຸນແຮງກັບພະນັກງານ ”ບອກເຂົາ” ຖ້າຜົນງານມັນບໍ່ດີ ຂ້ອຍກໍຈະເວົ້ານຳເຂົາແບບຕົງໆ ຕໍ່ໜ້າໄປເລີຍເພາະຂ້ອຍຖືວ່ານີ້ເປັນໜ້າທີ່” ເຄີຍມີຄົນພະຍະຍາມບອກໃຫ້ເຂົາໃຊ້ວິທີທີ່ສຸພາບກວ່ານີ້ ເພາະມັນໃຫ້ຜົນອອກມາຄ້າຍໆຄືກັນ ຄໍາຕອບກໍຄື ”ມັນບໍ່ແມ່ນຕົວຂອງຂ້ອຍ” ເຂົາບອກ ”ອາດມີວິທີທີ່ດີກວ່ານີ້ເຊັ່ນໃຊ້ຄຳເວົ້າສຸພາບ ເວົ້າພາສາດອກໄມ້ ແຕ່ຂ້ອຍບໍ່ຮູ້ຈັກວິທີແບບນັ້ນເພາະຂ້ອຍເປັນພຽງຄົນຊັ້ນກາງທີມາຈາກແຄຣີຟໍຣເນຍ” ມີສະຖິຕິພົບພະນັກງານຊັ້ນຍອດຫຼາຍຄົນມີຄວາມພັກດີແລະເຮັດວຽກກັບ Jobs ມາເປັນເວລາຍາວນານຫຼາຍ ເມື່ອປຽບທຽບກັບບໍລິສັດອື່ນໆ ຜູ້ບໍໍລິຫານລະດັບສູງທີ່ໃຈດີ ແລະ ສຸພາບກໍຍັງເຮັດໄດ້ໜ້ອຍກວ່າ Jobs ສິ່ງທີ່ສຳຄັນຄືຕ້ອງຮູ້ຄືຄວາມຫຍາບຄາຍ ແລະ ແຂງກະດ້າງຂອງ Jobs ນັ້ນຕ້ອງປະກອບດ້ວຍສາມາດໃນການກະຕຸນແຮງບັນດ້ານໃຈ ເຂົາຊັກນຳພະນັກງານ Apple ດ້ວຍການສ້າງທີ່ຈະສ້າງຜະ ລິດຕະພັນທີ່ໂດດເດັ່ນກວ່າໃຜໃນໂລກ ແລະ ເຊື່ອວ່າພວກເຂົາສາມາດເຮັດສິ່ງທີ່ເປັນໄປໄດ້ໃຫ້ສຳເລັດ ມີ CEO ຫຼາຍຄົນຮຽນແບບສະຕາຍແຂງກ້າວຂອງ Jobs ໂດຍບໍ່ເຂົ້າຄວາມສາມາດໃນການສ້າງຄວາມຈົ່ງຮັກພັກດີຊື່ງອາດຈະນໍາໄປສູ່ຄວາມຜິດພາດທີ່ຮ້າຍແຮງໄດ້ ”ຂ້ອຍຮຽນຮູ້ຈາກຫຼາຍໆປີທີ່ຜ່ານມາວ່າເມື່ອເຈົ້າມີພະນັກງານດີໆ ເຈົ້າບໍ່ຈຳເປັນໄປໂອ້ເຂົາຫຼາຍ” Jobs ການກົດດັນໂຄງສ້າງຄວາມຄາດຫວັງສາມາດຜັກດັນໃຫ້ພະນັກງານສ້າງສິ່ງທີ່ຍິງໃຫຍ່ຂື້ນມາໄດ້ ສະມາຊິກໃນທີມ Mac ຫຼາຍຕໍ່ຫຼາຍຄົນບອກເປັນສຽງດຽວກັນວ່າເມື່ອແລກກັບອາລົມຫຸນຫັນຂອງ Jobs ແລ້ວໄດ້ຜົນງານດີມັນກໍກັບຄວາມ ເຈັບປວດທີ່ໄດ້ຮັບ.

11. ເຫັນໜ້າເຫັນຕາ (Engage face to face) ດັດແກ້

ເຖີງວ່າຈະຢູ່ໃນໂລກ Digital ແຕ່ Jobs ເຊື່ອໝັ້ນໃນການປະຊຸມແບບປະເຊີນໜ້າກັນຫຼາຍກວ່າ ”ມີການບິດບຽນໃຫ້ເຮົາເຊື່ອວ່າໂລກໃນຍຸກນີ້ສາມາດເຮັດວຽກຜ່ານ e-mail ແລະ chat ແຕ່ Jobs ບອກວ່າ ”ບໍ່ແມ່ນ” ຄວາມຄິດແບບສ້າງສັນຈະເກີດຂື້ນໄດ້ເມື່ອມີການປະຊຸມຢ່າງພ້ອມໜ້າພ້ອມຕາກັນ ຄະນະທິມອະທິບາຍເລື່ອງໃດໜຶ່ງຫຼືແມ່ນກະທັ້ງທີ່ເຈົ້າຍ່າງສວນກັບໃຜຄົນໃດຄົນໜື່ງແລະທັກວ່າ ”ເປັນແນວໃດ” ແລະກໍຄິດປີ້ນເປັນແນວຄິດສ້າງສັນອອກມາ ເພື່ອໃຫ້ເກີດສະຖານະການທີວ່ານີ້ Jobs ຈຶ່ງອອກແບບຕຶກ Pixar ທີ່ໃຫັພົບກັນແລະຮວມມືກັນ ”ຖ້າຕົວຕຶກບໍ່ເອື້ອ ເຈົ້າຈະເສຍນະວັດຕະກຳ ແລະ ສິ່ງມະຫັດສະຈັນທີ່ຈຸດປະກາຍມາຈາກຄວາມບັງເອີນ ເຮົາຈຶ່ງອອກຕົວແບບຕຶກໃຫ້ເມື່ອຄົນອອກຈາກຫ້ອງເຮັດວຽກ ຈະໄດ້ຍ່າງມາຢູ່ຮວມກັນໃນບໍລິເວນທາງກາງກັບຄົນອື່ນໆ ທີ່ເຂົາອາດຈະບໍ່ເຄີຍພົບກັນເລີຍໃນຕຶກແບບທຳມະດາທົ່ວໆໄປ” ປະຕູໜ້າ ຂັ້ນໄດຫຼັກ ແລະ ທາງຍ່າງລ້ວນມູ້ງໄປສູ່ຫ້ອງທາງກາງ ”ທຸລະກິດຂອງ Jobs ເຫັນຜົນແຕ່ເລີ້ມ” Lasseter ທົບທວນ ”ຂ້ອຍໄດ້ພົບຫຼາຍຄົນທີ່ບໍ່ໄດ້ເຫັນໜ້າຕາມາຫຼາຍເດືອນຂ້ອຍບໍ່ຄິດເລີຍວ່າຕຶກນີ້ຈະສ້າງຄວາມຮວມມືແລະຄວາມຄິດສ້າງສັນໄດ້ຫຼາຍປານນີ້.

12. ຮູ້ທັງພາບລວມແລະລາຍລະອຽດ (Know both the big picture and the details) ດັດແກ້

ຜູ້ບໍລິຫານບາງຄົນມີວິໄສທັດທີຍອດຢ້ຽມ ບາງຄົນເກັ່ງໃນການເກັບລາຍລະອຽດ ແຕ່ Jobs ມີທັງ 2 ຢ່າງ ໃນຕົວຄົນດຽວ Jeff Bewkes CEO ຂອງ Time Warner ໜື່ງໃນຄຸນສົມບັດຂອງ Jobs ຄືມີວິໄສທັດທີ່ກວ້້າງໄກ ແຕ່ຂະນະດຽວກັນກໍສາມາດທຸ້ມຄວາມສົນໃຈໄປສ່ວນທີ່ນ້ອຍທີ່ສຸດຂອງການອອກແບບໄດ້ເຊັ່ນ ໃນປີ 2000 ເຂົາມີວິໄວທັດຕໍ່ໄປເຄື່ອງ PC ຈະກາຍມາເປັນສູນລວມ (Hub) ໃນການຈັດການເພັງ ວີດີໂອ ພາບຖ່າຍ ແລະ ເນື້ອຫາດີຈິຕອລຕ່າງໆຂອງບ້ານ ວິໄສທັດນີ້ນໍາໄປສູ່ການສ້າງ iPod ແລະ iPad ຕໍ່ມາໃນປີ 2010 ເຂົາກໍຄິດກົນລະຍຸດຕາມມາວ່າ ສູນລວມ (Hub) ນັ້ນຕ້ອງເປັນຄາວຄອມພິວເຕີ (Cloud computing) Apple ຈິງເລີມຕົ້ນສ້າງ Server farm ຂະໝາດໃຫຍ່ເພຶ່ອໃຫ້ຜູ້ໃຊ້ສາມາດ upload ເນື້ອຫາໄປເກັບແລ້ວສາມາດໃຊ້ດ້ວຍອຸປະກອນອື່ນໄດ້ເຖິງແມ່ນວ່່າຈະວາງເຄົ້າໂຄງວິໄສທັດໃຫຍ່ໄວ້ແລ້ວ ເຂົາກໍ່ຍັງລົງໄປເບິ່ງນ້ອຍໆໄດ້ອິກເຊັ່ນ ສີແລະຂະໝາດຂອງສະກູພາຍໃນ iMac ເປັນຕົ້ນ

13. ປະສາດມະນຸດສາດເຂົ້າກັບວິທະຍາສາດ (Combine humanities with the Sciences) ດັດແກ້

ໃນໂລກນີ້ມີນັກເທກໂນໂລຢີ ສີລະປິນ ແລະ ນັກອອກແບບທີ່ຍິ່ງໃຫຍ່ຢ່າງຫຼວງຫຼາຍ ແຕ່ບໍ່ມີໃຜໃນຍຸກນີ້ທີ່ສາມາດເຊື່ອມໂຍງບົດກະວີ ແລະ ໜ່ວຍປະມວນຜົນເຂົ້າດ້ວຍກັນ ແລ້ວເຮັດອອກມາເປັນນະວັດຕະກຳໄດ້ດີເທົ່າ Jobs ການນຳສະເໜີຜະລິດຕະພັນໃໝ່ເກືອບທຸກລຸ້ນໃນຮອບສິບປີນີ້ Jobs ຈະຈົບດ້ວຍສະໄລຄ໌ທີ່ເປັນຮູບປ້າຍທາງແຍກລະຫວ່າງຖະໜົນສາຍສີລະປະສາດ ແລະ ເທັກໂນໂລຢີ ແລະ ນີ້ຄືເຫດຜົນວ່າເປັນຫຍັງມະນຸດສາດແລະວິທະຍາສາດຈຶ່ງຈຳເປັນຫຼາຍໃນທຸກສັງຄົມ “ຂ້ອຍເບິ່ງເຫັນໂຕເອງວ່າເປັນນັກມະນຸດສາດຄົນນ້ອຍໆທີ່ມັກຮັກອີເລັກໂຕຣນິກ” Jobs ບອກກັບ Isaacson ໃນວັນທີ່ຕັດສິນໃຈຮ່ວມກັນຂຽນໜັງສື ຊີວະປະຫວັດ ເຖິງວ່າໃນຕອນທີ່ເຂົາຈະເສຍຊີວິດ Jobs ມີວິໄສທັດທີ່ຈະທຳໜັງສືໃຫ້ເປັນເໝືອນງານສີລະປະເຊິ່ງທຸກຄົນທີ່ໃຊ້ເຄື່ອງ Mac ສາມາດສ້າງໄດ້ດ້ວຍຕົນເອງ ເຂົາຍັງຝັນທີ່ຈະພັດທະນາໂປຼແກຼມສຳລັບຕົບແຕ່ງພາບຖ່າຍ Digital ແລະພັດທະນາໃຫ້ໂທລະທັດໃຊ້ງານໄດ້ງ່າຍ ແລະ ສາມາດເລືອກລາຍການໄດ້ເອງແລະອື່ນໆອີກຢ່າງຫຼວງຫຼາຍ ບໍ່ຕ້ອງສົງໃສເລີຍວ່າສິ່ງນີຈະຕ້ອງເກີດຂື້ນແນ່ນອນ ບໍ່ວ່າເຂົາຈະບໍ່ໄດ້ຢູ່ເຫັນດອກຜົນຂອງມັນ ແຕ່ກົດແຫ່ງຄວາມສໍາເລັດທີ່ເຂົາວາງໄວ້ໄດ້ຊ່ວຍໃຫ້ເຂົາສ້າງບໍລິສັດທີ່ຢືນຢູ່ກາງທາງແຍກ ຂອງມະນຸດສາດແລະວິທະຍາສາດ ພັດ ທະນາສິນຄ້າທີ່ເຕັມໄປດ້ວຍນະວັດຕະກໍາແລະຄວາມຄິດສ້າງສັນໄດ້ນານເທົ່ານານຫາກ DNA ຂອງ Jobs ຍັງຄົງຢູ່.

14. ກະຫາຍ ແລະ ໄຝ່ຮູ້ (Stay Hungry, Stay foolish) ດັດແກ້

Jobs ເປັນຜະລິດຕະພັນຂອງສັງຄົມ 2 ແບບທີ່ແພ່ຫຼາຍໃນ San Francisco Bay Area ຊ່ວງທົດສະວັດ 1960s ສ່ວນທຳອິດຄືວັດທະນະທຳ Hippies ທີ່ຕໍ່ຕ້ານສັງຄົມແລະສົງຄາມ ມີສັນຍາລັກເປັນຢາຫຼອນປະສາດ ດົນຕຣີຣ໊ອກ ແລະ ການລົນນະຣົງຕໍ່ຕ້ານຜະເດັດການ ສ່ວນທີສອງຄື: Cyberpunk ວັດທະນະທຳໄຮເທັກແລະແຮັກເກີ້ຣ໌ໃນຊີລິຄອນວັນເລຍ໌ຊຶ່ງເຕັມໄປດ້ວຍວິສະວະກອນ ນັກຄອມພິວເຕີດົນຕຣີ ແລະຜູ້ປະກອບການໃນໂຮງລົດ ແຕ່ນອກເໜືອໄປຈາກນັ້ນ San Francisco Bay Area ຍັງເປັນສະຖານທີ່ທີ່ເປັນຜູ້ນໍາໃນການເຜີຍແພ່ຫົນທາງໄປສູ່ການຮູ້ແຈ້ງເຊັ່ນ: ເຊນ ຮີນດູ ສະມາທິ ໂຍຄະ ການຮັກສາດ້ວຍວິທີຮ້ອງແບບສັນຊາດຕະຍານດິບ ການຄວບຄຸມຄວາມຮູ້ສຶກເປັນຕົ້ນ. ການປະສົມປົນເປຂອງວັດທະນະທຳເຫຼົ່ານີ້ພົບໄດ້ໃນໜັງສືຂອງນັກຂຽນຫຼາຍຄົນເຊັ່ນ: Stewart Brand ຊື່ Whole Earth Catalog Jobs ເປັນແຟນໜັງສືເຫຼົ່ານີ້ ເຂົາປະທັບໃຈສະບັບສຸດທ້າຍຊື່ງອອກເມື່ອປີ 1971ຂະນະກຳລັງຮຽນມັດທະຍົມປາຍ ເຂົານໍາມັນຕິດໂຕໄປທັງຕອນຮຽນມະຫາວິທະ ຍາໄລ ແລະ ຕໍ່ໄປເຖິງສວນແອັບເປີ້ນທີ່ເຂົາອາໃສ ຫຼັງຈາກອອກຈາກມະຫາວິທະຍາໄລ Jobs ມາຄິດຮອດມັນພາຍຫຼັງວ່າ “ເທິງຫຼັງປົກຂອງສະບັບສຸດທ້າຍມີຮູບຖະໜົນຊົນນະບົດໃນຍາມເຊົ້າ (ຖ້າເຈົ້າມັກການຜະຈົນໄພໂດຍການໂບກລົດເດີນທາງໄປເລື້ອຍໆຈະຈິນຕະນາການເຖິງພາບນີ້ໄດ້) ລຸ່ມຮູບມີຄຳບັນຍາຍວ່າ ຢູ່ຢ່າງກະຫາຍໄຝ່ຮູ້” Jobs ເປັນແບບນີ້ຕະຫຼອດຊີວິດການເຮັດວຽກ ບຸກຄະລິກລັກສະນະຂອງເຂົາຖືກເຕີມເຕັມໄປດ້ວຍຄວາມເປັນສີລະປິນຄືຮິບປີ້ທີ່ບໍ່ຍອມຕາມໃຜຄົນ ຫຼິ້ນຢາແລະບົດຄົ້ນຫາຄວາມຮູ້ແຈ້ງໃນທຸກອະນຸຂອງຊີວິດບໍ່ວ່າຈະເປັນຜູ້ຍິງທີ່ເຂົາຄວງ ການຜະເຊີນໜ້າກັບມະເຮັງ ຫຼື ວິທີບໍລິຫານທຸລະກິດຊຶ່ງສະທ້ອນເຖິງຄວາມຂັດແຍ່ງ ການຫຼອມລວມແລະທ້າຍທີ່ສຸດສັງເຄາະທຸກສິ່ງທີ່ຫຼາກຫຼາຍທີ່ເຂົ້າດ້ວຍກັນ (ແຫຼ່ງຂໍ້ມູນ: http://hbr.org/2012/04/the-real-leadership-lessons-of-steve-jobs/ar/1)

III. ຄຳຄົມ ຂໍ້ຄິດໃນການດຳເນີນຊີວິດໃຫ້ປະສົບຜົນສຳເລັດຂອງ Steve jobs ດັດແກ້


1. “Stay Hungry, Stay Foolish” ຫຼື ຈົ່ງກະຫາຍແລະເຮັດຕົວໂງ່ໃຫ້ຕະຫຼອດເວລາ ເພາະຖ້າເມື່ອໃດເຮົາອີ່ມ ແລະເຮົາຮູ້ສຶກວ່າຕົວເອງສະຫລາດ ເຮົາຈະບໍ່່ມີທາງພັດທະນາ.
2. “Innovation distinguishes between a leader and a follower.”

  ນະວັດຕະກຳແຍກຜູ້ນຳກັບຜູ້ຕາມອອກຈາກກັນ 

3. “If Apple becomes a place where computers are a commodity item, where the romance is gone, and where people forget that computers are the most incredible invention that man has ever invented, I’ll feel I have lost Apple. But if I’m a million miles away, and all those people still feel those things … then I will feel that my genes are still there.” ຖ້າ Apple ເປັນທີ່ໆຄອມພິວເຕີກາຍເປັນສິ່ງທີ່ທຳມະດາ ຄວາມໜ້າຕື່ນເຕັ້ນກໍຫາຍໄປ ແລະຄົນລຶມໄປວ່າ ຄອມພິວເຕີ ຄືສິ່ງປະດິດທີ່ມະຫັດສະຈັນທີ່ສຸດ ທີ່ມະນຸດເຄີຍສ້າງສັນຂື້ນມາ ຂ້ອງຄົງຮູ້ສຶກວາຂ້ອຍສູນເສຍ Apple ໄປ ແຕ່ຖ້າຂ້ອຍຢູ່ຫ່າງອອກໄປໄກແສນໄກແລ້ວ ແຕ່ຄົນຍັງຮູ້ສຶກແບບໆນັ້ນ Apple ຍັງຕື່ນຕາແລະຮູ້ວ່າຄອມພິວເຕີຄືສິ່ງທີ່ດີທີ່ສຸດ ຂ້ອງຄົງຮູ້ສຶກວ່າເຜົ່າພັນຂອງຂ້ອຍຍັງຄົງຢູ່ທີ່ນັ້ນ. 4. “Sometimes when you innovate, you make mistakes. It is best to admit them quickly, and get on with improving your other innovations.” ໃນບາງຄັ້ງເມື່ອທ່ານສ້າງນະວັດຕະກຳ ທ່ານກໍສ້າງສິ່ງທີ່ຜິດພາດ ສິ່ງທີ່ດີທີ່ສຸດຄື ທ່ານຍອມຮັບຄວາມຜິດພາດນັ້ນ ຢ່າງວ່ອງໄວ ແລະພັດທະນາມັນໃນນະວັດຕະກຳອື່ນໆຂອງທ່ານ.

5. “Be a yardstick of quality. Some people aren’t used to an environment where excellence is expected.”

ຈົ່ງເປັນມາດຕະຖານຂອງຄຸນນະພາບ ເພາະຄົນບາງຄົນບໍ່ໄດ້ຢູ່ໃນສິ່ງແວດລ້ອມທີ່ຄວາມສຸດຍອດເປັນທີ່ຕ້ອງການ

6. “My job is to not be easy on people. My job is to make them better.” ໜ້າທີ່ຂອງຂ້ອຍບໍ່ແມ່ນການເຮັດຕົວດີກັບຜູ້ຄົນ ໜ້າທີ່ຂອງຂ້ອຍ ຄືຊ່ວຍໃຫ້ພວກເຂົາດີຂື້ນ 7. “When you’re a carpenter making a beautiful chest of drawers, you’re not going to use a piece of plywood on the back, even though it faces the wall and nobody will ever see it. You’ll know it’s there, so you’re going to use a beautiful piece of wood on the back. For you to sleep well at night, the aesthetic, the quality, has to be carried all the way through.” ເມື່ອທ່ານເປັນຊ່າງໄມ້ທີ່ສ້າງຕູ້ລີ້ນຊັກທີ່ສວຍງາມ ທ່ານຄົງຈະບໍ່ໃຊ້ພຽງໄມ້ອັດທີ່ດ້ານຫຼັງເຊັ່ນກັນ ເພື່ອຈະເຮັດໃຫ້ທ່ານຫຼັບສະບາຍຕອນກາງຄືນ ເພາະຄວາມສະບາຍຕອນກາງຄືນ ເພາະຄວາມສວຍງາມແລະຄຸນນະພາບຈະຕ້ອງດຳເນີນຕະຫຼອດໄປ. 8. “People think focus means saying yes to the thing you’ve got to focus on. But that’s not what it means at all. It means saying no to the hundred other good ideas that there are. You have to pick carefully.”

ຄົນສ່ວນໃຫຍ່ຄິດວ່າຄວາມຕັັ້ງໃຈໝາຍເຖີງການເວົ້າວ່າ ແມ່ນ ໃນສິ່ງທີ່ທ່ານສົນໃຈ ແຕ່ມັນບໍ່ແມ່ນເລີຍ ມັນໝາຍເຖີງ ການປະຕິເສດໄອເດຍດີໆ ອື່ນໆອີກຫຼາຍຮ້ອຍແບບ ທ່ານຈະຕ້ອງເລືອກເຮັດຢ່າງລະມັດລະວັງ.

9. “My position coming back to Apple was that our industry was in a coma. It reminded me of Detroit in the ’70s, when American cars were boats on wheels.”

ຕຳແໜ່ງຂອງຂ້ອຍຕອນກັບມາທີ່ Apple ຄືຕອນທີ່ອຸດສະຫະກໍາຄອມພິວເຕີກໍາລັງຢູ່ໃນຊ້ວງໂຄມາ ເຊີ່ງເຮັດໃຫ້ຂ້ອຍນຶກເຖີງ ອຸດສະຫະກຳລົດເມ ຊ້ວງປີ 1970 ທີ່ລົດອະເມລິການ ຄືເຮືອຕິດລໍ້

10.“Design is a funny word. Some people think design means how it looks. But of course, if you dig deeper, it’s really how it works. The design of the Mac wasn’t what it looked like, although that was part of it. Primarily, it was how it worked. To design something really well, you have to get it. You have to really grok what it’s all about.”

   ການອອກແບບ ຄືຄຳທີ່ຕະຫຼົກ ຄົນບາງຄົນຄິດວ່າການອອກແບບໝາຍເຖີງ ພາບລັກທີ່ເຫັນດ້ວຍຕາ ແຕ່ທີ່ິ່ຈິງແລ້ວ ຖ້າເບີ່ງໃຫ້ເລິກລົງໄປ ແລ້ວມັນຄືວ່າ ເຮັດວຽກຢ່າງໃດຫຼາຍກວ່າ ການອອກແບບ ຈິ່ງບໍ່ສະເພາະສິ່ງທີ່ຕາເຫັນ ເຖີງແມ່ນວ່າມັນຈະເປັນສ່ວນໜຶ່ງ ແຕ່ມັນສຳຄັນທີ່ວ່າມັນເຮັດວຽກຢ່າງໃດ ການອອກແບບບາງຢ່າງໃຫ້ດີ ທ່ານຕ້ອງເຂົ້າໃຈມັນກ່ອນ ທ່ານຕ້ອງເຂົ້າໃຈຢ່າງທະລຸວ່າມັນແມ່ນຫຍັງ  

11. “Simple can be harder than complex: You have to work hard to get your thinking clean to make it simple. But it’s worth it in the end because once you get there, you can move mountains.”

   ຄວາມງ່າຍແທ້ໆແລ້ວ ຍາກວ່າຄວາມຊັບຊ້ອນ ເພາະທ່ານຕ້ອງເຮັດວຽກໜັກເພື່ອໃຫ້ທ່ານຄິດວ່າ ຈະເຮັດແນວໃດໃຫ້ມັນງ່າຍ ແຕ່ສຸດທ້າຍມັນສຸດແສນຄຸ້ມຄ່າທີ່ຈະເຮັດ ເພາະຈະສາມາດເຄື່ອນພູເຂົາໄດ້ງ່າຍດາຍ  

12. “Being the richest man in the cemetery doesn’t matter to me. Going to bed at night saying we’ve done something wonderful, that’s what matters to me.”

   ການເປັນຊາຍທີ່ລວຍທີສຸດໃນສຸສານ ມັນບໍ່ໄດ້ສຳຄັນຫຍັງກັບຂ້ອຍເລີຍ ການໄດ້ເວົ້າກັບຕົວເອງ ກ່ອນນອນວ່າ ເຮົາໄດ້ເຮັດບາງສິ່ງທີ່ສຸດຍອດນັ້ນ ທີ່ສຳຄັນສຳລັບຂ້ອຍ. 

13. “Innovation has nothing to do with how many R&D dollars you have. When Apple came up with the Mac, IBM was spending at least 100 times more on R&D. It’s not about money. It’s about the people you have, how you’re led, and how much you get it.”

   ນະວັດຕະກຳບໍ່ໄດ້ມີຄວາມກ່ຽວອັນໃດ ກັບຈຳນວນເງິນທີ່ທ່ານລົງທຶນໃນການວິໃຈແລະພັດທະນາແມ່ນແຕ່ນ້ອຍ ເພາະຕອນ Apple ເປີດຕົວ Mac, IBM ໃຊ້ເງິນຫຼາຍກວ່າ 100 ເທົ່າ ໃນການວິໃຈແລະພັດທະນາ ມັນບໍ່ກ່ຽວກັບເງິນ ມັນກ່ຽວກັບຄົນທີ່ເຈົ້າມີ ທ່ານນຳທາງພວກເຂົາຢ່າງໃດ ແລະທ່ານເຂົ້າໃຈມັນຫຼາຍພຽງໃດ 

14.“Innovation … comes from saying no to 1,000 things to make sure we don’t get on the wrong track or try to do too much. We’re always thinking about new markets we could enter, but it’s only by saying no that you can concentrate on the things that are really important.”

ນະວັດຕະກຳມາຈາກການປະຕິເສດໃຫ້ກັບ 1,000 ຢ່າງ ທີ່ເຮັດໃຫ້ເຮົາຈະໝັ້ນໃຈວ່າເຮົາບໍ່ໄປໃນທາງທີ່ຜິດ ຫຼືລອງເຮັດມັນຢາກເກີນໄປ ເຮົາມັກຈະຄິດກ່ຽວກັບຕະຫຼາດໃໝ່ທີ່ເຮົາຈະເຂົ້າໄປ ແຕ່ຖ້າເຮົາພຽງປະຕິເສດບາງສິ່ງທີ່ເຮັດໃຫ້ທ່ານສາມາດຕັ້ງໃຈກັບສ່ງທີ່ສຳຄັນກໍພໍແລ້ວ

15.“Your work is going to fill a large part of your life, and the only way to be truly satisfied is to do what you believe is great work. And the only way to do great work is to love what you do. If you haven’t found it yet, keep looking. Don’t settle. As with all matters of the heart, you’ll know when you find it. And, like any great relationship, it just gets better and better as the years roll on. So keep looking until you find it. Don’t settle.”

   ງານຂອງທ່ານ ຄືການເຕີມເຕັມໃນສິ່ງທີ່ສຳຄັນໃນຊີວິດທ່ານ ແລະທາງດຽວທີ່ຈະພໍໃຈໄດ້ ຄືການເຮັດໃນສິ່ງທີ່ທ່ານເຊື່ອວ່າ ມັນຄືສິ່ງທີ່ດີ ແລະທາງດຽວທີ່ຈະເຮັດວຽກທີ່ດີໄດ້ ຄືຮັກໃນສິ່ງທີ່ທ່ານເຮັດ ຖ້າທ່ານຫາມັນບໍ່ພົບ ກໍຫາມັນຕໍ່ໄປ ຢ່າຢຸດ ທຸກສິ່ງທີ່ສຳຄັນມັນຢູ່ທີ່ໃຈທ່ານ ທ່ານຈະຮູ້ເອງເມື່ອໝັ້ນໃຈມັນ ແລະເໝືອນກັບເລື່ອງຄວາມສຳພັນ ທ່ານຈະເຮັດມັນດີຂື້ນໃນທຸກໆປີ ຈົ່ງຊອກຫາມັນຈົນກວ່າຈະພົບ ຢ່າຢຸດ ! 

16.“When I was 17, I read a quote that went something like: ‘If you live each day as if it was your last, someday you’ll most certainly be right.’ It made an impression on me, and since then, for the past 33 years, I have looked in the mirror every morning and asked myself: ‘If today were the last day of my life, would I want to do what I am about to do today?’ And whenever the answer has been ‘No’ for too many days in a row, I know I need to change something.”

   ຕອນຂ້ອຍອາຍຸ 17 ຂ້ອຍອ່ານຄໍາຄົມທີ່ກ່ຽວກັບວ່າ ຈົ່ງໃຊ້ຊີວິດໃນທຸກວັນໃຫ້ເໝືອນວັນນີ້ເປັນວັນສຸດທ້າຍ ແລ້ວວັນໃດໜຶ່ງ ທ່ານຈະຢູ່ໃນຕຳແໜ່ງທີ່ຖືກຕ້ອງ ນັ້ນເຮັດໃຫ້ຂ້ອຍປະທັບໃຈແລະຈົດຈຳ ຕັ້ງແຕ່ວັນນັ້ນຜ່ານມາ 33 ປີ ຂ້ອຍເບີ່ງຂ້ອຍເອງໃນແວ່ນທຸກເຊົ້າ ແລ້ວຖາມຕົນເອງໃນແວ່ນວ່າ ຖ້າວັນນີ້ເປັນວັນສຸດທ້າຍຂອງຂ້ອຍ ຂ້ອຍຢາກຈະເຮັດຫຍັງ ໃນວັນນີ້ທີ່ຈຳເປັນຕ້ອງເຮັດຫຼືບໍ່ໍ່ ແລະຖ້າໃນແວ່ນຕອບວ່າບໍ່ຫຼາຍວັນຕິດກັນ ຂ້ອຍກໍຮູ້ແລ້ວວ່າຂ້ອຍຕ້ອງປ່ຽນແປງຫຍັງຈັກຢ່າງ.

17.“Your time is limited, so don’t waste it living someone else’s life. Don’t be trapped by dogma — which is living with the results of other people’s thinking. Don’t let the noise of others’ opinions drown out your own inner voice. And most important, have the courage to follow your heart and intuition. They somehow already know what you truly want to become. Everything else is secondary.”

ເວລາຂອງທ່ານມີຈຳກັດ ຢ່າເສຍເວລາໄປຢູ່ໃນຊີວິດຂອງຄົນອື່ນ ຢ່າໄປຢູ່ໃນກົດ ເພາະນັ້ນໝາຍເຖີງການໃຊ້ຊີວິດໃນຜົນລັບທີ່ຜູ້ອື່ນຄິດ ຢ່າໃຫ້ສຽງຂອງຄົນອື່ນມາເອົາຊະນະສຽງພາຍໃນຕົວເຮົາ ແລະສິ່ງທີ່ສຳຄັນທີ່ສຸດ ຈົ່ງມີຄວາມກ້າພໍ ທີ່ຈະຕາມສັນຊາດຕະຍານແລະໃຈຂອງທ່ານ ເພາະມັນຮູ້ຢູ່ແລ້ວວ່າ ເຈົ້າຈິງໆແລ້ວຕ້ອງການຈະເປັນຫຍັງ ສິ່ງອື່ນຄືສິ່ງທີ່ຮອງລົງໄປ.

18. “I get asked a lot why Apple’s customers are so loyal. It’s not because they belong to the Church of Mac! That’s ridiculous. It’s because when you buy our products, and three months later you get stuck on something, you quickly figure out [how to get past it]. And you think, ‘Wow, someone over there at Apple actually thought of this!’”

   ຂ້ອຍຖືກຖາມສະເໝີວ່າ ເປັນຫຍັງລູກຄ້າ Apple ຈິ່ງໄດ້ຈົງຮັກພັກດີຂະໜາດນີ້ ຂ້ອຍວ່າມັນບໍ່ແມ່ນເຂົາເປັນສະມາຊິກໃນໂບດຂອງ  Mac ນັ້ນມັນຄຳເວົ້າຫຼີ້ນ ມັນເປັນເພາະເຂົາຊື້ສິນຄ້າ ແລ້ວສາມເດືອນຫຼັງຈາກນັ້ນເຂົາພໍ້ບັນຫາບາງຢ່າງ ແລ້ວເຂົາແກ້ມັນໄດ້ຢ່າງວ່ອງໄວດ້ວຍຕົນເອງ ແລ້ວເຂົາກໍຮູ້  ສຶກວ່າ ໂອ ! ບາງຄົນໃນ Apple ກໍຄິດເຖີງເລື່ອງນີ້ຄືກັນ.

19. “Remembering that I’ll be dead soon is the most important tool I’ve ever encountered to help me make the big choices in life. Because almost everything — all external expectations, all pride, all fear of embarrassment or failure — these things just fall away in the face of death, leaving only what is truly important. Remembering that you are going to die is the best way I know to avoid the trap of thinking you have something to lose. You are already naked. There is no reason not to follow your heart.”

   ການໄດ້ລະນຶກສະເໝີວ່າ ຂ້ອຍຈະຕາຍໃນໄວໆນີ້ ຄືເຄື່ອງມືທີ່ສຳຄັນທີ່ສຸດທີ່ຂ້ອຍເຄີຍພໍ້ ມັນຊ່ວຍຂ້ອຍໃນການຕັດສິນໃຈ ເລືອກສິ່ງທີ່ຍິ່ງໃຫຍ່ໃນໍຊີວິດ ເພາະເກືອບທຸກຢ່າງລວມເຖີງຄວາມຄາດຫວັງຈາກພາຍນອກ ຄວາມພູມໃຈ ຄວາມຢ້ານໃນຄວາມໜ້າອາຍ ຫຼື ລົ້ມເຫລວ ພວກນັ້ນມັນຫານໄປ ຫຼື ລົ້ມເຫຼວ ພວກນັ້ນມັນຫາຍໄປທັນທີ ເມື່ອທ່ານຜະເຊີນໜ້າກັບຄວາມຕາຍ ແລະມັນຈະຫຼົງເຫຼືອແຕ່ສິ່ງທີ່ສຳຄັນທີ່ສຸດແທ້ໆ ການລະນຶກໄດ້ວ່າທ່ານ ກຳລັງຈະຕາຍ ຈິ່ງເປັນທາງທີ່ດີທີ່ສຸດໃຫ້ຂ້ອຍຮູ້ວ່າ ຈະຫຼີກລຽງກັບດັກທາງຄວາມຄິດທີ່ທ່ານບໍ່ມີອັນໃດຈະເສຍ ແທ້ໆແລ້ວທ່ານກຳລັງເປືອຍມັນ ບໍ່ໃຫ້ມີເຫດຜົນໃດທີ່ຈະເຮັດໃຫ້ທ່ານບໍ່ເຮັດຕາມໃຈຂອງ.

IV. ບົດຮຽນທີ່ຮຽນຮູ້ແລະຖອດຖອນໄດ້ຈາກ ສະຕິຟ ຈອບສ໌ ດັດແກ້

1. ຮຽນຮູ້ທີ່ຈະທໍານາຍອະນາຄົດ ດັດແກ້

ຕະຫຼອດຊີວິດຂອງລາວ ລາວເຮັດໃຫ້ທຸກຄົນເຊື່ອໄດ້ວ່າ ການທີ່ທ່ານສາມາດທຳນາຍອະນາ ຄົດໂດຍສະເພາະເທນທ໌ ຫຼືແນວໂນ້ມຕ່າງໆໄດ້ນັ້ນ ມັນເຮັດໃຫ້ທ່ານປ່ຽນແປງໂລກ ແລະສ້າງຄວາມສຳເລັດຂື້ນມາໄດ້ ແລ້ນັ້ນຄືສິ່ງທີ່ເກີດຂື້ນກັບ Apple ເມື່ອ iPhone ຄືສິ່ງທີ່ລາວທຳນາຍວ່າມັນຄືເທນດ໌ຂອງໂລກໃນອະນາຄົດ ແລະສຸດທ້າຍມັນກໍເປັນແບບນັ້ນຈິງ ເຊີ່ງສິ່ງທີ່ເຮົາຮຽນຮູ້ໄດ້ກໍຄື ການເຮົາເຮັດວຍກເປັນລູກຈ້າງ ເຮົາຕ້ອງເບີ່ງຕົວເອງເປັນຜູ້ປະກອບການໃນອະນາຄົດ ແລະມັນຈະເຮັດໃຫ້ເຮົາຕັ້ງໃຈຫາທັກສະທີ່ມີປະໂຫຍດ ກັບທ່ານໃນອະນາຄົດ.

2. ເບີ່ງແຕ່ດ້ານບວກຂອງຊີວິດ ດັດແກ້

Steve Jobs ບໍ່ໄດ້ສະບາຍມາຕັ້ງແຕ່ນ້ອຍ ຊີວິດຂອງລາວລຳບາກ ເປັນເດັກກຳພ້າ ແລະມີຄົນຮັບໄປລ້ຽງ ແຕ່ລາວບໍ່ເຄີຍໃຊ້ຊີວິດ ຢູ່ກັບດ້ານລົບຊອງຊີວິດ ລາວຮູ້ຊື້ງທີ່ລາວມີຄົນຮັບໄປລ້ຽງ ແລະຕັ້ງໃຈສ້າງຄວາມສຳເລັດໃຫ້ໂຕເອງ ໂດຍເບີ່ງແຕ່ດ້ານບວກທີ່ເກີດຂື້ນໃນຊີວິດຂອງລາວເທົ່ານັ້ນ.

3. ລົ້ມເຫຼວໄດ້ ແຕ່ຕ້ອງກ້າວຕໍ່ ດັດແກ້

ທຸກຄົນເຄີຍລົ້ມເຫຼວໝົດ ແຕ່ມັນຂື້ນກັບວ່າທ່ານຈະຈັດການຄວາມລົ້ມເຫຼວນັ້ນຢ່າງໃດ ໃນປີ 1984 Steve Jobs ຖືກໄລ່ອອກຈາກ Apple ແຕ່ສິ່ງທີ່ລາວຄິດ ບໍ່ແມ່ນເບີ່ງວ່າມັນຄືອຸປະສັກທີ່ມາທຳລາຍຊີວິດລາວ ແຕ່ມັນຄືຈຸດປ່ຽນທີ່ເຮັດໃຫ້ລາວເລີ້ມຕົ້ນສິ່ງທີ່ດີທີ່ສຸດໃນຊີວິດຂອງລາວ ແລະຄວາມລົ້ມເຫຼວເຮັດຫຍັງລາວບໍ່ໄດ້ເລີຍ ນອກຈາກເປັນຄູໃຫ້ລາວຮຽນຮູ້ຈາກມັນເທົ່ານັ້ນ

4. ທ່ອງທ່ຽວໄປໃນໂລກ ດັດແກ້

ກ່ອນທີ່ Apple ຈະເກີດຂື້ນ Steve Jobs ເດີນທາງໄປທ່ຽວອິນເດຍ ການທ່ອງທ່ຽວໃນສາຍຕາຂອງ Jobs ຄືການເປີດມຸມມອງໃໝ່ໃຫ້ກັບລາວ ມຸມມອງຂອງສິ່ງທີ່ເປັນໄປໄດ້ຖືກຂະ ຫຍາຍອອກໄປ ແລະການເດີນທາງບໍ່ຈຳເປັນຕ້ອງເສຍເງິນຫຼາຍ ຫຼືໃຊ້ເວລາຫຼາຍ ມັນຂື້ນກັບສິ່ງທີ່ທ່ານໄດ້ມາຈາກການທ່ອງທ່ຽວຄັ້້ງນັ້ນໆ ຫຼາຍກວ່າ.

5. ຫາຄູ່ເຮັດທຸລະກິດໃຫ້ດີ ດັດແກ້

Jobs ບໍ່ໄດ້ສ້າງ Apple ຂື້ນມາຄົນດຽວ ລາວມີຄູ່ຫູທີ່ສໍາຄັນຢ່າງ Steve Wozniak ໃນການທາງດຽວກັນ ຄູ່ຫູໃນຊີວິດຂອງລາວກໍບໍ່ແພ້ກັນ ຄູ່ຄອງທີ່ດີຈະເຮັດໃຫ້ທ່ານສາມາດເດີນທາງສູ່ຄວາມສຳເລັດໄດ້ງ່າຍຂື້ນ ເພາະສະນັ້ນ ຫາໃຫ້ດີໆ

6. ອຸປະສັກ ຄື ໂອກາດທີ່ດີທີ່ຊ້ອນຕົວມາ ດັດແກ້

ຕອນເລີ້ມເຮັດ Apple ລາວແລະໝູ່ບໍ່ມີເງິນ ລາວຕ້ອງຂາຍລົດຕູ້ ສ່ວນໝູ່ຂອງລາວຂາຍເຄື່ອງຄິດໄລ່ເລກ ເພື່ອທີ່ລາວຈະໄດ້ມີເງິນພໍໃນການສ້າງເຄື່ອງຄອມພິວເຕີ ເຄື່ອງທໍາອິດຂອງ Apple ແລະນີ້ຄືອຸປະສັກ ທີ່ບໍ່ສາມາດເຮັດຫຍັງພວກເຂົາໄດ້.

7. ຕ້ອງກ້າສ່ຽງ ດັດແກ້

ຫຼາຍໆຄົນບໍ່ກ້າພັດທະນາຜະລິດຕະພັນທີ່ຈຳມາຂ້າກັນເອງ ຢ່າງເຊັ່ນກໍລະນີ Apple ທີ່ຫຼາຍໆຄົນອາດຈະບໍ່ ກ້າຜະລິດ iPhone ອອກມາເພາະຮູ້ວ່າ ຖ້າອອກມາ iPod ທີ່ອອກມາກ່ອນຈະຂາຍບໍ່ໄດ້ ແຕ່ນີ້ຄືຄວາມສ່ຽງ ທີ່ Jobs ກ້າທີ່ຈະສ່ຽງ ເພາະມັນຄືຜົນປະໂຫຍດແລະການປ່ຽນແປງທີ່ດີຂື້ນຫຼາຍກວ່າທີ່ຈະຕາມມາ.

8. ຢູ່ແຕ່ກັບຄົນດີໆ ດັດແກ້

ບໍ່ແມ່ນພຽງ Steve Wozniak ເທົ່ານັ້ນທີ່ Jobs ເຮັດວຽກນຳ ແຕ່ຍັງມີ Tim Cook, Johny Ive, ແລະ John Lasseter ເຊີ່ງເຮັດໃຫ້ລາວໄດ້ເຮັດວຽກແຕ່ກັບຄົນເກັ່ງໆ ແລະໄດ້ຮຽນຮູ້ໄປດ້ວຍກັນອີກດ້ວຍ.

9. ທ່ານບໍ່ສາມາດໜີຄວາມຕາຍໄດ້ ດັດແກ້

ເວລາທີ່ທ່ານ ທຸກ ເສົ້າ ກັງວົນ ຄຽດ ເບື່ອ ຄິດເສຍເວລາ ບໍ່ວ່າຢ່າງໃດ ວັນໜຶ່ງທ່ານກໍຈະຕ້ອງຕາຍ ຊີວິດມັນສັ້ນ ເພາະສະນັ້ນຢ່າເສຍເວລາ ຈົ່ງໃຊ້ຊີວິດໃຫ້ຄຸ້ມ.

10. ຢ່າອາຍທີ່ຈະຮຽນຮູ້ຈາກຄົນອືນ ດັດແກ້

ຕອນຮຽນ Jobs ເຄີຍເຂົ້າເລັກເຊີເພື່ອຮຽນກັບ HP ແລະລາວຄິດວ່າ ລາວຢາກລອງເຮັດ ແຕ່ໃນແບບທີ່ຕ່າງອອກໄປ ຈື່ໄວ້ວ່າ ບໍ່ມີໃຜຮູ້ທຸກຢ່າງຕັ້ງແຕ່ເກີດ ຖ້າທ່ານບໍ່ຮູ້ຫຍັງ ທ່ານຄວນຖາມຄົນອື່ນ ບາງທີການຖາມຄຳຖາມພຽງເລັກນ້ອຍຈາກຜູ້ຮູ້ ອາດເຮັດໃຫ້ທ່ານເກີດແຮງບັນບັນດານໃຈດີໆ ຂື້ນມາກໍເປັນໄດ້.

==ອ້າງອີງ==


ຄັດຈາກບົດຄວາມສ້າງແຮງບັນດານໃຈຂອງ ເວັບໄຊຣ໌ ຄິດດູ [1] www.kiitdoo.com https://www.facebook.com/kiitdoo

  1. H/T: Lifehack, www.kiitdoo.com