ສະ­ຫາຍ​ນາງ ຄຳ​ແພງ ບຸບ­ຜາ

ສະ­ຫາຍ​ນາງ ຄຳ​ແພງ ບຸບ­ຜາ ເກີດ​ເມື່ອ​ວັນ​ທີ 15/1/1923 ທີ່​ບ້ານ​ວັດ​ໃໝ່ ເມືອງ ແລະ ແຂວງ​ຫຼວງ​ພະ​ບາງ ປັດ­ຈຸ­ບັນ​ຢູ່​ບ້ານ​ສະ­ພານ​ທອງ​ເໜືອ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ບຸດ​ຂອງ​ທ່ານ ຈານ​ຜຸຍ ແລະ ແມ່​ຊາວ ສະ­ເດັດ​ຕັນ ແລະ ໄດ້​ສ້າງ​ຄອບ­ຄົວ​ກັບ​ທ່ານ ຄຳ​ຜາຍ ບຸບ­ຜາ ມີ​ລູກ​ນຳ​ກັນ 5 ຄົນ ສະ­ຫາຍ​ນາງ ຄຳ​ແພງ ບຸບ­ຜາ ໄດ້​ເຂົ້າ​ການ​ປະ­ຕິ­ວັດ​ໃນ​ປີ 1945 ແລະ ໄດ້​ອອກ​ພັກ­ຜ່ອນ​ຮັບ​ເບ້ຍ​ບຳ­ນານ​ໃນ​ວັນ​ທີ 31/7/1989.