ສວນຊາ 400 ປີ ຕັ້ງຢູ່ທີ່ບ້ານກໍແມນ ໄລຍະທາງປະມານ 15 ກິໂລແມັດ ຈາກເມືອງຜົ້ງສາລີໄປທາງທິດຕະເວັນຕົກ ເປັນຫມູ່ບ້ານນ້ອຍໆ ຂອງຊາວຈີນ ທີ່ອົບຍົບມາປັກຫລັກສ້າງບ້ານເຮືອນເມື່ອຫລາຍຮ້ອຍປີກ່ອນ ແລະ ປູກຊາຂາຍມາຕັ້ງແຕ່ນັ້ນ ຈົນເຖິງປະຈຸບັນສາມາດຜະລິດໄດ້ເຖິງ 60-70 ໂຕນ/ປີ ມີໂຮງງານຜະລິດ ແລະ ຫ້ອງເກັບຮັກສາຊາໄວ້ເຖິງ 10 ປີ ໃກ້ກັນຈະພົບຕົ້ນຊາທີ່ອາຍຸເກົ່າແກ່ເຖິງ 400 ປີ.