ຄວາມ​ເປັນ​ມາ​ຂອງ​ການ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ 450 ປີ: ດັດແກ້

ວຽງ​ຈັນ ເປັນ​ເມືອງ​ບູ­ຮານ​ເກົ່າ​ແກ່​ມີ​ອາ­ຍຸ​ຫຼາຍ​ກ່ວ​າ 2.000 ກ່ວ​າ​ປີ ການ​ຂະ­ໜານ​ນາມ "ເມືອງ​ວຽງ​ຈັນ" ແມ່ນ​ເອົາ​ຕາມ​ຊື່​ທ້າວ ບູ​ລີ​ຈັນ ຜູ້​ມາ​ສ້າງ­ຕັ້ງ​ເມືອງ​ຄົນ​ທຳ​ອິດ ໃນ​ປີ ພສ 236 ມາ​ເຖິງ​ປີ ຄສ 1560 "ວຽງ​ຈັນ" ໄດ້​ກາຍ​ມາ​ເປັນ​ນະ­ຄອນ­ຫຼວງ​ຂອງ​ປະ­ເທດ​ລາວ​ລ້ານ​ຊ້າງ ສືບ​ເນື່ອງ​ຈົນ​ມາ​ຮອດ​ເທົ້າ​ທຸກ​ວັນ​ນີ້.

ຕະ­ຫຼອດ​ໄລ­ຍະ 450 ປີ­ຜ່ານ­ມາ​ນັ້ນ ພວກ​ເຮົາ​ບໍ່​ເຄີຍ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ​ຈັກ​ເທື່ອ ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ IV ຂອງ​ອົງ­ຄະ​ນະ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ ປີ 2005 ໄດ້​ກຳ­ນົດ​ຄາດ­ໝາຍ​ສູ້​ຊົນ​ໃຫຍ່ ມີ 13 ແຜນ​ງານ 160 ໂຄງ­ການ​ຈຸດ​ສຸມ: ໃນ​ນັ້ນ​ມີ 1 ແຜນ​ງານ ຄື: ແຜນ​ງານ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ ປະ­ກອບ​ມີ 3 ແຜນ​ວຽກ 21 ໂຄງ­ການ ກົມ​ການ­ເມືອງ​ສູນ​ກາງ​ພັກ ແລະ ລັດ­ຖະ­ບານ ໄດ້​ອອກ​ນິ­ຕິ​ກຳ​ສຳ­ຄັນ​ຈຳ­ນວນ​ໜຶ່ງ ທີ່​ເປັນ​ບ່ອນ​ອີງ​ໃຫ້​ອົງ­ຄະ​ນະ​ພັກ ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ກະ­ກຽມ​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ ດັ່ງ­ນີ້:

  • ແຈ້ງ​ການ​ຂອງ​ຫ້ອງ​ວ່າ­ການ​ສູນ​ກາງ​ພັກ ສະ­ບັບ​ເລກ​ທີ 352/ຫສພ ລົງ​ວັນ​ທີ 4 ກໍ­ລະ­ກົດ 2007 ກົມ​ການ­ເມືອງ​ສູນ​ກາງ​ພັກ ເຫັນ​ດີ​ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ.
  • ມະ­ຕິ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ສະ­ບັບ​ເລກ​ທີ 64/ຄພ​ນວ ລົງ​ວັນ​ທີ 11 ຕຸ­ລາ 2007 ວ່າ​ດ້ວຍ​ການ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ.
  • ຂໍ້​ຕົກ­ລົງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 78/ນຍ ລົງ​ວັນ​ທີ 30/7/2007 ວ່າ​ດ້ວຍ​ການ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ.
  • ຂໍ້​ຕົກ­ລົງ​ຂອງ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຜູ້​ປະ­ຈຳ­ການ​ລັດ­ຖະ­ບານ ປະ­ທານ​ຄະ­ນະ​ກຳ­ມະ­ການ​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ ສະ­ບັບ​ເລກ​ທີ 134/ນຍ ລົງ​ວັນ​ທີ 20/11/2007.
  • ຂໍ້​ຕົກ­ລົງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 143/ນຍ ລົງ​ວັນ​ທີ 29/9/2009 ວ່າ​ດ້ວຍ​ການ​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ ໃນ​ປີ 2010.

ຈຸດ­ປະ­ສົງ ລະ­ດັບ​ຄາດ­ໝາຍ: ດັດແກ້

  • ແນ­ໃສ່​ເຮັດ​ໃຫ້​ຊາວ​ລາວ​ທົ່ວ​ປະ­ເທດ ໂດຍ​ສະ­ເພາະ​ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ທຸກ​ເຜົ່າ ທຸກ​ຊັ້ນ​ຄົນ ທຸກ​ເພດ​ໄວ ເຫັນ​ໄດ້​ຕົ້ນ​ກຳ­ເນີດ ມູນ­ເຊື້ອ ແລະ ຂະ​ບວນ​ວິ­ວັດ​ແຫ່ງ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ບົນ​ພື້ນ­ຖານ​ດັ່ງ­ກ່າວ ເພື່ອ​ເຊີດ​ຊູ​ຄວາມ​ຕື່ນ​ຕົວ​ດ້ານ​ການ­ເມືອງ ເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ​ປອງ​ດອງ​ເປັນ​ປຶກ​ແຜ່ນ ເສີມ​ຂະ­ຫຍາຍ​ນ້ຳ­ໃຈ​ຮັກ​ຊາດ ສິດ​ເປັນ​ເຈົ້າ​ຕົນ​ເອງ ເພິ່ງ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ ປະ­ກອບ­ສ່ວນ​ເຂົ້າ​ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ແມ່ນ​ນະ­ຄອນ­ຫຼວງ​ຂອງ​ປະ­ເທດ​ຊາດ ໃຫ້​ກາຍ­ເປັນ​ຫົວ­ໜ່ວຍ​ຍຸດ​ທະ​ສາດ​ທີ່​ໜັກ​ແໜ້ນ-ເຂັ້ມ­ແຂງ​ຮອບ­ດ້ານ ເສດ­ຖະ­ກິດ​ຂະ­ຫຍາຍ­ຕົວ​ໄວ ຕົວ​ເມືອງ​ມີ​ໂສມ​ໜ້າ​ໃໝ່ ແລະ ທັນ​ສະ­ໄໝ​ຢ່າງ​ບໍ່​ຢຸດ​ຢັ້ງ ສັງ­ຄົມ​ມີ​ຄວາມ​ຍຸ­ຕິ​ທຳ ແລະ ສີ­ວິ­ໄລ.
  • ເປີດ​ໂອ­ກາດ​ໃຫ້​ປະ­ຊາ­ຊົນ​ລາວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ ບັນ­ດາ​ນະ­ຄອນ​ເພື່ອນ​ມິດ ແລະ ສາ­ກົນ ຮັບ​ຮູ້​ວຽງ​ຈັນ ຫຼາຍ​ຂຶ້ນ​ກວ່າ​ເກົ່າ ສ້າງ​ໃຫ້​ໄດ້​ເພື່ອນ​ມິດ​ທີ່­ຢູ່​ໃກ້ ແລະ ຢູ່​ໄກ​ໃຫ້​ຫຼາຍ​ຂຶ້ນ ຕີ​ຖອຍ​ຄວາມ​ເຂົ້າ­ໃຈ​ຜິດ ແລະ ຄວາມ​ອາ​ຄາດ​ບາດ­ໝາງ​ຂອງ​ກຸ່ມ​ຄົນ​ບໍ່​ດີ ທີ່​ມີ​ຕໍ່​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ຄື​ຕໍ່ ສປປ ລາວ ເຮັດ​ໃຫ້​ຊື່​ສຽງ​ອິດ​ທິ​ພົນ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພົ້ນ​ເດັ່ນ​ຂຶ້ນ​ໃນ​ເວ­ທີ​ສາ­ກົນ​ອີກ​ບາດ­ກ້າວ​ໜຶ່ງ ຖັດ​ຈາກ​ຜົນ­ສຳ­ເລັດ​ຂອງ​ການ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 10 ປີ 2004.
  • ຮັບ­ປະ­ກັນ​ຍາດ​ແຍ່ງ​ໃຫ້​ໄດ້​ຄວາມ​ເປັນ­ໃຈ ການ​ສະ­ໜັບ­ສະ­ໜູນ​ຂອງ​ຄົນ​ລາວ ທຸກ​ເຜົ່າ ທຸກ​ຊັ້ນ​ຄົນ ທຸກ​ເພດ​ໄວ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເພື່ອນ​ມິດ​ບັນ­ດາ​ນະ­ຄອນ ໃຫ້​ຫັນ​ໜ້າ​ເຂົ້າ​ມາ​ລົງ­ທຶນ ທ່ອງ​ທ່ຽວ​ຢ່າງ​ກ້ວ​າງ​ຂວາງ ສ້າງ​ກິດ­ຈະ­ກຳ ແລະ ລາຍ­ການ​ຕ່າງໆ​ຂອງ​ງານ ເປັນ​ຄື​ກັບ ປາງ​ບຸນ​ໃຫຍ່​ໜຶ່ງ​ຂອງ​ຊາດ ມີ​ຄວາມ​ປະ​ທັບ​ໃຈ ຈູງ​ໃຈ ສີ­ວິ­ໄລ ສວຍ​ງາມ ນຳ​ໃຊ້​ເຕັກ­ນິກ​ທັນ​ສະ­ໄໝ ປະ­ຢັດ​ມັດ­ທະ­ຍັດ ແລະ ລຽບ​ງ່າຍ.
  • ຫຼັງ​ຈາກ​ງານ​ສະ­ເຫຼີມ­ສະ­ຫຼອງ​ແລ້ວ ເຮັດ​ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ບາດ­ກ້າວ​ພັດ­ທະ­ນາ​ຂຶ້ນ​ທຸກ​ດ້ານ ບັນ­ລຸ​ບັນ­ດາ​ຄາດ­ໝາຍ​ທີ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VIII ຂອງ​ພັກ ແລະ ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ວາງ​ອອກ.

ບັນ­ດາ​ແຜນ​ວຽກ ແລະ ໂຄງ­ການ​ຈຸດ​ສຸມ​ທີ່​ລັດ­ຖະ­ບານ ຮັບ­ຮອງ​ເອົາ ປະ­ກອບ​ມີ: ດັດແກ້

  • ແຜນ​ວຽກ​ສຶກ​ສາ​ອົບ­ຮົມ​ແນວ​ຄິດ ປູກ​ຈິດ​ສຳ­ນຶກ​ຮັກ​ຊາດ ຮັກ​ນະ­ຄອນ­ຫຼວງ​ວຽງ​ຈັນ 450 ປີ (2010) ປະ­ຕິ­ບັດ​ຂໍ້​ແຂ່ງ­ຂັນ 7 ປະ­ການ ແລະ ພັດ­ທະ­ນາ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ບັນ­ລຸ​ຄາດ­ໝາຍ 6 ສ ຢ່າງ​ເປັນ​ຮູບ​ປະ​ທຳ.
  • ແຜນ​ວຽກ​ຈັດ​ວາງ​ໂຄງ​ຮ່າງ ການ​ໃຫ້​ທັດ­ສະ­ນະ ແລະ ພິ­ຈາ­ລະ­ນາ​ປະ­ຫວັດ­ສາດ​ວຽງ​ຈັນ (ເອ­ກະ­ສານ​ສະ­ບັບ​ທີ I).

ແຜນ​ວຽກ​ອອກ​ແບບ ຈັດ​ຫາ​ທຶນ ແລະ ແບ່ງ​ຄະ­ນະ​ຮັບ­ຜິດ­ຊອບ​ກຳ­ກັບ​ໂຄງ­ການ ແລະ ພັດ­ທະ­ນາ​ຕົວ​ເມືອງ ມີ 21 ໂຄງ­ການ ຄື: ດັດແກ້

  1. ໂຄງ­ການ​ສ້າງ​ຄຸ້ມ​ເມືອງ​ໃໝ່ 450 ປີ.
  2. ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ກີ­ລາ​ຊີ­ເກມ ຄັ້ງ​ທີ 25 ແລະ ສະ­ໜາມ​ກ໋ອບ.
  3. ໂຄງ­ການ​ພັດ­ທະ­ນາ​ແຄມ​ແມ່­ນ້ຳ​ຂອງ.
  4. ໂຄງ­ການ​ສ້າງ​ພື້ນ­ຖານ​ໂຄງ​ລ່າງ.
  5. ໂຄງ­ການ​ປັບ­ປຸງ​ສະ­ໜາມ​ຫຼວງ ສວນ​ໄຊ​ເຊດ​ຖາ ກົມ​ມະ​ລຽນ ເດີ່ນ​ພະ​ທາດ­ຫຼວງ ແລະ ໜອງ​ສະ­ພັງ​ເລນ.
  6. ໂຄງ­ການ​ກໍ່­ສ້າງ​ສຳ­ນັກ­ງານ​ປົກ­ຄອງ ແລະ ສະ­ພາ​ເຂດ I ນະ­ຄອນ­ຫຼວງ​ວຽງ​ຈັນ.
  7. ໂຄງ­ການ​ປັບ­ປຸງ​ຍົກ​ລະ­ດັບ​ຖະ­ໜົນ​ສຸ​ພາ­ນຸ​ວົງ.
  8. ໂຄງ­ການ​ບູ­ລະ­ນະ​ປະ­ຕິ­ສັງ­ຂອນ​ວັດ​ສີ­ສະ​ເກດ.
  9. ໂຄງ­ການ​ພັດ­ທະ­ນາ​ໜອງ​ທາ.
  10. ໂຄງ­ການ​ກຳ­ນົດ​ຜັງ­ເມືອງ​ວຽງ​ຈັນ ສະ­ບັບ​ທີ 3.
  11. ໂຄງ­ການ​ບູ­ລະ­ນະ​ປະ­ຕິ­ສັງ­ຂອນ​ຫໍ­ພະ­ແກ້ວ.
  12. ໂຄງ­ການ​ປັບ­ປຸງ​ຕະ­ຫຼາດ 4 ແຫ່ງ ໃນ​ຕົວ​ເມືອງ (ຕະ­ຫຼາດ​ເຊົ້າ ຕະ­ຫຼາດ​ທາດ­ຫຼວງ ຕະ​ຫຼາດ​ທົ່ງ​ຂັນ​ຄຳ ແລະ ຕະ­ຫຼາດ​ສີ​ໄຄ).
  13. ໂຄງ­ການ​ສ້າງ​ສວນ​ດອກ​ໄມ້​ປະ­ດັບ (ທາງ​ເຂົ້າ-ອອກ​ຕົວ​ເມືອງ 4 ຈຸດ).
  14. ໂຄງ­ການ​ສ້າງ​ຮູບ­ເງົາ​ວຽງ​ຈັນ 450 ປີ.
  15. ໂຄງ­ການ​ສ້າງ​ຕະ­ຫຼາດ​ຊາຍ​ແດນ.
  16. ໂຄງ­ການ​ປັບ­ປຸງ​ຫຼັກ​ເມືອງ.
  17. ໂຄງ­ການ​ປັບ­ປຸງ​ສວນ​ສາ­ທາ­ລະ­ນະ​ໜອງ​ຈັນ ແລະ ຕະ­ຫຼາດ​ໜອງ​ຈັນ.
  18. ໂຄງ­ການ​ສ້າງ​ບ້ານ ແລະ ກຸ່ມ​ບ້ານ​ພັດ­ທະ­ນາ.
  19. ໂຄງ­ການ​ຜະ­ລິດ​ຂອງ­ຂວັນ 450 ປີ.
  20. ໂຄງ­ການ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້ ຈັດ​ສັນ ແລະ ລະ­ດົມ​ທາ­ສີ​ເຮືອນ.
  21. ໂຄງ­ການ​ບູ­ລະ­ນະ​ສວນ​ວັດ​ຊຽງ​ຄວນ (ເມືອງ​ຫາດ​ຊາຍ​ຟອງ) ແລະ ທາດ​ຖິ່ນ​ສ້ອຍ (ເມືອງ​ປາກ​ງື່ມ).