'ວັນວິສາຂະບູຊາ' ຖືເປັນວັນສໍາຄັນທີ່ສຸດທາງພຣະພຸດທະສາສະໜາ ເນື່ອງຈາກມີເຫດການທີ່ກ່ຽວເນື່ອງກັບການເກີດຂຶ້ນຂອງພຣະພຸດະສາສະໜາ ຄື ເປັນວັນທີ່ພຣະສາສະດາພຣະສັມມາສັມພຸດທະເຈົ້າ ປະສູດ ຕັດສະຮູ້ ແລະ ປະຣິນິບພານ ດັ່ງນັ້ນ ພຸດທະສາສະນິກະຊົນທົ່ວໂລກ ຈຶ່ງໃຫ້ຄວາມສຳຄັນກັບວັນວິສາຂະບູຊານີ້. ໃນຂະນະດຽວກັນ, ໃນນວັນທີ 13 ຕຸລາ ພ.ສ 2542 (ຄ.ສ 1999) ອົງການສະຫະປະຊາຊາດໄດ້ຮັບຮອງເອົາຍັດຕິທີ່ປະຊຸມ ໂດຍກຳໜົດໃຫ້ວັນວິສາຂະບູຊາເປັນວັນສຳຄັນຂອງໂລກ ໂດຍຮຽກວ່າ 'Vesak Day' ຕາມຄຳຮຽກຂອງຊາວສີລັງກາ ເຊິ່ງເປັນຜູ້ທີ່ຍື່ນເລື່ອງໃຫ້ສະຫະປະຊາຊາດພິຈາລະນາ. ສະຫະປະຊາຊາດໄດ້ກຳໜົດໃຫ້ວັນວິສາຂະບູຊາ ເປັນວັນພັັກລັດຖະການ ຂອງສະຫະປະຊາຊາດອີກດ້ວຍ, ເຫດນີ້ກໍ່ເພື່ອໃຫ້ຊາວພຸດທົ່ວໂລກ ໄດ້ມີໂອກາດສ້າງບຸນກຸສົນ ຄືຄຸນງາມຄວາມດີເນື່ອງໃນວັນປະສູດ ຕັດສະຮູ້ ແລະ ປະຣິນິບພານ ຂອງພຣະບໍຣົມມະສາສະດາ ໂດຍການທີ່ສະຫະປະຊາຊາດໄດ້ກຳໜົດເອົາວັນວິສາຂະບູຊາເປັນວັນສຳຄັນຂອງໂລກກໍ່ດ້ວຍເຫດຜົນວ່າ: ອົງສົມເດັດພຣະສັມມາສັມພຸດທະເຈົ້າ ເປັນມະຫາບຸຣຸດຜູ້ໃຫ້ຄວາມເມດຕາຕໍ່ໝູ່ມວນມະນຸດ ແລະຍັງເປີດໂອກາດໃຫ້ທຸກສາສະໜາ ສາມາດເຂົ້າມາສຶກສາພຸດທະສາສະໜາ ໂດຍບໍ່ໍຈຳເປັນຕ້ອງມານັບຖືສາສະໜາພຸດ ແລະສັງສອນທຸກຄົນໂດຍໃຊ້ປັນຍາທິຄຸນ ໂດຍບໍ່ຄິດຄ່າຕອບແທນໃດໆທັງໝົດ.

'ຄວາມໝາຍຂອງວັນວິສາຂະບູຊາ'

ວັນວິສາຂະບູຊາ ( ພາສາບາລີ : ວິສາຂປູຊາ )ເປັນວັນທີ່ສຳຄັນທາງພຣະພຸດທະສາສະໜາສຳຫລັບຊາວພຸດທຸກນິກາຍທົ່ວໂລກ. ເປັນວັນພັັກລັດຖະການໃນຫຼາຍປະເທດ ແລະເປັນວັນສໍາຄັນລະດັບນາໆຊາດ ຕາມຂໍ້ຕົກລົງຂອງສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ເພາະເປັນວັນຄ້າຍວັນທີ່ເກີດເຫດການທີ່ສຳຄັນ 3 ເຫດການໃນພຣະພຸດທະສາສະໜາຄື: ການປະສູດ ຕັດສະຮູ້ ແລະ ປະຣິນິບພານ ຂອງພຣະພຸດທະໂຄດົມ ໂດຍທັງ 3 ເຫດການນີ້ໄດ້ເກີດຂຶ້ນໃນວັນຂຶ້ນ 15 ຄ່ຳ ເດືອນ 6 ຫຼື ວັນເພັງແຫ່ງເດືອນວິສາຂະ ( ແຕ່ຕ່າງປີກັນ ) ຊາວພຸດຖືວ່າເປັນວັນທີ່ລວມເອົາເຫດການທີ່ສຸດອັດສະຈັນ ແລະຮຽກການບູຊາໃນວັນນີ້ວ່າ "ວິສາຂະບູຊາ" ເຊິ່ງຫຍໍ້ມາຈາກ ຄຳວ່າ: "ວິສາຂະປຸຣະນະມີບູຊາ" ແປວ່າ: ການບູຊາໃນວັນເພັງເດືອນວິສາຂະ ອັນເປັນເດືອນທີ 2 ຂອງປະຕິທິນອິນເດັຍ ເຊິ່ງກົງກັບວັນເພັງເດືອນ 6 ແລະມັກກົງກັບເດືອນ ພຶດສະພາ ຫຼື ມິຖຸນາ (ຕາມປະຕິທິນຈັນທະຣະຄະຕິ) ຖ້າປີໃດຫາກມີເດືອນ 8 ສອງຫົນ ວັນວິສາຂະກໍ່ຈະເລື່ອນໄປຈັດໃນວັນເພັງເດືອນ 7 ແຕ່ກໍ່ມີຊາວພຸດເຖຣະວາດອີກຫຼາຍປະເທດທີ່ບໍ່ຖືຕາມປະຕິທິນຈັນທະຣະຄະຕິ ຫຼາຍປະເທດກໍ່ຈັດກິດຈະກໍາວິສາຂະບູຊາໃນວັນເພັງຂຶ້ນ 15 ຄ່ຳຂອງເດືອນ 6 ເຖິ່ງແມ່ນວ່າປີນັ້ນຈະມີເດືອນ 8 ສອງຫົນກໍ່ຕາມ. ສ່ວນໃນກຸ່ມຊາວພຸດມະຫາຍານບາງນິກາຍກໍ່ຖືວ່າ ເຫດການ 3 ເຫດການນັ້ນເກີດໃນວັນທີ່ແຕກຕ່າງກັນໄປ ກໍ່ຈະມີການຈັດກິດຈະກໍາວິສາຂະບູຊາຕ່າງວັນກັນຕາມຄວາມເຊື່ອໃນນິກາຍຂອງຕົນ ເຊິ່ງກໍ່ບໍ່ກົງກັນກັບວັນວິສາຂະຕາມປະຕິທິນຂອງຊາວພຸດເຖຣະວາດ.

'ປະຫວັດຄວາມເປັນມາ' ວັນວິສາຂະບູຊາ ຖືເປັນວັນສຳຄັນທາງພຣະພຸດທະສາສະໜາເພາະເປັນວັນທີ່ເກີດ 3 ເຫດການສຳຄັນກຽ່ວກັບວິຖີຊີວິດຂອງພຣະສັມມາສັມພຸດທະເຈົ້າ ໃນວັນເພັງ ຂຶ້ນ 15 ຄ່ຳ ເດືອນ 6 ແຕ່ກໍ່ນັບວ່າເປັນຊ່ວງໄລຍະເວລາທີ່ແຕກຕ່າງແລະຫ່າງກັນຫຼາຍປີ ເຊິ່ງເຫດການອັດສະຈັນທັງ 3 ນັ້ນໄດ້ແກ່ ວັນປະສູດ ຕຣັດສຮູ້ ແລະ ປະຣິນິພພານ.

  1. ວັນວິສາຂະບູຊາເປັນວັນທີ່ພຣະພຸດທະເຈົ້າປະສູດ

ເມື່ອພຣະນາງສິຣິມະຫາມາຍາ ພຣະມະເຫສີຂອງພຣະເຈົ້າສຸດໂທທະນະ ແຫ່ງກຸງກະບິນລະພັດ ຊົງພຣະຄັນຄົບເວລາ 9 ເດືອນໄກ້ຈະເຖິງເວລາປະສູດ. ຕາມປະເພນີນິຍົມຂອງຄົນອິນເດຍໃນສະໄຫມນັ້ນ ໃນເວລາທີ່ຈະເກີດລູກ ຜູ້ຍິງຈະກັບມາບ້ານເກີດຂອງຕົນເອງເພື່ອໃຫ້ກຳເນີດບຸດ ພຣະນາງສິຣິມະຫາມາຍາກໍ່ຈຶ່ງໄດ້ຂໍອນຸຍາດພຣະເຈົ້າສຸດໂທທະນະເພື່ອເດິີນທາງກັບເມືອງເທວະທະຫະທີ່ເປັນບ້ານເກີດຂອງພຣະນາງ. ໃນຂະນະທີ່ກໍາລັງເດີນທາງກັບບ້ານພຣະນາງກໍ່ໄດ້ແວ່ພັກຜ່ອນຢູ່ໃຕ້ຮົ່ມຕົົ້ນສາຣະທີ່ສວນລຸມພິນີວັນ ແລະພຣະນາງກໍ່ໄດ້ປະສູດພຣະໂອຣົດໃນທີ່ນັ້ນ. ເຊິ່ງກົງກັບວັນເພັງຂຶ້ນ 15 ຄ່ຳເດືອນ 6 ກ່ອນພຸດທະສັກກະຣາດ 80 ປີ ເມື່ອພຣະກຸມານປະສູດໄດ້ 5 ມື້ ກໍ່ໄດ້ຮັບການຖວາຍພຣະນາມວ່າ: "ສິດທັດຖະ" ແປວ່າ: ສົມປາດຖະໜາ. ເມື່ອຂ່າວການປະສູດໄດ້ຍິນໄປເຖິງອະສິຕະດາບົດ ຜູ້ທີ່ອາໄສຢູ່ໃນອາສົມທີ່ພູເຂົາຫິມະໄລ ດ້ວຍຄວາມທີ່ອະສິຕະດາບົດມີຄວາມຄຸ້ນເຄີຍກັນກັບພຣະເຈົ້າສຸດໂທທະນະ ຈຶ່ງໄດ້ເດີນທາງໄປເຂົ້າເຝົ້າພຣະເຈົ້າສຸດໂທທະນະ. ເມື່ອອະສິຕະດາບົດໄດ້ເຫັນພຣະກຸມານ ກໍ່ສາມາດທຳນາຍໄດ້ທັນທີວ່າ: ນີ້ຄືຜູ້ທີ່ຈະຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າ ຈຶ່ງໄດ້ກ່າວພະຍາກອນໄວ້ວ່່າ: ພຣະຣາຊກຸມານນີ້ຈະໄດ້ບັນລຸພຣະສັມພັນຍຸດຕະຍານ ເຫັນແຈ້ງພຣະນິບພານອັນບໍລິສຸດຢ່າງຍິ່ງ ແລະຈະສ້າງປະໂຫຍດໃຫ້ແກຜູ້ຄົນເປັນຈຳນວນຫຼວງຫຼາຍ ພ້ອມທັງປະກາດທັມມະອັນຈະແຜ່ຂະຫຍາຍໄປທົ່ວໂລກ. ເມື່ອອະສິຕະດາບົດເວົ້າຈົບ ກໍ່ໄດ້ກົ້ມລົງຂາບພຣະບາດຂອງພຣະກຸມານ ເມື່ອພຣະເຈົ້າສຸດໂທທະນະຜູ້ເປັນບິດາເຫັນຢ່າງນັ້ນກໍ່ຮູ້ສຶກອັດສະຈັນໃຈ ແລະເຕັມໄປດ້ວຍຄວາມປິຕິຍິນດີ ຈົນເຖິງຂັ້ນກົ້ມລົງຂາບພຣະຣາຊະກຸມານຕາມອະສິຕະດາບົດ.

  1. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າຕັດສະຮູ້ອະນຸດຕະຣະສັມມາສັມໂພທິຍານ

ຫລັງຈາກອອກບວດໄດ້ 6 ປີ ຈົນອາຍຸ 35 ພັນສາ ເຈົ້າຊາຍສິດທັດຖະກໍ່ໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າ ຢູ່ທີ່ຮົ່ມຕົ້ນພຣະສີມະຫາໂພ ແຄມແມ່ນ້ຳເນຣັນຊະຣາ ທີ່ເຂດອຸຣຸເວລາເສນານິຄົມ. ໃນຕອນເຊົ້າໆຂອງວັນພຸດ ຂຶ້ນ 15 ຄໍ່າເດືອນ 6 ປີລະກາ ກ່ອນພຸດທະສັກກະຣາດ 45 ປີ ປະຈຸບັນສະຖານທີ່ແຫ່ງນີ້ໄດ້ຊື່ວ່າ ພຸດທະຄະຍາ ເປັນເຂດໜຶ່ງຂອງເມືອງຄະຍາ ແຫ່ງຣັດພິຫານ ປະເທດອິນເດຍ. ທັມທີ່ພຣະອົງຕັດສະຮູ້ນັ້ນກໍ່ຄືອະຣິຍະສັດ 4 ອັນເປັນຄວາມຈິງອັນປະເສີດ 4 ປະການຄື: ທຸກ ສະມຸໄທ ນິໂຣດ ມັກ ເຊິ່ງພຣະພຸດທະເຈົ້າໄດ້ນັ່ງຈະເລີນພາວະນາຢູ່ກ້ອງຕົ້ນພຣະສີມະຫາໂພຈົນຈິດເປັນສະມາທິໄດ້ຊານ 4 ແລ້ວບຳເພັນພາວະນາຕໍ່ໄປ ຈົນໄດ້ຍານ 3 ຄື: 1. ໄລຍະຕົ້ນ ໄດ້ບັນລຸ ປຸບເພນິວາສານຸສະຕິຍານ: ເປັນຊານຢັ່ງຮູ້ ຄືສາມາດລະນຶກຊາດຂອງຕົນເອງແລະຂອງຄົນອື່ນໄດ້. 2. ໄລຍະທີສອງ ໄດ້ບັນລຸ ຈະຕູປະປາຕະຍານ ຄືການຮູ້ແຈ້ງໃນການເກີດແລະການດັບຂອງສັບພະສັດທັງຫຼາຍ ດ້ວຍການມີຕາທິບສາມາດເຫັນການຈຸຕິ ແລະການອຸບັດຂຶ້ນຂອງວິນຍານທັງຫຼາຍ. 3. ໄລຍະທີສາມ ໄດ້ບັນລຸ ອາສະວັກຂະຍະຍານ ຄື: ຮູ້ວິທີການກໍາຈັດກິເລດດ້ວຍການໃຊ້ອະຣິຍະສັດ 4 ( ທຸກ ສະມຸໄທ ນິໂຣດ ມັກ ) ແລະຕັດສະຮູ້ເປັນພຣະອະນຸດຕະຣະສັມມາສັມພຸດທະເຈົ້າ ໃນວັນເພັງ ຂຶ້ນ 15 ຄ່ຳເດືອນ 6 ເຊິ່ງຕອນນັ້ນພຣະອົງມີອາຍຸ 35 ພັນສາ. 3. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າສະເດັດເຂົ້າສູ່ພຣະນິບພານ ເມື່ອພຣະພຸດທະອົງໄດ້ຕັດສະຮູ້ແລະສະແດງທັມເປັນເວລາ 45 ປີ ຈົນອາຍຸໄດ້ 80 ພັນສາ ເຊິ່ງໃນພັນສາສຸດທ້າຍ ໄດ້ຈຳພັນສາຢູ່ທີ່ ເວລຸຄາມ ໄກ້ເມືອງເວສາລີ ແຄວ້ນວັດຊີ. ໃນລະຫວ່າງນັ້ນຊົງປະຊວນຢ່າງໜັກ ພໍເຖິງວັນເພັງເດືອນ 6 ພຣະພຸດທະອົງແລະພຣະພິກຂຸສົງທັງຫຼາຍ ກໍ່ໄດ້ເຂົ້າໄປຮັບພັດຕາຫານແລະບິນທະບາດທີ່ບ້ານຂອງຈຸນທະມານົບ ຕາມການນິມົນ ພຣະອົງໄດ້ສັນສຸກອນມັດທະວະທີ່ຈຸນທະມານົບຕັ້ງໃຈຖວາຍ ແລ້ວກໍ່ເກີດອາພາດລົງຢ່າງໜັກ ແຕ່ພຣະອົງກໍ່ຍັງອົດທົນອົດກັ້ນເດີນທາງໄປຍັງເມືອງກຸສິນນາຣາ ພັກທີ່ສາລະວະໂນທະຍານຫຼື ປ່າສາຣະ ເພື່ອສະເດັດດັບຂັນປະຣິນິບພານ. ເມື່ອເຖິງຍາມສຸດທ້າຍຂອງຄືນນັ້ນ ພຣະພຸດທະອົງກໍ່ໄດ້ປະທານປັດສິມໂອວາດວ່າ: "ຫັນທະທານິ ພິກຂະເວ ອະມັນຕະຍາມິ ໂວ ວະຍະທັມມາ ສັງຂາຣາ ອັປປະມາເທນະ ສັມປາເທຖະ" ແປວ່າ: "ພິກຂຸທັງຫຼາຍ ອັນວ່າສັງຂານທັງຫຼາຍຍ່ອມມີຄວາມເສື່ອມສະຫຼາຍໄປເປັນທຳມະດາ ທ່ານທັງຫຼາຍຈົ່ງທຳກິດອັນເປັນປະໂຫຍດຂອງຕົນ ແລະປະໂຫຍດຂອງຜູ້ອື່ນໃຫ້ບໍລິບູນດ້ວຍຄວາມບໍ່ປະໝາດເທີ້ນ" ຫລັງຈາກນັ້ນພຣະອົງກໍ່ໄດ້ດັບຂັນປະຣິນິບພານ.

ວັດຖຸປະສົງ 1. ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ແລະເຈົ້າໜ້າທີ່ພະນັັກງານຂອງລັດ ໄດ້ເຂົ້າໃຈເຖິງຄວາມໝາຍແລະຄວາມສຳຄັນຂອງວັນວິສາຂະບູຊາ ການປະສູດ ຕັດສະຮູ້ ແລະປະຣິນິບພານຂອງພຣະພຸດທະເຈົ້າ. 2. ເພື່ອເສີມຂະຫຍາຍ ປູກຝັງ ແລະຍົກລະດັບມາດຕະຖານຄຸນນະທໍາ ຂອງປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ແລະເຈົ້າໜ້າທີ່ພະນັັກງານຂອງລັດ ໂດຍຮ່ວມໃຈກັນຕີຫ່າງຈາກອະບາຍຍະມຸກຂອງມຶນເມົາທຸກປະເພດ ແລະຫັນໜ້າສູ່ການປະຕິບັດທັມຖວາຍເປັນພຸດທະບູຊາ. 3. ເພື່ອສົ່ງເສີມແລະເຜີຍແຜ່ ພຣະພຸດທະສາສະໜາ ກໍ່ຄືຄໍາສັ່ງສອນຂອງອົງພຣະສັມມາສັມພຸດທະເຈົ້າ ໃຫ້ກວ້າງຂວາງແຜ່ຫຼາຍ ແລະມີຄວາມໝັ້ນຄົງຄຽງຄູ່ກັບສັງຄົມລາວຕະຫຼອດໄປ. 4. ເພື່ອສົ່ງເສີມໃຫ້ວັດວາສາສະໜາ ໄດ້ຊີ້ນຳໆພາພໍ່ແມ່ປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ໄດ້ຫັນໜ້າເຂົ້າວັດຟັງທັມ ສ້າງບຸນ ໃສ່ບາດຍາດນ້ຳ ວຽນທຽນ ເປັນສູນລວມແຫ່ງການປະຕິບັດທັມທາງພຣະພຸດທະສາສະໜາ. ກິດຈະກຳໃນງານ 1. ເຊີນຊວນປະຊາຊົນ ນັກຮຽນ ນັກສຶກສາ ເຂົ້າຮ່ວມກິດຈະກຳແລະຈັດສະແດງນິທັດສະການປະຫວັດຫຼືເລື່ອງລາວຄວາມເປັນມາເພື່ອໃຫ້ຄວາມຮູ້ແລະເປັນການລະນຶກເຖິງຄວາມສຳຄັນ ຂອງວັນວິສາຂະບູຊາ. 2. ປະຊາສຳພັນກຽ່ວກັບຄວາມສຳຄັນຂອງວັນວິສາຂະບູຊາລວມເຖິງຫຼັກທັມແລະແນວທາງແນວທາງປະຕິບັດ. 3. ຈັດພິມເອກະສານກຽ່ວກັບຄວາມສຳຄັນຂອງວັນວິສາຂະບູຊາ ແລະຫລັກທັມແຈກຈ່າຍໃຫ້ຜູ້ເຂົ້າຮ່ວມງານ. 4. ຈັດໃຫ້ມີການບັນຍາຍທັມ ແລະສົນທະນາທັມ ກຽ່ວກັບວັນວິສາຂະບູຊາ. 5. ມອບໃບກຽດຕິຄຸນ ໃບຍ້ອງຍໍ ໃຫ້ບຸກຄົນຜູ້ສ້າງປະໂຫຍດແກ່ສັງຄົມ.

ຜົນທີ່ຈະໄດ້ຮັບ 1. ປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ແລະພະນັກງານຂອງລັດ ໄດ້ເຂົ້າວັດປະຕິບັດທັມ ແລະເຂົ້າຮ່ວມກິດຈະກຳໃນວັນສຳຄັນທາງພຣະພຸດທະສາສະໜາ. 2. ພຸດທະສາສະນິກະຊົນເຂົ້າໃຈພຣະພຸດທະສາສະໜາໄດ້ຢ່າງລະອຽດ ແລະສາມາດນຳເອົາຫຼັກທັມໄປປະຍຸກໃຊ້ໃນຊີວິດປະຈຳວັນໄດ້. 3. ປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ແລະພະນັກງານຂອງລັດ ມີຄວາມຮູ້ຄຽງຄູ່ຄຸນນະທຳ ດຳລົງຊີວິດຢ່າງມີສະຕິ ແລະຄວາມສັນຕິສຸກ. 4. ປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ແລະພະນັກງານຂອງລັດ ໄດ້ຮັບການພັດທະນາຄຸນນະທຳ ຈະຣິຍະທຳ ເຊິ່ງເປັນພື້ນຖານການພັດທະນາສັງຄົມ ແລະປະເທດຊາດໃຫ້ມີຄວາມຮຸ່ງເຮືອງຕະຫຼອດໄປ.