ວິນເຊັນ ແວນ ໂກະ

ວິນເຊັນ ວິນເລັມ ແວນ ໂກະ (ໂຮນລັງ: Vincent Willem van Gogh; 30 ມີນາ ຄ.ສ. 1853 - 29 ກໍລະກົດ ຄ.ສ. 1890) ເປັນນັກແຕ້ມຊາວໂຮນລັງໃນລັດທິປະທັບໃຈຍຸກຫຼັງ ເຊິ່ງແມ່ນຫນຶ່ງໃນນັກແຕ້ມທີ່ມີຊື່ສຽງແລະມີອິດທິພົນທີ່ສຸດໃນປະຫວັດສາດສິລະປະຕາເວັນຕົກ ເຂົາສ້າງຜົນງານສິລະປະຫຼາຍກວ່າ 2,100 ຮູບ ໃນເວລາພຽງ 10 ປີ ໃນຈຳນວນພາບສີນ້ຳມັນ 860 ຮູບ ສ່ວນຫຼາຍແມ່ນຜະລິດໃນຊ່ວງເວລາ 2 ປີສຸດທ້າຍຂອງແວນ ໂກະ ງານພາບຂອງເຂົາມີມັງພາບພູມສັນຖານ, ພາບນິ່ງ, ພາບຄົນ ແລະພາບຕົນເອງ ທັງ​ຫມົດ​ມີ​ລັກ​ສະ​ນະ​ໂດຍການ​ໃຊ້ສີ​ທີ່​ຈັດຈ້ານແລະ​ການ​ແປງ​ທີ່​ເຂ້ມສະ​ແດງ​ໃຫ້​ເຫັນ​ອາ​ລົມທີ່​ນ່າປະທັບໃຈແລະເປົນພື້ນຖານການສ້າງສິນລະປະຍຸກໃໝ່ ຫຼັງ​ຈາກ​ທຸກ​ທໍ​ລະ​ມານ​ຈາກ​ຄວາມ​ເຈັບ​ປວດ​ໃຈ​ແລະ​ຄວາມ​ທຸກ​ຍາກ​ເປັນ​ເວ​ລາ​ຫຼາຍ​ປີ​ ເຂົາໄດ້ເສຍຊີວິດໃນອາຍຸ 37 ປີ

ພາບຕົນເອງຊອງແວນ ໂກະໃນປິ ຄ.ສ. 1887

ບັນນານຸກົມ ດັດແກ້

ແຫຼ່ງຂໍ້ມູນອື່ນ ດັດແກ້