ວິທະຍາໄລຄູຫຼວງພະບາງ

ວິທະຍາໄລຄູຫຼວງພະບາງເປັນວິທະຍາໄລຄູແຫ່ງທິດອິດຢູ່ໃນພາກເໜືອ, ເຊີ່ງຮັບເອົານັກຮຽນມາຈາກບັນດາແຂວງທາງພາກເໜືອຄື: ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ຫຼວງພະບາງ. ປະກອບມີສີ່ຂະແໜງ: ຂະແໜງປະຖົມ, ຂະແໜງວິທະຍາສາດທຳມະຊາດ, ຂະແໜງວິທະຍາສາດສັງຄົມ, ຂະແໜງພາສາຕ່າງປະເທດ. ເຊີ່ງຮຽນໃນລະບົບ 11+1 ແລະ 11+3. ປະຈຸບັນມີລະບົບ 11+3+2 ເປັນລະບົບຕໍ່ເນື່ອງ ແລະ ເຊື່ອມຕໍ່ (ລະດັບປະລີນຍາຕີ). ໃນຕໍ່ໜ້າຈະມີລະດັບປະລີນຍາໂທອີກຕື່ມ.