ວິຕາມິນບີ6ຫຼືວິຕາມິນເບ6ເປັນວິຕາມິນທີ່ມັກໃຊ້ຮ່ວມກັບບີ1ແລະບີ12ຊຶ່ງບີ1ຈະເຮັດວຽກໄດ້ດີກັບຄາໂບ່ຮ່າຍເດຼດສ່ວນວິຕາມິນບີ6ແລະບີ12ຈະເຮັດວຽກໄດ້ດີກັບໂປຼຕີນແລະໄຂມັນ.ຮ່າງກາຍເຮົາຕ້ອງການວິຕາມິນບີ6ປະມານ1.5ມິລີກໍາ.

ປະໂຫຍດຂອງວິຕາມິນບີ6ຈະຊ່ວຍປ່ຽນກົດອະມິໂນໃຫ້ກາຍເປັນວິຕາມິນບີ3ຫຼືໄນອະຊິນ.ຊ່ວຍຮ່າງກາຍສ້າງພູມຕ້ານທານໂລກແລະຊ່ວຍສ້າງເຊວເມັດເລືອດໃຫ້ດີຍິ່ງຂຶ້ນ.ຊ່ວຍຮ່າງກາຍສ້າງນໍ້າຍ່ອຍໃນກະເພາະອາຫານແລະແຮ່ທາດແມັກນີຊ່ຽມ.ຊ່ວຍບັນເທົາໂລກທີ່ເກີດຈາກລະບົບປະສາດແລະຜິວໜັງ.ຊ່ວຍບັນເທົາອາການປາກແຫ້ງແລະຄໍແຫ້ງ.ຊ່ວຍແກ້ການເປັນຕະຄິວ,ແຂນຂາຊາແລະຊ່ວຍຂັບປັດສາວະ.

ປະຈຸບັນຄົນພົບວ່າວິຕາມິນບີ6ມີຫຼາຍຮູບແບບດັ່ງນີ້:ໄພຣິດອກຊິນ,ໄພລີດອກຊິນ5'ຟອສເຟດ,ໄພຣິດອກຊານ,ໄພຣິດອກຊານ5'ຟອສເຟດ,ໄພຣິດອກຊາມີນ,ໄພຣິດອກຊາມີນ5'ຟອສເຟດ,ກົດ4-ໄພຣິດອກຊິດ.