ວິຕາມິນຊີຫຼືກົດແອວແອສຄໍບິກຫຼືແອວແອສຄໍເບດຫຼືວິຕາມິນເຊ.ເປັນວິຕາມິນທີ່ຮ່າງກາຍບໍ່ສາມາດສ້າງຂຶ້ນມາເອງໄດ້ຈຶ່ງຈໍາເປັນຕ້ອງໄດ້ຮັບຈາກການກິນເຂົ້າໄປ.ວິຕາມິນຊີເປັນສານຕ້ານອະນຸມູນອິດສະລະໃນຮ່າງກາຍ.ຊ່ວຍເພີ່ມພູມຄຸ້ມກັນຮ່າງກາຍໄດ້ເປັນຢ່າງດີເພາະສາມາດປ້ອງກັນແລະປິ່ນປົວການອັກເສບອັນເນື່ອງມາຈາກແບັດທີເລຍແລະໄວຣັດໄດ້.

ວິຕາມິນຊີຖືກຄົ້ນພົບໃນປີ1982ເພື່ອເປັນຢາຮັກສາໂລກສະເຄີວີ່(scurvy)ເຊິ່ງເປັນໂລກທີ່ເກີດຂຶ້ນກັບຜູ້ທີ່ເດີນທາງໄກດ້ວຍເຮືອເປັນເວລາດົນ.

ຜູ້ທີ່ຂາດວິຕາມິນຊີຈະຮູ້ສຶກອ່ອນເພຍ,ເບື່ອອາຫານ,ປວດຕາມຂໍ້ຕໍ່ຂອງຮ່າງກາຍ,ເລືອດອອກຕາມເຫງືອກແລະເຈັບກະດູກ.ບາດແຜນານດີເນື່ອງຈາກວິຕາມິນຊີເຮັດໜ້າທີ່ຕໍ່ຕ້ານການອັກເສບແລະຊ່ວຍປິ່ນປົວສ່ວນທີ່ເສື່ອມໂຊມຂອງຮ່າງກາຍ.ເປັນໂລກຕິດເຊື້ອໄດ້ງ່າຍເພາະພູມຮ່າງກາຍລົດລົງຈຶ່ງເຮັດໃຫ້ຕິດເຊື້ອເນື່ອງຈາກແບັດທີເລຍແລະໄວຣັດ.

ຖ້າຮ່າງກາຍໄດ້ຮັບວິຕະມິນຊີຫຼາຍເກີນໄປຈະເຮັດໃຫ້ຖອກທ້ອງ,ທ້ອງອືດ,ເຈັບກະເພາະ