ວັດໜອງສີຄູນເມືອງ

ສ້າງຂຶ້ນໃນປີ ຄ.ສ 1729 ແຕ່ເດີມນັ້ນເປັນວັດຂະໜາດໃຫຍ່ ມີສາດສະໜາສະຖານທີ່ເປັນມໍລະດົກທາງວັດທະນະທຳຫລວງຫລາຍແຕ່ ເປັນທີ່ໜ້າເສຍດາຍເນື່ອງຈາກຖືກໄຟໄໝ້ໃນ ປີ ຄ.ສ.1774 ເຮັດໃຫ້ພຣະອຸໂປສົດເສຍຫາຍເກືອບທັງຫຼັງ ພາຍຫລັງໄດ້ຮັບການບູລະນະຫລາຍເທື່ອ ແລະ ກໍ່ສ້າງເພິ່ມເຕິມຈົນສວຍງາມຂຶ້ນມາໃຫມ່ ໃນການບູລະນະເທື່ອໃຫຍ່ມີການຕິດດອກດວງ ແລະ ຄຳແປວໃຫມ່ ສິລະປະທີ່ໃຊ້ຕົບແຕ່ງ ສ່ວນຫຼາຍເປັນແບບສະກຸນຊ່າງພໍ່ເທົ່າເພຍຕັນ ພາຍໃນພຣະອຸໂປສົດເປັນທີ່ປະດິດສະຖານ "ພະເຈົ້າອົງແສນ" ພະພຸດທະຮູບສຳຄັນຂອງເມືອງ ທີມີຊື່ເຊັ່ນນີ້ເນື່ອງຈາກມີນ້ຳໜັກ 1 ແສນ (ປະມານ 120 ກິໂລກຣາມ) "ພະເຈົ້າອົງແສນ" ເປັນພະພຸດທະຮູບສິລະປະແບບຊຽງແສນ ຕາມຕຳນານກ່າວໄວ້ວ່າ ຟູຕາມແມ່ນ້ຳຂອງມາແຕ່ເມືອງຊຽງແສນ ແລະ ມາຂຶ້ນທີ່ເມືອງຫລວງພະບາງ ຊາວຫລວງພະບາງ ໃຫ້ຄວາມເຄົາລົບນັບຖືເປັນຢ່າງຍິ່ງ.