ວັດໃໝ່ສຸວັນນະພູມາ

ວັດໃໝ່ສຸວັນນະພູມາຣາມ ຫລືວ່າ "ວັດໃໝ່" ເຄີຍເປັນທີ່ປະທັບຂອງສົມເດັດພະສັງຄະລາດບຸນທັນ ຊຶ່ງເປັນສົມເດັດພະສັງຄະລາດອົງສຸດທ້າຍຂອງລາວ ແລະ ຍັງເຄີຍເປັນທີ່ປະດິດສະຖານ ພະບາງ ພະພຸທົດຮູບຄູ່ເມືອງຫລວງພະບາງ ໃນລັດຊະສະໄໝຂອງເຈົ້າມະຫາຊີວິດສັກກະລິນ ຈົນເຖິງປີ ຄ.ສ 1894 ຈຶ່ງໄດ້ອັນເຊີນ ພະບາງ ໄປປະດິດສະຖານ ໃນຫໍພະບາງພາຍໃນພະລາຊະວັັງຈົນເຖິງປັດຈຸບັນ ເມື່ອມາວັດແຫ່ງນີ້ສິ່ງທີ່ເຮົາຈະສັງເກດເຫັນເຖິງຄວາມແຕກຕ່າງຈາກວັດອື່ນໆ ຄືຕົວອຸໂປສົດ (ສິມ) ລັກສະນະຈະເປັນອາຄານຊົງໂລງ ຫລັງຄາມີຂະໜາດໃຫຍ່ ມີຊາຍຄາປົກຄຸມທັງສີ່ດ້ານສອງລະດັບຕໍ່ເນື່ອງກັນ. ດ້ານຂ້າງມີຖານຍື່ນອອກມາຮັບກັບຊາຍຄາ ທີ່ທອດຍາວລົງເກືອບຮອດພື້ນດິນ ເທິງຍອດຫລັງຄາເປັນໜ້າຈົ່ວຂະໜາດໃຫຍ່ໂດຍມີຫລັງຄານ້ອຍໆ ຊ້ອນຢູ່ອີກຊັ້ນໜຶ່ງ ເຄິ່ງກາງຂອງຫລັງຄານ້ອຍປະດັບຊໍ່ຟ້າ ດ້ານຫລັງມີຫໍຂວາງສ້າງຂຶ້ນຕິດກັນ ເຊື່ອວ່າມາຕໍ່ເຕີມໃນພາຍຫລັງ ທີ່ລະບຽງດ້ານໜ້າມີອາຄານຄ້າຍສາລາຂວາງຄອບຢູ່ ມີຫລັງຄາຕິດກັບຫລັງຄາອຸໂປສົດ ທີ່ເສົາລົງຮັກປິດທອງຢ່າງສວຍງາມ ຝາດ້ານໜ້າພະອຸໂບສົດຕົກແຕ່ງດ້ວຍພາບລົງຮັກປິດທອງເບິ່ງເຫລືອງອາລ່າມງາມຕາຍາວຕະຫລອດຝາ ເລົ່າເລື່ອງພະເວດສັນດອນຊາດົກ ໂດຍຝີມືຊ່າງຫລວງປະຈຳລາຊະການເຈົ້າມະຫາຊີວິດສີສະຫວ່າງວົງ ດ້ານລຸ່ມເປັນຮູບສັດຊະນິດຕ່າງໆ ມີຮູບຊ້າງນ້ຳຢູ່ດ້ານລຸ່ມຂວາຂອງພາບ ສ່ວນບານປະຕູແກະສະຫລັກເປັນຮູບເທວະດາສິລະປະແບບຊຽງຂວາງ ພາຍໃນພະອຸໂປສົດມີພະພຸດທະຮູບນັບໝື່ນນັບແສນອົງ ເທິງຝາສີແດງ ຄ້າຍກັບທີ່ເຄີຍພົບເຫັນໃນວັດບາງແຫ່ງຂອງແຂວງຊຽງໃໝ່ ສູນກາງເປັນພະພຸດທະຮູບຊົງເຄື່ອງ ມີພະພັກທີ່ງົດງາມ ຈັດເປັນກຸ່ມພະພຸດທະຮູບຫລວງພະບາງແບບໜຶ່ງ ກົງກັນຂ້າມດ້ານໜ້າພະອຸໂປສົດມີອາຄານກໍ່ອິດໂບກປູນຫລັງນ້ອຍໆ 2 ຫລັງຂະໜາດຕ່າງກັນ ເອິ້ນວ່າ "ອູບມຸງ" ຂະໜາບຂ້າງພະທາດຊົງດອກບົວສີ່ຫລ່ຽມ ອູບມຸງຫລັງໃຫຍ່ຫັນໜ້າມາທາງພະອຸໂປສົດ ພາຍໃນມີພະພຸດທະຮູບປາງມານວິໄຊຂະໜາດຂ້ອນຂ້າງໃຫຍ່ປະດິດສະຖານຢູ່ ສ່ວນອູບມຸງຫລັງນ້ອຍຫັນໜ້າອອກຖະໜົນ ບໍລິເວນພາຍໃນວັດໃຫມ່ ມີການຈັດວາງຜັງອາຄານກຸ່ມພຸດທະວາດ ແລະ ສັງຄາວາດແຍກອອກເປັນສັດສ່ວນ ມີແນວຕົ້ນໄມ້ນ້ອຍໆກັ້ນຢູ່ ໃນຊ່ວງປີໃໝ່ລາວ (ເດືອນເມສາຂອງທຸກປີ) ທາງການໄດ້ມີການອັນເຊີນ "ພະບາງ" ຊຶ່ງເປັນພະຄູ່ບ້ານຄູ່ເມືອງຂອງຫລວງພະບາງ ມາໄວ້ທີ່ລານດ້ານໜ້າຂອງວັດໃໝ່ແຫ່ງນີ້ ເພື່ອໃຫ້ປະຊາຊົນໄດ້ສົງນ້ຳອີກດ້ວຍ.