ວັດໂພໄຊນາລາມ

ວັດໂພໄຊນາລາມ ຖັດຈາກຕະຫລາດກາງເມືອງມາປະມານ 2 ກິໂລແມັດ ຈະເຖິງວັດໂພໄຊນາລາມ ນັບເປັນສະຖານທີ່ສຳຄັນທາງສາດສະຫນາ ພຽງແຫ່ງດຽວຂອງເມືອງ ສ້າງເມື່ອປີ ຄ.ສ 1979-1987 ສ່ວນທາງທິດຕະເວັນຕົກສຽງເໜືອຂອງຕົວເມືອງ ເປັນທີ່ຕັ້ງຂອງອະນຸສາວະລີເສລີພາບ ສ້າງຂຶ້ນມາເພື່ອສະຫລອງເອກະລາດ ໃນປີ ຄ.ສ 1979 ເປັນຮູບດາວແດງ ຕັ້ງຢູ່ເທິງພູເຂົາ ເປັນຈຸດທີ່ສາມາດຊົມວິວທິວທັດຂອງເມືອງຊຳເໜືອ.