ວັດ​ເພຍ​ວັດ ຕັ້ງຢູ່ໃຈກາງຂອງ ເມືອງຄູນ ເຊິ່ງ ຫ່າງຈາກຕົວ ເມືອງ ໂພນສະຫວັນ ປະມານ 30 ກິໂລແມັດ, ເປັນວັດທີ່ສ້າງຕັ້ງຂຶ້ນກ່ອນໝູ່ໝົດ ໃນດິນແດນຂອງ ເມືອງພວນ; ສ້າງຂຶ້ນໃນປີ ຈສ 744, ຈົນມາຮອດປະຈຸບັນ (2006) ມີອາຍຸໄດ້ 675 ປີ. ເຈົ້າລ້ານຄຳກອງ ເປັນອາດຍາປົກຄອງ ເມືອງພວນ ໄດ້ນຳພາປະຊາຊົນ ເພື່ອຊອກ ຫາຊ່າງ ຜູ້ມີສີມືໃນການສ້າງວັດວາອາຮາມ ຈຶ່ງພົບອາຈານທຳມະຄາຖາ ຜູ້ທີ່ມີສີມືໃນການສ້າງວັດ ຢູ່ ຫຼວງພະບາງມາແລ້ວມາສ້າງ. ພໍສ້າງສຳເລັດແລ້ວ ເຈົ້າລ້ານຄຳກອງ ໄດ້ນຳ ພະພຸດທະຮູບ ອົງສັກສິດ ມາຈາກຫົງສາວະດີ (ພະມ້າໃນປະຈຸບັນ) ມາປະທັບໄວ້ ທີ່ວັດດັ່ງກ່າວ. ໃນຍຸກສະ​ໄໝນັ້ນ ເມືອງພວນ ມີຄວາມຈະເລີນຮຸ່ງເຮືອງເຖິງຂີດສຸດ. ດັ່ງນັ້ນ ວັດເພຍວັດ ຈຶ່ງເປັນບ່ອນຮ່ຳຮຽນ ຂອງ ພະສົງສາມະເນນ ໃນຍຸກນັ້ນ. ຕົກມາຮອດຊຸມປີ ຄສ 1874, ຈສ 1287 ສົງຄາມພາຍນອກ ໄດ້ເຂົ້າມາມ້າງ ເພທຳລາຍ (ເສິກຫໍ້) ເຊິ່ງພວກເຂົາ ໄດ້ຕັດແຂນພະເຈົ້າອົງຕື້ເບື້ອງຊາຍອອກ ເພື່ອຊອກຫາໂລຫະທີ່ມີຄ່າ ແຕ່ສິມຍັງບໍ່ຖືກທຳລາຍ. ມາຮອດປີ ຄສ 1953, ຈສ 1315 ໄດ້ຖືກສົງຄາມ ຂອງຈັກກະພັດ ຝຣັ່ງ ທໍາລາຍສິມ ແລະ ພະພຸດທະຮູບ ເຮັດໃຫ້ເພພັງຢ່າງໜັກ. ຕໍ່ມາ ຮອດປີ ຄສ 1954 ເຈົ້າສຸດທະກຸມມານ (ເຈົ້າຊາຍຄຳ) ເປັນເຈົ້າປົກຄອງ ເມືອງພວນ ໄດ້ນຳພາປະຊາຊົນຊາວ ເມືອງພວນ ປະຕິສັງຂອນວັດ ແລະ ສິມຄືນໃໝ່ ເຮັດໃຫ້ມີຄວາມສວຍງາມ ຄື ກັບສະໄໝກ່ອນ. ມາຮອດປີ ຄສ 1969, ຈສ 1331 ໄດ້ຖືກສົງຄາມ ຂອງຈັກະພັດອາເມລິກາ ທຳລາຍຈົນໝົດກ້ຽງ ຈຶ່ງຍັງເຫຼືອພຽງແຕ່ ພະພຸດທະຮູບ ທີ່ຖືກບາດແຜຕາກແດດ ໃຫ້ເຮົາເບິ່ງເຖິງທຸກວັນນີ້. ວັດ​ເພຍ​ວັດ ​ຈະ​ຕ້ອງ​ໄດ້​ປັບປຸງ​ ບູລະນະ​ປະຕິສັງຂອນ​ຄືນ​ໃໝ່ ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ສວຍ​ງາມ ​ຂອງ​ພະ​ພຸດທະ​ຮູບ ​ແລະ ສິມ​ເກົ່າ​ໄວ້. ນອກຈາກ​ນີ້ ຍັງ​ມີ​ສິ່ງ​ໜຶ່ງ ​ທີ່​ຈຳ​ເປັນ​ຫຼາຍ ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​​ ເຊັ່ນ: ບ່ອນ​ຈອດ​ລົດ​ ຂອງ​ນັກ​ທ່ອງ​ທ່ຽວ ​ແລະ ພໍ່​ແມ່​ປະຊາຊົນ​ ທີ່​ມາ​ເຮັດບຸນສິນ​ກິນ​ທານ​ ຢູ່​ວັດ​ແຫ່ງ​ນີ້.