ຈາກຜາສາດຫີນວັດພູ ຍ້ອນກັບມາຕາມທາງຫລວງໝາຍເລກ 13 ໃຕ້ (ທາງໄປດ່ານຊາຍແດນ) ປະມານຫລັກທີ່ 42 ຈະພົບທາທາງເຂົ້າ ວັດອູໂມງ ຫລື ທີ່ຄົນທ້ອງຖິ່ນຮຽກ “ວັດໂຕະໂມະ” ສ້າງໃນສະໄໝເຈົ້າໄຊຍະວໍຣະມັນທີ່ 1 ຊ່ວງ ສັດຕະວັດທີ່ 13 ເປັນຜາສາດນ້ອຍໆ ຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງ ກົງກັນຂ້າມ ກັບຜາສາດຫີນວັດພູ ດ້ວຍສະພາບຂອງຕົວຜາສາດຫີນມີຂະໜາດນ້ອຍ ແລະ ພັງທະລາຍ ກະຈັດກະຈາຍ ໄປຕາມພື້ນທີ່ປ່າ ແຕ່ຍັງສາມາດເບິ່ງເຫັນພາບແກະສະຫລັກທັບຫລັງ ແລະ ສຽນພະຍານາກ ຢູ່ນຳບູຮານວັດຖຸສ່ວນໃຫຍ່ຈັດສະແດງຢູ່ທີ່ພິພິທະພັນ.