ວັດຫົວຊຽງ ສ້າງຂຶ້ນໃນລາຊະສະໄໝພຣະເຈົ້າໄຊເຊດຖາທິລາດ (ຄ.ສ 1548) ເຊັ່ນດຽວກັນກັບວັດພະມະຫາທາດ ມີການຄົ້ນພົບພະພຸທົດຮູບສຳລິດໃນສະໄໝດຽວກັນຫລາຍອົງ ພະອຸໂປສົດມີຂະໜາດນ້ອຍເປັນສິລະປະ ແບບຫລວງພະບາງແທ້ ໆ ພາບວາດຝາດ້ານໜ້າໄດ້ຖືກວາດຂຶ້ນໃນພາຍຫະຫລັງ.