ວັດຫລວງເມືອງເກົ່າວະລາລາມ

ຕັ້ງຢູ່ຝັ່ງກົງກັນຂ້າມກັບວັດຟາງແຕງ ສະໄໝອະດີດ ການເດິນທາງໄປວັດແຫ່ງນີ້ຕ້ອງຂຶ້ນເຮືອຂ້າມຝັ່ງທີ່ທ່າເຮືອ ຄ່າໂດຍສານ 5,000 ກີບ/ຄົນ ແຕ່ປະຈຸບັນມີການສ້າງຖະໜົນຂ້າມຜ່ານແມ່ນ້ຳເຊກະຫມານແລ້ວ ວັດຫລວງຫລືວັດເກົ່າເປັນວັດແຮກເທິງແຂວງອັດຕະປື ທີ່ຖືກສ້າງຂຶ້ນໃນລາຊະສະໄໝຂອງພະເຈົ້າໄຊຍະເຊດຖາກ່ອນວັດຟາງແຕງ ບໍລິເວນໂດຍຮອບຍັງຄົງສະພາບເດີມທຸກຢ່າງທັງຕົວອຸໂປສົດ ທີ່ເປັນຕຶກຄອນກີດກໍ່ດ້ວຍດິນຈີ່ສີເທົາ ໃຊ້ເປັນທີ່ສຶກສາພະທຳ ພາຍໃນອຸໂປສົດເປັນທີ່ປະດິດຖານພະພຸດທະຮູບ.