ວັດສິລິມຸງຄຸນໄຊຍາຣາມ

ຕົວວັດຫັນໜ້າໄປທາງທິດຕະເວັນອອກສຽງເໜືອ ສາສະໜາສະຖານສ່ວນໃຫຍ່ຍັງຄົງສະພາບເດີມ ເລົ່າສືບຕໍ່ກັນມາວ່າສ້າງໃນປີ ຄ.ສ 1763 ໃນລາຊະສະໄໝ ພຣະເຈົ້າໂຊຕິກະກຸມານ ສິມ ຫລື ອຸໂປສົດ ມີລັກສະນະແບບ ຫລວງພະບາງໂດຍທົ່ວໄປ ໄດ້ຮັບບູລະນະເທື່ອຫຼ້າສຸດ ເມື່ອປີ ຄ.ສ.1945 ຊ່າງສະກຸນຜູ້ຮັບຫນ້າທີ່ປະຕິສັງຂອນ ປ່ຽນໄປຕາມຍຸກສະໄໝ ຈຶ່ງສົ່ງຜົນໃຫ້ຮູບຊົງສະຖາປັດຕະຍະກຳ ຂອງວັດນີ້ເປັນແບບປະສົມປະສານ ຕາມແບບດ້ວຍ ເຫັນໄດ້ຢ່າງຊັດເຈນຈາກລະບຽງໂຖງດ້ານໜ້າ ເປັນສິລະປະ ແບບຫລວງພະບາງ ຊ່ວງຊົງຫລັງຄາເປັນແບບຊຽງຂວາງ ແລະ ປະດັບຕົກແຕ່ງດ້ວຍກະຈົກສີໂມເສກແບບວຽງຈັນ ໜ້າຈົ່ວປະດັບລວດລາຍງົດງາມ ດ້ານທິດໃຕ້ມີອູບມຸງຫລັງນ້ອຍພາຍໃນປະດິດຖານພະທາດອົງໜຶ່ງ ຍອດປະດັບຊໍ່ຟ້າຄຳ 7 ຊັ້ນ ໃກ້ທາງເຂົ້າດ້ານທິດເໜືອຕິດກັບວັດສີບຸນເຮືອງ ມີຫໍລະຄັງທອງທີ່ງົດງາມ.