ວັດສັງຄະໂລກ (ບາງຕຳລາຂຽນວ່າສະຫວັນຄະໂລກ) ສ້າງໃນປີ ຄ.ສ. 1527 ໃນສະໄໝພະເຈົ້າໂພທິສານ ເປັນວັດທີ່ມີຄວາມສຳຄັນທາງປະຫວັດສາດດ້ານຄວາມເຊື່ອຂອງຊາວຫລວງພະບາງ ເນື່ອງຈາກກ່ອນທີ່ ພຣະພຸດທະສາດສະຫນາຈະເຂົ້າມາສູ່ອານາຈັກລ້ານຊ້າງ ວັດນີ້ເຄີຍເປັນທີ່ຕັ້ງຂອງວິຫານບູຊາຜີຟ້າ ຜີແຖນ ອັນເປັນຄວາມເຊື່ອຖືດັ້ງເດີມ ຫລັງຈາກທີ່ພະພຸດທະສາດສະຫນາເຂົ້າມາແລ້ວ ວັດສັງຄະໂລກກໍກາຍເປັນວັດສຳຄັນໃນການເຜີຍແຜ່ພະພຸດທະສາດສະຫນາ ຊຶ່ງໄດ້ຮັບການອຸປະຖຳເປັນພິເສດຈາກພຣະເຈົ້າໂພທິສານ ຈາກນັ້ນຄວາມເຊື່ອເດີມກໍໄດ້ຫຼຸດໜ້ອຍຖອຍລົງໄປ ໃນປີ ຄ.ສ. 1883 ອຸໂປສົດຖືກລົມພາຍຸພັດເສຍຫາຍ ແລະ ໄດ້ບູລະນະໃຫ້ກັບຄືນມາເປັນສະພາບແບບ ເດິມ