ວັດມະໂນລົມ ສ້າງໂດຍພຣະເຈົ້າສາມແສນໄທ ພຣະລາຊະໂອລົດຂອງເຈົ້າຟ້າງຸ່ມໃນຊ່ວງທ້າຍພຸດທະສັດວັດ ທີ19 ຫລັງຈາກນັ້ນບໍ່ດົນ ໂປດໃຫ້ຫລໍ່ພຣະພຸດທະທຮູບສຳລິດອົງໃຫຍ່ຂຶ້ນ ແລະ ຖືກທຳລາຍເສຍຫາຍໃນຊ່ວງທີ່ມີຈີນຫໍ້ ອອກປຸ້ນສະດົມໃນປີ ຄ.ສ 1787 ຕົວວັດຊຶ່ງຢູ່ນອກເຂດກຳແພງເມືອງໄດ້ຮັບຄວາມເສຍຫາຍຫລາຍແຫ່ງມີການບູລະນະພາຍຫລັງ ໂດຍສ້າງພຣະອຸໂປສົດຫລັງໃໝ່ ມີໂຄງສ້າງຄ້າຍກັບທີ່ວັດໂພນໄຊລວມທັງຫໍພະ ແລະ ພະພຸທົດຮູບສຳລິດໄດ້ໂບກປູນປິດທອງໃໝ່ ດ້ານຫລັງພະອຸໂບສົດມີຮ່ອງຮອຍຂອງແທ່ນພະພຸທົດຮູບ ມີສາລາຫລັງນ້ອຍຄອບໄວ້ ຊຶ່ງອະດີດເຄີຍເປັນທີ່ຕັ້ງຂອງ ວັດຊຽງກາງ ຊຶ່ງຄະນະສັງຄະທູດຈາກກຳປູເຈຍ ເປັນຜູ້ສ້າງໄວ້ ຕັ້ງແຕ່ຕອນທີ່ເດີນທາງເຂົ້າມາເຜີຍແຜ່ພຣະພຸດທະສາດສະໜາ ເທິງແຜ່ນດິນລ້ານຊ້າງ ໃນສະໄໝເຈົ້າຟ້າງຸ່ມ ຖືເປັນວັດທີ່ເກົ່າແກ່ທີ່ສຸດໃນຫລວງພະບາງ ແລະ ເຄີຍເປັນທີ່ປະດິດສະຖານ ພະບາງໃນລະຫວ່າງປີ ຄ.ສ.1502–1513.