ຕັ້ງຢູ່ໃນເຂດບ້ານຝັ່ງແຕງ ເມືອງໄຊເຊດຖາ (ເມືອງເກົ່າ) ສາມາດເໝົາລົດຕຸ໊ກໆ ຈາກຄິວລົດທີ່ຕະຫລາດໃຫຍ່ ລະຍະທາງ 12 ກິໂລແມັດ ລາຄາ 40,000 ກີບ/ຄົນ ວັດຟາງແຕງເປັນວັດເກົ່າແກ່ຂອງເມືອງເກົ່າ ຊາວບ້ານນິຍົມໄປສັກການລະບູຊາ ເພາະເຊື່ອວ່າສັກສິດ ໃນສະໄໝສົງຄາມໂລກ ສະຫະລັດອະເມຣິກາ ພະຍາຍາມຖິ້ມລະເບີດລົງ ແຕ່ລະເບີດທຸກລູກ ທີ່ຕົກພາຍໃນວັດບໍ່ລະເບີດ ພາຍໃນມີທີ່ປະດິດສະຖານ ພະພຸດທະຮູບອົງໃຫຍ່ ມີພາບຈິດຕະກຳຝາ ເກົ່າແກ່ບູຮານຮອບຝາອຸໂປສົດ ແລະ ຮູບປູນປັ້ນສີທອງ ສິລະປະ ແບບມອນ (ຂອມ) ດ້ານຫລັງວັດມີແມ່ນ້ຳເຊກະຫມານໄຫລຜ່ານ.