ວັດປ່າໄຜ່ມີໄຊຍາຣາມ

ສ້າງໂດຍພຣະເຈົ້າສຸລິຍະວົງສາ ໃນລະຫວ່າງປີ ຄ.ສ.1765-1791 ມີການບູລະນະພຣະອຸໂປສົດໃໝ່ ເກືອບທັງຫລັງໃນອີກ 200 ປີຕໍ່ມາ ລັກສະນະ ພຣະອຸໂປສົດເປັນແບບສິລະປະຫລວງພະບາງໂດຍທົ່ວໄປ ຫັນໜ້າໄປທາງທິດຕະເວັນອອກສຽງເໜືອ ໃນປີ ຄ.ສ.1930 ມີການຂະຫຍາຍວັດໂດຍສ້າງພຣະອຸໂປສົດ ອີກຫລັງໜຶ່ງຫັນໜ້າໄປທາງທິດຕະເວັນຕົກສຽງໃຕ້ ມີຂະໜາດນ້ອຍກວ່າພະອຸໂບສົດຫລັງເກົ່າ ທາງດ້ານທິດເໜືອມີ ພຣະທາດຄູ່ໜຶ່ງລັກສະນະເປັນຊົງແບບປາສາດ ສຳລັບສິມ ວັດປ່າໄຜ່ ນອກຈາກຈະງົດງາມອອນຊອນ ຍັງມີຄວາມງາມທີ່ສີ ແລະ ລວດລາຍແກະສະຫລັກພ້ອມປະດັບລາຍທອງເທິງຝາສີແດງ.