ວັດທະນາທຳລາວໃນການດຳລົງຊີວິດຂອງຄອບຄົວ

ວັດທະນະທໍາ ທາງດ້ານແບບແຜນ ການດໍາລົງຊີວິດ ຂອງຄົນລາວເຮົານີ້ ພວກເຮົາຄວນ ຈະໄດ້ເບິ່ງຄືນ ສັງຄົມຄອບຄົວ ເຊິ່ງຍາມໃດພວກເຮົາ ກໍຖືວ່າຄອບຄົວ ເປັນຫົວໜ່ວຍ ທີ່ສໍາຄັນຂອງສັງຄົມ ແລະ ປະເທດຊາດ, ຜ່ານມາຄອບຄົວຂອງ ຄົນລາວເຮົາ ກໍເຄີຍມີຂະນົບທໍານຽມ ແລະ ລະບຽບອັນດີງາມ ຂອງຕົນຢູ່ຫລາຍ ຢ່າງທີ່ພວກເຮົາ ຄວນນໍາໃຊ້ເຂົ້າ ໃນການສຶກສາອົບຮົມ ເພື່ອໃຫ້ເກີດເປັນ ປະໂຫຍດແກ່ ການສ້າງຄອບຄົວ ວັດທະນະທໍາ ຂອງເຮົາຄື: ຈໍາແນກໃຫ້ເຫັນ ອົງປະກອບ ຂອງຄອບຄົວ ເຊິ່ງໃນນັ້ນ, ມີຫລາຍຄົນ ຫລາຍໜ້າທີ່, ຫລາຍຄວາມ ຮັບຜິດຊອບ, ແຕ່ລະຄົນກໍມີ ຖານະມີໜ້າທີ່ ແລະ ການປະຕິບັດ ແຕກຕ່າງກັນໄປ ແຕ່ກໍປະສານສົມທົບ ກັນຢ່າງກົມກຽວເຊັ່ນ: ພໍ່ແມ່, ຜົວເມຍ, ພໍ່ເຖົ້າແມ່ເຖົ້າ, ລູກໆ, ຫລານໆ... ຈໍາແນກໄດ້ ຄຸນນະທໍາ ຫລື ໜ້າທີ່ຂອງ ແຕ່ລະຄົນທີ່ຄວນ ປະຕິບັດຕໍ່ກັນ ຕາມຮີດຄອງປະເພນີ ເຊິ່ງຖືວ່າເປັນ ວັດທະນະທໍາທາງ ດ້ານຈິດໃຈຂອງ ລາວເຮົາຢ່າງລະອຽດ ແລ້ວເຮົາກໍຈະສາມາດ ເຫັນໄດ້ວ່າຄອບຄົວ ທີ່ກ້າວໜ້າແທ້ນັ້ນ ເປັນຄືແນວໃດ.

ຕາມການບອກເລົ່າ ຂອງເຖົ້າແກ່ບູຮານ ໄດ້ໃຫ້ຮູ້ວ່າ: ໃນຄອງທີ 5 ຂອງຄອງ 14 ນັ້ນ ,ໄດ້ແກ່ຮີດຜົວ ຄອງເມຍ, ເມື່ອເວົ້າເຖິງ ຮີດຜົວຄອງເມຍ ກໍເວົ້າເຖິງຄຸນນະທໍາ ຂໍ້ຄວນປະຕິບັດ ຕໍ່ກັນລະຫວ່າງຜົວ- ເມຍເມື່ອເອົາກັນ ເປັນຜົວເມຍແລ້ວກໍ ຢາກຮັກຫອມ ຖະໜອມຕ່ອມຕຸ້ມ ກັນຕະຫລອດຊີວິດ ແລະ ເອົາເປັນແບບຢ່າງ ໃຫ້ແກ່ລູກຫລານ. ສະນັ້ນ, ໃນທາງພະພຸດ ທະສາສະໜາ ເພິ່ນກໍໄດ້ວາງ ໜ້າທີ່ຂອງຄູ່ຜົວເມຍ ໃຫ້ໄດ້ປະຕິບັດ ຕໍ່ກັນຄື: ຜົວເປັນຫົວ ໜ້າຄອບຄົວ ຫລື ປຽບເໝືອນ ດັ່ງຂາຊ້າງຄູ່ໜ້າ ເມຍຄືຂາຊ້າງຄູ່ຫລັງ, ດັ່ງນັ້ນຄໍາສອນ ບູຮານຈຶ່ງມັກສອນ ໂດຍໃຫ້ປຽບຜົວ ຫລາຍກວ່າ ເຊິ່ງຜົວແມ່ນຜູ້ຊາຍ ທີ່ໄດ້ຮັບການແຕ່ງດອງ ຕາມລະບຽບກົດໝາຍ ເປັນໜ້າທີ່ໜຶ່ງທີ່ສໍາຄັນ ໃນຄອບຄົວ ເຊິ່ງນັກປາດລາວ ບູຮານໄດ້ສັ່ງສອນ ໄວວ່າ: ໜ້າທີ່ຜົວ ຕ້ອງປະຕິບັດ ຕໍ່ເມຍ 5 ປະການຄື:

- ຍົກຍ້ອງວ່າເປັນເມຍຢ່າງ ອອກໜ້າອອກຕາ, ບໍ່ບຽງບັງ ແລະ ບໍ່ໝິ່ນປະໝາດເມຍ.

- ບໍ່ປະພຶດນອກໃຈເມຍ.

- ດຸໝັ່ນຂະຫຍັນພຽນໃນການສ້າງສາພັດທະນາຄອບຄົວ.

- ມອບຄວາມເປັນໃຫຍ່ໃນຄອບຄົວໃຫ້ເມຍຄົນດຽວ.

- ໃຫ້ເຄື່ອງແຕ່ງກາຍເໝາະສົມກັບຖານະຂອງຕົນ.

ເມື່ອຜົວປະຕິບັດ ໜ້າທີ່ຂອງຕົນ ຕໍ່ເມຍດັ່ງທີ່ໄດ້ ກ່າວມາແລ້ວນັ້ນ ຈຶ່ງເປັນອັນຍົກຍ້ອງ ໄດ້ວ່າເປັນຜົວທີ່ມີ ຄຸນນະທໍາຖືກຕ້ອງ ຕາມທໍານອງ ຄອງຂອງຜົວ ແລະ ຈະເຮັດໃຫ້ຜູ້ ເປັນເມຍມີຄວາມຮັກ ມີຄວາມອົບອຸ່ນ ໃນຄວາມ ຮັບຜິດຊອບຂອງ ຕົນໄດ້. ຄັນຜົວມີແບບແຜນ ອັນດີງາມຕໍ່ເມຍ ດັ່ງທີ່ໄດ້ກ່າວ ມານັ້ນແລ້ວ, ເມຍທີ່ດີກໍຕ້ອງ ປະຕິບັດຕົນ ໃຫ້ສົມສັກສີ ໃນຄວາມເປັນ ລູກແມ່ຍິງທີ່ດີ ຂອງວົງຕະກຸນ ແລະ ເມຍຜູ້ປະເສີດ ໃນຄອບຄົວນັ້ນ ແລະ ຄວນປະຕິບັດ ຕົນດັ່ງນີ້:

- ເປັນຜູ້ທີ່ດຸໝັ່ນເຮັດວຽກງານໃນຄອບຄົວ ແລະ ວຽກງານອື່ນໆ.

- ປະຕິບັດການສົງເຄາະຊ່ວຍເຫລືອຍາດພີ່ນ້ອງຂ້າງຄຽງຂອງຜົວໃຫ້ດີ.

- ບໍ່ປະພຶດນອກໃຈຜົວ.

- ຮັກສາຊັບສົມບັດທີ່ຜົວ ແລະ ຕົນເອງຫາມາໄດ້ໄວ້ໃຫ້ດີ.

- ມີຄວາມຂະຫຍັນໝັ່ນພຽນບໍ່ ຂີ້ຄ້ານມັກງ່າຍໃນໜ້າທີ່ວຽກງານ ທຸກຢ່າງ.

ເມື່ອຜົວ-ເມຍ ປະຕິບັດຕໍ່ກັນໄດ້ ດີແນວນີ້ແລ້ວ ຈຶ່ງຊື່ວ່າເປັນຜົວແກ້ວ ເມຍທິບຜົວຫຍິບ ເມຍແສ່ວຜົວ ຄໍ້າເມຍຄູນ ແລະ ເປັນຜົວເມຍ ທີ່ຈະເປັນຜູ້ກໍ່ຮ່າງ ສ້າງຄອບຄົວ ໃຫ້ຈະເລີນກ້າວໜ້າ. ຍ້ອນຄວາມເປັນ ຜົວເມຍດັ່ງທີ່ ກ່າວມານັ້ນສິ່ງ ທີ່ຈະຕາມ ຍ້ອນຄືນມາກໍຄືລູກ, ລູກເປັນພະຍານ ແຫ່ງຄວາມຮັກ ຂອງຜົວເມຍ, ລູກເປັນສົມບັດ ອັນປະເສີດ ທັງເປັນແກ້ວຕາ ແລະ ດວງໃຈຂອງພໍ່ແມ່, ລູກເປັນສາຍພົວພັນ ອັນແນ່ນອນ ຂອງວົງຕະກຸນ. ສະນັ້ນ, ຜົວ-ເມຍແມ່ນຕໍາ ແໜ່ງທີ່ສັງຄົມໄດ້ ມອບໝາຍ ໃຫ້ຕາມໜ້າທີ່ ຂອງທໍາມະຊາດ ຄືແນວນັ້ນແລ້ວ ເມື່ອລູກເກີດມາຜົວ- ເມຍກໍໄດ້ຕໍາແໜ່ງໃໝ່ ຕື່ມກໍຄືຕໍາແໜ່ງ ທີ່ເປັນພໍ່ແມ່, ເມື່ອມີຕໍາແໜ່ງ ເປັນພໍ່ແມ່ແລ້ວ ມັນກໍມີໜ້າທີ່ມີ ຄຸນນະທໍາຈະຕ້ອງ ໄດ້ສຶກສາ ແລະ ປະຕິບັດຕໍ່ລູກ. ດັ່ງນັ້ນ, ເປັນພໍ່ແມ່ທີ່ດີ ຈະຕ້ອງປະຕິບັດ ຕົນໃຫ້ຖືກຕ້ອງຕາມ ໜ້າທີ່ຂອງຕົນ ກໍຄືມີຄວາມຮັກ ຫອມຕ່ອມຕຸ້ມລູກ ປະຕິບັດ ຄຸນນະທໍາ 5 ປະການດັ່ງນີ້:

- ອົດທົນພາກພຽນລ້ຽງລູກມາ ພາລູກໃຫຍ່ຕາມ ເງື່ອນໄຂຄວາມ ສາມາດຂອງຕົນໃນສັງຄົມ ທັງເປັນແບບຢ່າງ ທີ່ດີໃຫ້ແກ່ລູກໆ.

- ເອົາໃຈໃສ່ໃຫ້ລູກໄດ້ ຮັບການສຶກສາຫາ ວິຊາຄວາມຮູ້ ເພື່ອເຮັດ ໃຫ້ເຂົາເຈົ້າໄດ້ ມີສະຕິປັນຍາດີ.

- ເມື່ອລູກມີປັນຍາ ຄວາມຮູ້ພໍທີ່ ຈະປະກອບອາຊີບ ໄດ້ແລ້ວກໍຊ່ວຍ ແນະນໍາສັ່ງສອນ ໃຫ້ເຂົາເຈົ້າໄດ້ປະກອບ ອາຊີບທີ່ບໍລິ ສຸດຕາມແນວ ທາງຂອງພັກ ແລະ ລັດເຮົາ.

- ຫາຄູ່ຄອງໃຫ້ ຫລື ຊ່ວຍເປັນ ເຈົ້າການໃນການສ້າງຄອບຄົວ ໃຫ້ລູກຕາມ ຄວາມເໝາະສົມ ຄອຍຫ້າມ ປາມບໍ່ໃຫ້ລູກ ເຮັດຄວາມຊົ່ວ ແລະ ແນະນໍາໃຫ້ເຮັດ ແຕ່ສິ່ງທີ່ດີໆ.

- ເມື່ອເຫັນວ່າເປັນ ໂອກາດທີ່ ເໝາະສົມແລ້ວ ກໍມອບຊັບສົມບັດ ເທົ່າທີ່ມີໃຫ້ລູກຄອບຄອງແທນຕໍ່ໄປ.

ຖ້າພໍ່ແມ່ປະຕິບັດ ຕໍ່ລູກໄດ້ຄື ແນວນີ້ແລ້ວ ຈຶ່ງນັບວ່າເປັນໄປຕາມ ທໍານອງຄອງທໍາອັນ ຈະນໍາພາຄອບຄົວ ໄປສູ່ຄວາມ ຈະເລີນກ້າວໜ້າ ຢ່າງແນ່ນອນ.