ວັດຖຸບູຮານວັດບ້ານ​ທ່າ​ຫມີ

​ສິ່ງ​ສັກສິດ​ທາງ​ດ້ານວັດຖຸບູຮານ​ທີ່​ມີ​ມາ​ແຕ່​ດຶກ​ດຳ​ບັນໄດ້​ທີ່​ວັດ​ບ້ານ​ທ່າ​ຫມີ ເຊິ່ງ​ເມື່ອກ່ອນ​ແມ່ນ​ຢູ່​ປ່າ​ທີ່​ຖ້ຳ​ຜາ​ນ້ອຍ, ເຊິ່ງ​ຕັ້ງ​ຢູ່​ໃນ​ເຂດ​ຫມູ່​ບ້ານ​ທ່າ​ຫມີເມືອງ​ຫີນ​ບູນ ແຂວງ​ຄຳ​ມ່ວນ ແຕ່​ປະຈຸ​ບັນ​ທາງ​ອຳນາດ​ການປົກຄອງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເພິ່ນ​ໄດ້​ເອົາ​ມາ​ໄວ້​ທີ່​ວັດບ້ານ​ດັ່ງກ່າວ.

ຕາມ​ການ​ບອກເລົ່າ​ຂອງ​ຜູ້ພົບ​ເຫັນ ເຊິ່ງ​ເປັນ​ປະຊາຊົນ​ແຫ່ງນີ້ ເພິ່ນ​ໄດ້​ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 31 ທັນວາ 2010 ທີ່​ຜ່ານ​ມາ ເວລາ 4 ໂມງ​ແລງ​ຕົນ​ເອງ​ພ້ອມ​ດ້ວຍຫມູ່ 2 ຄົນ ຢູ່​ບ້ານ​ດຽວ​ກັນ​ໄດ້​ໄປຊອກ​ຫາ ຢູ່​ຫາ​ກິນ​ຢູ່​ບໍລິເວນ​ພູ​ກວນນ້ອຍ ຫລື ເອີ້ນ​ອີກ​ຊື່​ຫນຶ່ງ​ວ່າ: “ພູຜາ​ນ້ອຍ” ເຊິ່ງ​ພູ​ນີ້ ແມ່ນ​ຢູ່ຫ່າງ​ຈາກ​ບ້ານ​ໄປ​ປະມານ 4 ກິໂລ​ແມັດ ສຳລັບ​ແຕ່​ຕີນ​ພູ​ຂຶ້ນ​ໄປຫາ​ຖ້ຳ​ແມ່ນ​ປະມານ 500 ແມັດ ໄລຍະ​ແຕ່​ປາກ​ຖ້ຳ​ໄປ​ຫາ​ຈຸດ​ພົບພະ​ປະມານ 1 ກິໂລແມັດ ໃນ​ຂະນະທີ່​ເຂົາເຈົ້າ​ຊອກ​ຫາ​ຢູ່​ຫາ​ກິນ​ຢູ່​ນັ້ນ ໄດ້​ເຫັນ​ສັດປ່າ​ແລ່ນ​ຂຶ້ນ​ໄປ​ເທິງ​ພູພວກ​ເພິ່ນ​ກໍ່​ເລີຍ​ຕິດ ຕາມ​ສັດ​ດັ່ງກ່າວ​ໄປ​ພໍດີ​ເຫັນ​ປາກ​ຖ້ຳ ເມື່ອເຂົ້າ​ໄປ​ເບິ່ງ​ພາຍ​ໃນ​ຖ້ຳ​ຈິ່ງ​ໄດ້ພົບ​ວັດຖຸບູຮານ​ຈຳນວນ​ຫລາຍຕັ້ງ​ຢັງ​ຢາຍ​ຢູ່​ຕາມ 2 ຊັ້ນ​ຂອງຖ້ຳ, ຈາກ​ນັ້ນ ຈິ່ງ​ມາ​ລາຍ​ງານໃຫ້​ອຳນາດ​ການ​ປົກ ຄອງ​ບ້ານ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງເມືອງ ແລະ ແຂວງ​ຮັບ​ຮູ້​ຫລັງຈາກ​ໄດ້​ຮັບ​ຂໍ້​ມູນ​ດັ່ງກ່າວ​ແລ້ວ ທາງ​ຜູ້​ຮັບຜິດຊອບ​ຂອງ​ແຂວງ, ເມືອງ​ພ້ອມ​ດ້ວຍ​ເຖົ້າ​ແກ່​ແນວໂຮມ​ຂອງ​ບ້ານ​ກໍ່​ໄດ້​ຂຶ້ນ​ໄປ​ສຳຫລວດ ແລະ ຂຶ້ນ​ທະບຽນ​ວັດຖຸບູຮານ​ດັ່ງກ່າວ ເຊິ່ງ​ວັດຖຸບູຮານທີ່​ຄົ້ນ​ພົບ​ໃນ​ຄັ້ງ​ນີ້ ລວມ​ມີ​ພະ​ພຸດທະ​ຮູບ​ທັງ​ຫມົດ 114 ອົງ, ນອກຈາກ​ນັ້ນ ຍັງ​ມີ​ນ້ຳເຕົ້າ 1 ຫນ່ວຍ, ແຊ່ງ​ທອງ 1 ຄູ່, ພາ​ຖາດ​ໃສ່​ພະ 1 ອັນ, ຜັງ​ຖາດ 2 ອັນ, ເຕົ້າ​ປູນ 1 ຫນ່ວຍ, ເຫລັກ​ແຫລມ​ທອງ 3 ເຫລັ້ມ, ຄ້ອງ​ໃຫຍ່ 2 ວົງ, ຄ້ອງ ກາງ 2 ວົງ, ຄ້ອງ​ນ້ອຍ 2 ວົງ, ບາດ 1 ຫນ່ວຍ, ຖ້ວຍ​ທອງ​ໃຫຍ່ 3 ໃບ, ຖ້ວຍ​ທອງ​ກາງ 14 ໃບ, ຖ້ວຍ​ທອງ​ນ້ອຍ 4 ໃບ, ການ້ຳທອງ 1 ຫນ່ວຍ, ໄຫ​ໃຫຍ່​ມີ​ຫູ 2 ຫນ່ວຍ, ໄຫ​ນ້ອຍ​ມີ​ຫູ 1 ຫນ່ວຍ, ໄຫ​ດິນ 1 ຫນ່ວຍ ແລະ ຈານນ້ອຍ 1 ໃບ.

ທາງ​ອຳນາດ​ການ​ປົກຄອງ ທຸກ​ຂັ້ນ​ກໍ່​ໄດ້​ສຳ​ຫລວດ, ເກັບ​ກຳຂໍ້​ມູນ ແລະ ໄດ້​ຂຶ້ນ​ທະບຽນ​ຈຳນວນ​ວັດຖຸບູຮານ​ທີ່​ໄດ້​ພົບ​ເຫັນໃນ​ຄັ້ງ​ນີ້ ໃຫ້​ສຳເລັດ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ​ລາຍ​ງານ​ໃຫ້​ຂັ້ນ ແຂວງ​ຮັບ​ຮູ້ ພ້ອມ​ທັງ​ໄດ້​ມອບໃຫ້​ປະຊາຊົນ​ພາຍ​ໃນ​ເຂດ​ດັ່ງກ່າວ​ເປັນ​ຜູ້​ອຸປະຖຳ, ສັກກະ​ລະ​ບູຊາ ແລະ ປົກ​ປັກ​ຮັກສາ​ຕະຫລອດໄປທັງ​ຫມົດ​ນີ້ ຢາກ​ໃຫ້​ທ່ານ​ມາເບິ່ງ​ດ້ວຍ​ຕົວ​ເອງ​ວ່າ​ຈະ​ຫນ້າ​ອັດສະ​ຈັນ​ສ່ຳ​ໃດ ເພາະ​ທັງຫລາຍ​ນີ້ແມ່ນ​ຢູ່​ໃນ​ຖ້ຳ​ທີ່​ຍັງ​ບໍ່​ທັນ​ມີ​ໃຜ​ໄດ້ຄົ້ນ​ພົບ​ແບບ​ນີ້​ມາ​ກ່ອນ.