ວັງສະຫງວນດອນສົມ

ວັງ​ສະ­ຫງວນ​ເປັນ​ເຂດ​ທີ່ຫວງ​ຫ້າມ​ຂອງ​ປະ­ຊາ­ຊົນ​ໃນ​ທຸກຫມູ່​ບ້ານ​ໄດ້​ພາ­ກັນ​ປົກ​ປັກ​ຮັກ­ສາໄວ້​ໃຫ້​ເປັນ​ບ່ອນ​ເພາະ​ພັນ​ຂອງສັດ​ນ້ຳ​ທຸກ​ຊະ­ນິດ ໂດຍ​ສະ­ເພາະກໍ່​ແມ່ນ​ຈຳ­ພວກ​ປາ​ທີ່​ອາ­ໄສ​ໃນ ພື້ນ​ສາຍ​ນາ­ທີ​ອັນ​ດຽວ​ກັນ ບ່ອນ ທີ່​ມີ​ປາ​ຫລາຍ​ໃນ​ເຂດ​ມະ­ຫາ​ນາ ທີ​ສີ​ພັນ​ດອນ​ກໍ່​ມີ​ຫລາຍ​ບ້ານ ສ່ວນ​ຫລາຍ​ຈະ​ເຫັນ​ໄດ້​ໃນ​ຍາມ ແລ້ງ​ມີ​ຫລາຍໆ​ບ່ອນ ຕອນ​ຂີ່​ເຮືອກາຍ​ປາ­ກົດ​ເຫັນ​ປາ​ຈະ​ວີ​ຫາງ ອອກ​ວີບ​ວາບ​ໃຫ້​ເຫັນ​ຢູ່​ບໍ່​ຂາດ ສາຍ, ແຕ່​ສຳ­ລັບ​ບ້ານ​ດອນ​ສົມ, ມີ​ຝູງ​ປາ​ເປັນ​ຈຳ­ນວນ​ຫລາຍກວ່າ​ທຸກໆ​ບ້ານ ເພາະ​ມັນ​ຈະ​ມີ ປາ​ອອກ​ໃຫ້​ເຫັນ​ໃນ​ທຸກ​ຍາກບໍ່ວ່າ​ຈະ​ເປັນ​ຍາມ​ແລ້ງ ຫລື ຍາມຝົນ.

ວັງ​ສະ­ຫງວນ​ບ້ານ​ດອນ​ສົມເມືອງ​ໂຂງ ແຂວງ​ຈຳ­ປາ​ສັກແມ່ນ​ຢູ່​ທາງ​ເບື້ອງ​ທິດ­ຕາ­ເວັນ­ຕົກຂອງ​ບ້ານ ທີ່​ອາ­ໄສ​ແມ່­ນ້ຳ​ສາຍດຽວ​ກັນ​ທີ່​ໄຫລ​ຜ່ານ​ບ້ານ​ລົບ​ປາດີ, ດອນ​ເປືອຍ ແລະ ດອນ​ຊ້າງເປັນ​ແມ່­ນ້ຳ​ວັງ​ໃຫຍ່​ມີ​ຄວາມກວ້າງ​ປະ­ມານ 500 ແມັດ ເປັນແມ່­ນ້ຳ​ທີ່​ເລິກ​ກວ່າ​ບ່ອນ​ອື່ນໆ ຖ້າ​ທຽບ­ໃສ່​ວັງ​ນ້ຳ­ຂອງ​ແຕ່​ລະບ້ານ ມັນ​ເປັນ​ບ່ອນ​ທີ່​ລວມ​ຕົວກັນ ທັງ​ເປັນ​ຈຸດ​ນັດ​ພົບ​ຂອງ​ປາ ທຸກ​ຊະ­ນິດ​ທີ່​ຂຶ້ນ​ມາ​ຈາກ​ເຫວຄອນ​ເກາະ, ຄອນ​ຊວງ, ຄອນຂາມໂດຍ​ຜ່ານ​ຫລີ່​ຂອງ​ປະ­ຊາຊົນ​ທີ່​ລັດ​ກັກ​ເອົາ​ປາ​ພວມ​ຂຶ້ນ​ໃນທ້າຍ​ເດືອນ​ທັນ­ວາ ຫາ​ເດືອນ​ມີນາ, ໃນ​ຍາມ​ແລ້ງ​ເທົາ​ທີ່​ເກີດຕາມ​ ໂງ້ນ​ຫີນ, ປ່າ​ໄຄ້​ກາງ​ນ້ຳ ແລະຕາມ​ເກາະ­ດອນ​ນ້ອຍ​ໃຫຍ່ເປັນ​ອາ­ຫານ​ຊັ້ນ​ດີ​ຂອງ​ພວກ​ມັນທັງ​ເປັນ​ບ່ອນ​ລີ້​ໄພ​ຂອງ​ນັກ​ລ່າປາ​ວັງ​ສະ­ຫງວນ​ໃນ​ຕອນ​ກາງຄືນທີ່​ນຳ​ເອົາ​ອຸ­ປະ­ກອນ​ທີ່​ທັນ​ສະໄຫມ ​ເຂົ້າ​ມາ​ຊ່ວຍ​ໃນ​ການ​ຫາປາ, ໃນ​ຍາມ​ແລ້ງ​ເຂດ​ນີ້​ເປັນ​ເຂດທີ່​ຫວງ​ຫ້າມ ເຊິ່ງ​ມີ​ເຈົ້າ​ຫນ້າ­ທີ່ປະ­ຈຳ​ອອກ​ລາດ­ຕະ­ເວນ​ໃນ​ຍາມກາງ­ຄືນ ສ່ວນ​ກາງ­ເວັນ​ໄດ້​ກາຍເປັນ​ເສັ້ນ­ທາງ​ຄົມ­ມະ­ນາ­ຄົມ​ທາງ ນ້ຳ, ເຮືອ­ຈັກ​ຫາງ​ຍາວ​ແລ່ນສ່ວນ​ສົນ​ກັນ​ໄປ​ມາ​ຕະ­ຫລອດ ບໍ່ວ່າ​ຈະ​ເປັນ​ເຮືອ​ຂົນ­ສົ່ງ​ນັກ​ທ່ອງທ່ຽວ ແລະ ເຮືອ​ຂົນ­ສົ່ງ​ສິນ­ຄ້າ ໂດຍ​ຜ່ານ​ວັງ​ສະ­ຫງວນ​ນີ້​ໄປ​ສູ່ຕະ­ຫລາດ​ນາ​ກະ­ສັງ.

ສ່ວນ​ຍາມ​ຝົນ​ເລີ່ມ​ຕັ້ງ­ແຕ່ເດືອນ​ຫົກ​ລາວ, ນ້ຳ­ຂອງ​ໄດ້​ເພີ່ມຂຶ້ນ​ປ່ຽນ​ເປັນ​ສີ­ແດງ ແຕ່​ຊ້ຳ­ຜັດອະ­ນຸ­ຍາດ​ໃຫ້­ຫາ​ປາ​ໃນ​ເຂດ​ນີ້​ໄດ້ ແຕ່​ສະ­ເພາະ​ໄຫລ​ມອງ​ເທົ່າ​ນັ້ນເພື່ອ​ເອົາ​ປາ​ໄປ​ເຮັດ​ປາ­ແດກ, ປາຈາວ, ປາ​ເຄັມ ແລະ ອື່ນໆ ກະກຽມ​ໄວ້​ເພື່ອ​ລົງ​ນາ ສ່ວນ​ຫລາຍຈະ​ເປັນ​ປາ​ປ່ຽນ, ເພ້ຍ, ປາ​ສະ​ອີ ເປັນ​ສ່ວນ​ໃຫຍ່ ເຮືອ​ເປັນ​ສ່ວນໆ ກັນຄົນ​ນັບ​ເປັນ​ພັນ​ຄົນຈົນເກືອບ​ຊິ​ບໍ່​ມີ​ຮອດ​ບ່ອນ​ລົງ​ມອງ ເພື່ອ​ແຂ່ງ­ຂັນ​ກັນ​ເອົາ​ປາ​ລົງ​ໃນ ຍາມ​ປາ​ລ່ອງ​ຍາມ​ນີ້ ແຕ່​ເຊົ້າ​ຈົນ ຄ່ຳ ເພື່ອ​ໃຫ້​ທັນ​ກັບ​ນ້ຳ​ທີ່​ເພີ່ມ​ຂຶ້ນ ເລື້ອຍໆ ແຕ່​ຍ້ອນ​ຄວາມ​ຫລາກ ຫລາຍ​ຂອງ​ປາ​ນາໆ​ຊະ­ນິດ​ໃນ ເຂດ​ວັງ​ສະ­ຫງວນ​ແຫ່ງ​ນີ້, ເຖິງວ່າ​ນ້ຳ​ຈະ​ເຕັມ​ຕາ­ຝັ່ງ​ໃນ​ຍາມເດືອນ​ສິບ ແຕ່​ປາ​ກໍ່​ຍັງ​ອອກ​ໃຫ້ເຫັນ​ເປັນ​ສ່ວນ​ຫລາຍ​ໃນ​ຍາມ​ຂີ່ເຮືອ​ຜ່ານ.