ລ່ອງເຮືອຊົມສາຍນ້ຳກະດິ່ງແລະນ້ຳຕົກວັງພອງ

ລ່ອງເຮືອຊົມສາຍນ້ຳກະດິ່ງແລະນ້ຳຕົກວັງພອງ ບ້ານໂພນຍາງ ຫ່າງຈາກປາກກະດິ່ງປະມານ 17 ກິໂລແມັດ ຫາກຕ້ອງການນັ່ງເຮືອຊົມຄວາມສວຍງາມຂອງແມ່ນ້ຳກະດິ່ງ ຕ້ອງເດິນທາງມາທີ່ບ້ານໂພນຍາງ ເປັນຫມູ່ບ້ານແຄມແມ່ນ້ຳກະດິ່ງ ຕັ້ງຢູ່ບໍລິເວນສ່ວນກາງຂອງແມ່ນ້ຳ ນັກທ່ອງທ່ຽວຕ້ອງອາໄສການເໝົາເຮືອຫາງຍາວໄປເທົ່ານັ້ນ ສາມາດຕິດຕໍ່ເຮືອໄດ້ພາຍໃນຫມູ່ບ້ານໂພນຍາງ ລາຄາປະມານ 50,000 – 70,000 ກີບ / ລຳ ໂດຍສານໄດ້ 3 - 4 ຄົນ ໃຊ້ເວລາທ່ຽວປະມານ 1 ຊົ່ວໂມງ ແມ່ນ້ຳກະດິ່ງເໝາະສຳລັບນັ່ງເຮືອຊົມໃນຊ່ວງລະດູຮ້ອນ ແລະ ລະດູໜາວເທົ່ານັ້ນ ເພາະໃນຊ່ວງລະດູຝົນນ້ຳຈະຫຼາກອັນຕະລາຍ ສາຍນ້ຳກະດິ່ງເປັນສາຍນ້ຳຂະໜາດໃຫຍ່ທີ່ໄຫລມາຈາກປະເທດພູພຽງນາກາຍ(ແຂວງຄຳມ່ວນ) ອອກສູ່ແມ່ນ້ຳໂຂງ ລະດັບນ້ຳບໍ່ເລິກສາມາດລົງຫລິ້ນໄດ້ ນ້ຳໃສສະອາດສາມາດເບິ່ງ-ເຫັນພື້ນຊາຍຈາກເທິງເຮືອ ສອງຂ້າງທາງຈະເປັນວິຖີຊີວິດຂອງຊາວ-ບ້ານ ດອນສັນຊາຍກາງນ້ຳ ໜ້າຜາຫິນປູນຂອງພູເຂົາຮອບດ້ານ ປາຍທາງຈະພົບແກ່ງນ້ອຍ ໆ ຂວາງທາງບໍ່ສາມາດແລ່ນເຮືອຕໍ່ໄປໄດ້ ແກ່ງນ້ຳຄື ນ້ຳຕະກວັງພອງ ບໍລິເວນນ້ຳຕົກເໝາະແກ່ການຫລິ້ນນ້ຳ