ປະຫວັດຄວາມເປັນມາ ດັດແກ້

ກ່ອນປີ 1993 ລັດຖະບານ ສ.ປ.ປ. ລາວ ໄດ້ດຳເນີນການຢ່າງຕໍ່ເນື່ອງໃນການພັດທະນາ ລະບົບສື່ສານ ໂທລະຄົມມະນາຄົມ ຕາມແຜນແມ່ບົດ (Master Plan) ຊຶ່ງນັບໄດ້ວ່າເປັນປັດໄຈ ພື້ນຖານຂອງການພັດທະນາ ລະບົບໂທລະຄົມ ຄົບວົງຈອນ ໂດຍມີ ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງເປັນຜູ້ຊີ້ນຳ ແລະ ຄຸ້ມຄອງ ໃນນີ້ ບໍລິສັດ ໄປສະນີໂທລະຄົມ ລາວ ເປັນ ລັດວິສາຫະກິດ 100% ແລະ ເປັນຜູ້ດຳເນີນ ວຽກງານແຕ່ຜູ້ດຽວ.

ໃນປີ 1994 ລັດຖະບານໄດ້ເປີດໂອກາດໃຫ້ພາກເອກະຊົນ ເຂົ້າຮ່ວມລົງທຶນດຳເນີນທຸລະກິດ ດ້ານໂທລະຄົມມະນາຄົມໃນ ສ.ປ.ປ. ລາວ, ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ(ມະຫາຊົນ) ໄດ້ມີໂອກາດເຂົ້າຮ່ວມລົງທຶນກັບລັດຖະບານ ແລະ ໄດ້ສ້າງຕັ້ງບໍລິສັດຮ່ວມທຶນຂື້ນໃນນາມ ບໍລິສັດ ລາວ ຊິນນະວັດ ເທເລຄອມ ຈຳກັດ ເພື່ອດຳເນິນໂຄງການ ພັດທະນາໂທລະຄົມໄລຍະທີ່ 3 ຕາມແຜນແມ່ບົດ ທີ່ລັດຖະບານວາງອອກ.

ໃນປີ 1995 ລັດຖະບານ ມີນະໂຍບາຍໃຫ້ແຍກບໍລິສັດ ໄປສະນີ ແລະ ໂທລະຄົມມະນາຄົມ ລາວ ອອກເປັນ 2 ບໍລິສັດ ຄື: ບໍລິສັດ ໄປສະນີລາວ ແລະ ບໍລິສັດ ໂທລະຄົມມະນາຄົມ ລາວ.

ໃນປີ 1996 ຄວາມຮຽກຮ້ອງຕ້ອງການໃນການນຳໃຊ້ລະບົບສື່ສານໂທລະຄົມຂອງລາວໄດ້ ຂະຫຍາຍຕົວ ຫລາຍຂື້ນ ລັດຖະບານ ສປປ. ລາວ ຈຶ່ງໄດ້ຮ່ວມກັບ ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ (ມະຫາຊົນ) ເພື່ອສ້າງຕັ້ງ ບໍລິສັດ ລາວໂທລະຄົມມະນາຄົມ ຈຳກັດ ຂື້ນຊື່ງເປັນການ ລວມເອົາ ບໍລິສັດ ໂທລະຄົມ ລາວ ກັບ ບໍລິສັດ ລາວຊິນນະວັດ ເທເລຄອມ ຈຳກັດ ເຂົ້າກັນ ໂດຍລັດຖະບານ ສ.ປ.ປ. ລາວ ຖືຮຸ້ນ 51% ແລະ ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ (ມະຫາຊົນ) ຖືຮຸ້ນ 49% ມີໄລຍະສຳປະທານ 25 ປີ.

ບໍລິສັດ ລາວ ໂທລະຄົມມະນາຄົມ ເລິ່ມເປິດດຳເນີນການຕັ້ງແຕ່ ວັນທີ່ 11 ພະຈິກ 1996 ໂດຍດຳເນີນທຸລະກິດ ໃຫ້ບໍລິການ ສື່ສານໂທລະຄົມມະ ນາຄົມດ້ານຕ່າງໆ ເຊັ່ນ: ບໍລິການໂທລະສັບພື້ນຖານ, ບໍລິການໂທລະສັບມືຖື ລະບົບດິຈິຕອລ GSM ແລະ CDMA, ບໍລິການທາງດ້ານອິນເຕີເນັດ ແລະ ບໍລິການອື່ນໆ ອີກ.

ແຫຼ່ງຂໍ້ມູນອື່ນ ດັດແກ້